ຂປລ
ກະຊວງ ກະສິກຳ ແລະ ກິດຈະການ ຂົນສົ່ງ ຊົນນະບົດ ຂອງ ຈີນ ລະບຸວ່າ: ຈີນ ຈະຍົກ ລະດັບ ຄວາມປອດໄພ ໃນຂົງເຂດ ການປະມົງທະເລ ຢ່າງຮອບດ້ານ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 24 ເດືອນພຶດສະພາ, ກະຊວງ ກະສິກຳ ແລະ ກິດຈະການ ຂົນສົ່ງ ຊົນນະບົດ ຂອງ ຈີນ ລະບຸວ່າ: ຈີນ ຈະຍົກ ລະດັບ ຄວາມປອດໄພ ໃນຂົງເຂດ ການປະມົງທະເລ ຢ່າງຮອບດ້ານ. ເຈົ້າໜ້າທ່ີ ກະຊວງ ກ່ຽວຂ້ອງ ກ່າວໃນກອງປະຊຸມ ທາງອອນລາຍວ່າ: ໜ່ວຍງານ ດ້ານການກະສິກຳ ຂອງ ຊົນນະບົດ ໃນທຸກແຫ່ງ ຄວນປ້ອງກັນ ອຸບັດເຫດຮ້າຍແຮງ ຢ່າງເດັດຂາດ ເພື່ອຮັບຮອງ ຄວາມປອດໄພ ຂອງ ຊີວິດ ແລະ ຊັບສິນປະຊາຊົນ.
ໃນຂະນະທີ່ ກະຊວງດັ່ງກ່າວ ໄດ້ເຂົ້າຮ່ວມ ໃນການຄົ້ນຫາ ແລະ ຊ່ວຍເຫລືອ ກໍລະນີ ອຸບັດເຫດ ເຮືອປະມົງ ນໍ້າເລິກ ສັນຊາດ ຈີນ ຫລູ່ເຜິງ ຫຍວນວີ໋ 028 (Lupeng Yuanyu 028) ຊຶ່ງຫລົ້ມຢູ່ ທາງພາກກາງ ຂອງ ມະຫາສະໝຸດ ອິນເດຍ ລວມເຖິງ ການສົ່ງ ທີມຊ່ວຍເຫລືອ ຈຳນວນ 5 ທີມ ໄປຍັງ ເຂດການປະມົງ ທີ່ສຳຄັນ 9 ແຫ່ງ ເພື່ອກຳກັບດູແລ ແລະ ກວດກາ. ຈຸດປະສົງຕົ້ນຕໍ ຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອກວດກາ ຄວາມສ່ຽງ ແລະ ອັນຕະລາຍ ຢ່າງລະອຽດ ຖີ່ຖ້ວນ ຕະຫລອດເຖິງ ການກວດກາ ເຮືອປະມົງ ທະເລ ທີ່ມີ ລູກເຮືອ 10 ຄົນຂຶ້ນໄປ ແລະ ອື່ນໆ./
KPL