ວັນປູກຕົ້ນໄມ້ແຫ່ງຊາດ ປີນີ້, ທົ່ວປະເທດ ຈະປູກຕົ້ນໄມ້​ໃຫ້​ໄດ້ 3.400 ກວ່າເຮັກຕາ

25/05/2023 16:03
Email Print 910
ຂປລ ຂປລ. ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2023 ທີ່ຈະມາເຖິງນີ້, ທົ່ວປະເທດ ມີແຜນ ຈະສ້າງຂະບວນການປູກຕົ້ນໄມ້ ໃຫ້ໄດ້ 3.480 ເຮັກຕາ, ເບ້ຍໄມ້ 3.484.000 ກວ່າເບ້ຍ.

ຂປລ. ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ 1 ມິຖຸນາ 2023 ທີ່ຈະມາເຖິງນີ້, ທົ່ວປະເທດ ມີແຜນ ຈະສ້າງຂະບວນການປູກຕົ້ນໄມ້ ໃຫ້ໄດ້ 3.480 ເຮັກຕາ, ເບ້ຍໄມ້ 3.484.000 ກວ່າເບ້ຍ. ໃນນັ້ນ, ປະກອບມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຟາງ, ໄມ້ກາກະເລົາ ແລະ ໄມ້ອື່ນໆ. ໃນຂະນະທີ່ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກໍານົດຕົວເລກ ເຂົ້າໃນແຜນການ 5 ປີ (2021-2025) ແມ່ນຈະປູກໃຫ້ໄດ້ 200.000 ເຮັກຕາ, ສະເລ່ຍປີໜຶ່ງຈະປູກປະມານ 40.000 ​ເຮັກຕາ ແນ​​ໃສ່ເຮັດໃຫ້ອັດ​ຕາປົກຫຸ້ມຂອງປ່າໄມ້ໃນແຕ່ລະປີເພີ່ມຂຶ້ນ ​ເພື່ອບັນລຸຕາມເປົ້າໝາຍທີ່ວາງໄວ້ 70%. 
  ທ່ານ ບຸນປອນ ແສງທອງ ຮອງຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ສຳພາດ ຕໍ່ສື່ມວນຊົນ ໃນວັນທີ
24 ພຶດສະພາ 2023 ນີ້ວ່າ: ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ປີນີ້, ກະຊວງກະສິກຳ ແລະ ປ່າໄມ້ ກໍຄື ກົມປ່າໄມ້ ຈະປຸກລະດົມ, ຊຸກຍູ້, ສົ່ງເສີມ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ປູກຕົ້ນໄມ້ ໃຫ້ໄດ້ຕາມແຜນການທີ່ວາງໄວ້ 3.480 ເຮັກຕາ. ໃນນີ້, ນະຄອນຫລວງວຽງຈັນ ປູກໃຫ້ໄດ້ 101 ເຮັກຕາ, ຜົ້ງສາລີ 65 ເຮັກຕາ, ຫລວງນ້ຳທາ 8 ເຮັກຕາ, ອຸດົມໄຊ 38 ເຮັກຕາ, ບໍ່ແກ້ວ 35 ເຮັກຕາ, ໄຊຍະບູລີ 40 ເຮັກຕາ, ຫລວງພະບາງ 655 ເຮັກຕາ, ຫົວພັນ 300 ເຮັກຕາ, ຊຽງຂວາງ 18 ເຮັກຕາ, ​ແຂວງວຽງຈັນ 1.956 ເຮັກຕາ, ບໍລິຄຳໄຊ 8 ເຮັກຕາ, ຄຳມ່ວນ 18 ເຮັກຕາ, ສະຫວັນນະເຂດ 75 ເຮັກຕາ, ສາລະວັນ 14 ເຮັກຕາ, ຈຳປາສັກ 85 ເຮັກຕາ, ເຊກອງ 20 ເຮັກຕາ,  ອັດຕະປື 14 ເຮັກຕາ ແລະ ແຂວງໄຊສົມບູນ 30 ເຮັກຕາ. ສະເພາະ ກະຊວງກະສິກຳ ແລະ ປ່າໄມ້ ຈະປູກໄມ້ໃຫ້ໄດ້ ປະມານ 4 ເຮັກຕາ ຢູ່ເຂດສວນພຶກສາສາດ ດົງໝາກຄາຍ, ເຊິ່ງຈະປູກໄມ້ພັນພື້ນເມືອງ ​ເປັນ​ຕົ້ນ ໄມ້ຂະຍຸງ, ໄມ້ດູ່ເລືອດ, ໄມ້ແຕ້ຂ່າ ​ແລະ ໄມ້ຍາງ ລວມທັງໝົດ 3.200 ຕົ້ນ ເພື່ອປະກອບສ່ວນ ຟື້ນຟູສະພາບປ່າໄມ້ ໃຫ້ມີຄວາມດົກໜາ ແລະ ອຸດົມສົມບູນ ໄປດ້ວຍຊະນິດພັນໄມ້ພື້ນເມືອງ ແລະ ພັນໄມ້ຕ່າງປະເທດນາໆຊະນິດ ແນໃສ່ເຮັດໃຫ້ສວນພຶກສາສາດແຫ່ງນີ້ ກາຍເປັນສະຖານທີ່ສຶກສາຄົ້ນຄວ້າ ດ້ານປ່າໄມ້, ເປັນແຫລ່ງແນວພັນໄມ້, ເປັນເຂດສຶກສານິເວດວິທະຍາ, ເປັນແຫລ່ງທ່ອງທ່ຽວທຳມະຊາດ ແລະ ເປັນບ່ອນພັກຜ່ອນ ຂອງຄົນ​ໃນສັງຄົມ ໃນອະນາຄົດ.
     
ທ່ານ ບຸນປອນ ແສງທອງ ຍັງ​ໃຫ້​ຮູ້ອີກວ່າ: ພາຍຫລັງ​​ປູກຕົ້ນໄມ້​ແລ້ວ ຈະມອບ​ໝາຍ​ຄວາມ​ຮັບຜິດຊອບ​ໃຫ້​ບຸກຄົນ​, ການຈັດ​ຕັ້ງ ຫລື ອົງການ​ຈັດ​ຕັ້ງ​ມະຫາຊົນ​ພາຍ​ໃນ​ທ້ອງ​ຖິ່ນ ​ທີ່​ມີ​ເງື່ອນ​ໄຂ ​ເປັນ​ຜູ້​ຮັບຜິດຊອບ​ຄຸ້ມ​ຄອງ, ບົວລະບັດ ແລະ ປົກປັກ​ຮັກສາປ່າປູກ, ເຂດປ່າຟື້ນຟູ ເພື່ອ​ໃຫ້​ຕົ້ນ​ໄມ້​ທີ່​​ປູກ​ແລ້ວ​ນັ້ນ​ຈະ​ເລີ​ນ​ເຕີບ​ໂຕ, ພ້ອມທັງເອົາໃຈໃສ່ການປູກສ້ອມຄືນຕົ້ນໄມ້ທີ່ຕາຍ ເພື່ອບໍ່ໃຫ້ບ່ອນທີ່ປູກນັ້ນເປົ່າຫວ່າງ ແລະ ໃຫ້ກາຍເປັນປ່າໄມ້ ທີ່ອຸດົມສົມບູນໃນອະນາຄົດ ໂດຍໄດ້ມີການຕິດປ້າຍ, ປັກຫລັກໝາຍຊີ້ບອກ ແລະ ອອກກົດລະບຽບຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທຳ ລາຍປ່າໄມ້ ດ້ວຍການບຸກລຸກ, ບຸກເບີກຖາກຖາງປ່າໄມ້, ຈູດປ່າ, ຕັດໄມ້ ຫລື ນຳໃຊ້ສານເຄມີ ໃຫ້ຕົ້ນໄມ້ຕາຍ ຫລື ດ້ວຍການກະທຳອື່ນໆ ທີ່ບໍ່ຖືກຕ້ອງຕາມກົດໝາຍ. ສ່ວນການຄຸ້ມຄອງປ່າທີ່ປູກ ໃໝ່ ແມ່ນຈະເນັ້ນໃສ່ການມີສ່ວນຮ່ວມຂອງປະຊາຊົນ ໂດຍການມອບໝາຍໃຫ້ປະຊາຊົນເປັນເຈົ້າການ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງອໍານາດການປົກຄອງບ້ານ, ກຸ່ມບ້ານພັດທະນາ ແລະ ເມືອງ ໃນການປ້ອງກັນ, ຄຸ້ມຄອງ ແລະ ປົກປັກຮັກສາ ເຊັ່ນ: ປ້ອງກັນ ແລະ ສະກັດກັ້ນ ໄຟໄໝ້ລາມປ່າ, ກວດກາລາດຕະເວນ, ການບຸກລຸກທໍາລາຍ, ການລັກລອບເຂົ້າໄປເຮັດກິດຈະກໍາຕ່າງໆ ທີ່ເປັນຜົນກະທົບອັນບໍ່ດີຕໍ່ພື້ນທີ່ປ່າທີ່ປູກໃໝ່.

​ໂກາດ​ນີ້, ທ່ານ ບຸນປອນ ແສງທອງ ຍັງໄດ້ຮຽກຮ້ອງເຖິງ​ປວງຊົນລາວທັງ​ຊາດ ​ໃຫ້​ມີນ້ຳໃຈ​ຮັກປ່າ​ໄມ້, ປົກ​ປັກຮັກສາ​ປ່າ​ໄມ້ ແລະ ຖະ​ນຸ​ບຳ​ລຸງ​ປ່າ​ໄມ້, ​​ສ້າງ​ຂະ​ບວນ​ການ ໃນ​ການຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ​​ ຊັບ​ພະ​ຍາ​ກອນປ່າ​ໄມ້ ​ອັນເປັນ​ມໍ​ລະ​ດົກຂອງ​ຊາດ ໃຫ້​ນັບ​ມື້​ອຸ​ດົມສົມ​ບູນ ແລະ ສາ​ມາດ​ຕອບ​ສະ​ໜອງ ຄວາມ​ຮຽກ​ຮ້ອງຕ້ອງ​ການວັດ​ຖຸ​ດິບ​ດ້ານ​ໄມ້ ແລະ​ ຜະ​ລິດ​ຕະ​ຜົນ​ປ່າ​ໄມ້ ໄດ້ຢ່າງ​ຍືນ​ນານ ບໍ່​ມີ​ວັນບົກ​ແຫ້ງ, ເຮັດ​ໃຫ້ຊັບ​ພະ​ຍາ​ກອນ​ປ່າ​ໄມ້ ເຊິ່ງເປັນ​ສ່ວນ​ປະ​ກອບ​ສຳ​ຄັນເຂົ້າໃນ​ການ​ພັດ​ທະ​ນາເສດ​ຖະ​ກິດຂອງ​ຊາດ ​ແລະ ​ເປັນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ນັບ​ມື້ນັບ​ຂະ​ຫຍາຍ​ຕົວ​ຂຶ້ນ​ເລື້ອຍໆ.

ຂ່າວ-ພາບ: ທະນູທອງ    

 

 

KPL

ຂ່າວອື່ນໆ

ads
ads

Top