ສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ລາວ-ຫວຽດນາມ ຮັດແໜ້ນການຮ່ວມມື

22/05/2023 15:59
Email Print 624
ຂປລ ຂປລ.ໃນລະຫວ່າງວັນທີ 17-20 ພຶດສະພາ 2023, ຄະນະສະຫະພັນແມ່ຍິງກະຊວງການຕ່າງ ປະເທດ ນຳໂດຍ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ສປປ ລາວ,

 


  

ຂປລ.ໃນລະຫວ່າງວັນທີ 17-20 ພຶດສະພາ 2023, ຄະນະສະຫະພັນແມ່ຍິງກະຊວງການຕ່າງ ປະເທດ ນຳໂດຍ ທ່ານ ນາງ ອາລຸນີ ກົມມະສິດ ພັນລະຍາຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ສປປ ລາວ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ແລະ ປະທານກິດຕິມະສັກກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ, ພັນລະຍາຄະນະນຳກະຊວງ ແລະ ຄະນະກົມເພດຍິງ ຈຳນວນໜຶ່ງ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະຫະພັນແມ່ຍິງກະຊວງການຕ່າງ ປະເທດ ສສ ຫວຽດນາມ ທີ່ ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ. ເປັນການຢ້ຽມຢາມ ແລະ ແລກ ປ່ຽນປະຈຳປີ ຂອງສະຫະພັນແມ່ຍິງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດ ນາມ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
  ໃນໂອກາດການຢ້ຽມຢາມຄັ້ງນີ້, ແມ່ຍິງຂອງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ໄດ້ມີການພົບປະ ແລະ ແລກປ່ຽນບົດຮຽນຮ່ວມກັນ ເພື່ອແຈ້ງໃຫ້ກັນຊາບກ່ຽວກັບສະພາບ ແລະ ການເຄື່ອນໄຫວ ຂອງສະຫະພັນແມ່ຍິງກະຊວງຂອງຕົນ ໃນໄລຍະຜ່ານມາ, ຄວາມຄືບໜ້າໃນການ ຈັດຕັ້ງປະຕິບັດແຜນການຮ່ວມມື ທີ່ໄດ້ຕົກລົງກັນໃນກອງປະຊຸມພົບປະຄັ້ງຜ່ານມາ(ປີ2022); ໃນນັ້ນ, ແມ່ນວຽກສ້າງຄວາມເຂັ້ມແຂງແກ່ແມ່ຍິງກະຊວງການຕ່າງປະເທດ ຊຶ່ງ ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຝ່າຍ ສສ ຫວຽດນາມ ໄດ້ເຫັນດີໃຫ້ການສະໜັບສະໜູນການຈັດຝຶກອົບຮົມ 2 ຊຸດແກ່ແມ່ ຍິງກະຊວງການຕ່າງປະເທດ ສປປ ລາວ ຊຶ່ງປະຈຸບັນຢູ່ໃນຂັ້ນຕອນການດຳເນີນງານ ແລະ ປະສານສົມທົບຂອງສອງຝ່າຍ. ນອກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າຂອງ ແມ່ຍິງສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ. ​
  ໂອກາດດັ່ງກ່າວ, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ເຟືອງ ຫງ່າ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດ ນາມ  ແລະ ຢ້ຽມຂໍ່ານັບ ທ່ານ ຮ່ວາງ ມິງ ເກືອງ ຮອງເຈົ້າຄອງນະຄອນຮາຍຟ່ອງ ເພື່ອເພີ່ມທະວີສາຍພົວພັນຮ່ວມມື, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດລາວ-ຫວຽດນາມ. ພ້ອມດຽວກັນນີ້, ຄະນະສະຫະພັນແມ່ຍິງຍັງໄດ້ມີໂອກາດໄປຢ້ຽມສະຖານທີ່ທ່ອງທ່ຽວສຳຄັນຕ່າງໆ ຢູ່ ນະ ຄອນຫລວງຮ່າໂນ້ຍ ແລະ ແຂວງຮາຍຟ່ອງ.
  
ການແລກປ່ຽນຢ້ຽມຢາມຂອງ ສອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເປັນກົນໄກການຮ່ວມມືທີ່ສຳຄັນໜຶ່ງ ໂດຍໄດ້ມີການຜັດປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນເປັນປະຈຳທຸກປີ ແລະ ໃນປີ 2024 ສະຫະພັນແມ່ຍິງກະຊວງການຕ່າງປະເທດ ຫວຽດນາມ ຈະມາຢ້ຽມ ຢາມ ສປປ ລາວ.

ຂ່າວ-ພາບ:ກຕທ 

 

KPL

ຂ່າວອື່ນໆ

ads
ads

Top