ລາວຢູ່ອັນດັບ 9 ໃນຕາຕະລາງຫລຽນກິລາຊີເກມຄັ້ງທີ 32

15/05/2023 11:26
Email Print 5045
ຂປລ ນັບແຕ່ງມະຫະກໍາກິລາຊີເກມຄັ້ງທີ 32 ໄດ້ເລີ່ມເປີດສາກຂຶ້ນຢ່າງເປັນທາງການນັບແຕ່ວັນທີ 5 ພຶດສະພາ ແລະ ຈະອັດລົງໃນ ວັນທີ 17 ພຶດສະພາ 2023 ນີ້ ເຊິ່ງຊີເກມຄັ້ງນີ້ ທັບນັກກິລາ ລາວໄດ້ສົ່ງນັກກິລາເຂົ້າຮ່ວມຊີງໄຊໃນ 31 ລາຍການ ແລະ ມີຈໍາ ນວນນັກກິລາທັງໝົດ 576 ຄົນ(ຍິງ 131).

    ນັບແຕ່ງມະຫະກໍາກິລາຊີເກມຄັ້ງທີ 32 ໄດ້ເລີ່ມເປີດສາກຂຶ້ນຢ່າງເປັນທາງການນັບແຕ່ວັນທີ 5 ພຶດສະພາ ແລະ ຈະອັດລົງໃນວັນທີ 17 ພຶດສະພາ 2023 ນີ້ ເຊິ່ງຊີເກມຄັ້ງນີ້ ທັບນັກກິລາ ລາວໄດ້ສົ່ງນັກກິລາເຂົ້າຮ່ວມຊີງໄຊໃນ 31 ລາຍການ ແລະ ມີຈໍານວນນັກກິລາ ທັງໝົດ 576 ຄົນ

(ຍິງ 131). ໃນນັ້ນ, ປະເພດກິລາທີ່ກຸ້ມຕົນເອງດ້ານງົບປະມານ ປະກອບມີ 12 ປະເພດ ຄື: ບານເຕະຍິງ-ຊາຍ, ດອກປີກໄກ່, ບານສົ່ງຫາດຊາຍ, ກັອຟ, ອີ-ສະປອດ, ຍິງປືນ, ປິ່ງປ່ອງ, ກິລາຜ່ານສິ່ງກີດຂວາງ, ຊັອຟເທັນນິດ, ຈູຢິດຊູ, ບານບ້ວງ ແລະ ຟັນດາບ. ສ່ວນປະເພດກິລາ ທີ່ນຳໃຊ້ງົບ ປະມານຂອງລັດຖະບານ ປະກອບມີ 19 ປະເພດ ຄື: ເປຕັງ, ບິນລຽດ, ຄິກບັອກຊິ້ງ, ວູຊູ, ລົດ ຖີບ, ເທຄວັນໂດ, ມວຍສາກົນ, ກະຕໍ້, ປັນຈັກສີລັດ, ຄາຣາເຕໂດ, ຢູໂດ, ມວຍປໍ້າ, ແລ່ນ-ລານ, ຍົກນໍ້າໜັກ, ໂວວີນາມ, ລອຍນໍ້າ, ຄຸນ ບົກກະຕໍ, ຄຸນ ຄະແມ ແລະ ເທັນນິດ, ຊຶ່ງນຳໃຊ້ງົບປະ ມານທັງໝົດ 14 ຕື້ກີບ.

   ມາຮອດວັນທີ 14 ພຶດສະພາ 2023 ຜົນງານຂອງທັບນັກກິລາລາວ ແມ່ນຢູ່ໃນອັນດັບທີ 9 ຂອງຕາຕະລາງຫລຽນລາງວັນ ຄື: ໄດ້ 6 ຫລຽນຄໍາ, 17 ຫລຽນເງິນ ແລະ 48 ຫລຽນທອງ ລວມ ຫລຽນລາງວັນທັງໝົດ 71 ຫລຽນ. ສະເພາະຫລຽນຄໍາ ໄດ້ຈາກກິລາເປຕັງ 3 ຫລຽນ ແລະ ໄດ້ຈາກກິລາກະຕໍຊິນລອນ, ກິລາໂວວຽນນາມ ແລະ ຄຸນ ບົກກະຕໍ ປະເພດລະຫລຽນ.

   ແນວໃດກໍຕາມ, ການເຂົ້າຮ່ວມແຂ່ງຂັນເກມຄັ້ງນີ້, ສປປ ລາວ ຕັ້ງເປົ້າສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 5 ຫລຽນຄຳ. ຂະນະດຽວກັນ, ລັດຖະບານໄດ້ມີນະໂຍບາຍຊຸກຍູ້ ໃຫ້ນັກກິລາທີ່ມີຜົນງານເດັ່ນ ສາມາດຍາດໄດ້ຫລຽນຄຳ ຈະໄດ້ເງິນ 10 ລ້ານກີບ, ຫລຽນເງິນ 7 ລ້ານກີບ ແລະ ຫລຽນທອງ 4 ລ້ານກີບ.

ໂດຍ:ສຸພາສະຫວັນ

KPL

ຂ່າວອື່ນໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

    • ເລືອດຈ້າງ ເກີດຈາກສາເຫດຫຍັງສຶກສາ-ກິລາ

      ເລືອດຈ້າງ ເກີດຈາກສາເຫດຫຍັງ

      2/17/2025 10:43:56 AM

      ເລືອດຈາງ ຄືພາວະທີ່ຮ່າງກາຍເຮົາມີເມັດເລືອດແດງຕ່ຳກວ່າປົກກະຕິ ຈຶ່ງສົ່ງຜົນໃຫ້ທຸກຈຸລັງເນື້ອເຍື່ອ ແລະ ອະໄວຍະວະໃນຮ່າງກາຍຂາດເລືອດ.

ads
ads

Top