ທັບນັກກິລາລາວ ຍາດໄດ້ຫລຽນເງິນຕື່ມ

09/05/2023 10:22
Email Print 3817
ຂປລ ການແຂ່ງຂັນກິລາຊີເກມຄັ້ງທີ 32 ໃນວັນທີ 8 ພຶດສະພາ ທັບນັກກິລາລາວ ໄດ້ລົງຊີງໄຊໃນຫລາຍລາຍການ ແລະ ສາມາດຍາດໄດ້ຫລຽນມາໃຫ້ທັບນັກກິລາລາວ ຕື່ມອີກຈໍານວນໜຶ່ງ.

     ການແຂ່ງຂັນກິລາຊີເກມຄັ້ງທີ 32 ໃນວັນທີ 8 ພຶດສະພາ ທັບນັກກິລາລາວ ໄດ້ລົງຊີງໄຊໃນຫລາຍລາຍການ ແລະ ສາມາດຍາດໄດ້ຫລຽນມາໃຫ້ທັບນັກກິລາລາວ ຕື່ມອີກຈໍານວນຫນຶ່ງ ຄື ຫລຽນເງິນ ໄດ້ຈາກທ້າວ ບຸນຕາມີ ສຸທຳມະວົງ ຈາກກິລາ ເປຕັງປະເພດຊາຍດ່ຽວ, ໂດຍເສຍໃຫ້ນັກກິລາຈາກມາເລເຊຍ ຢ່າງ ໜ້າເສຍດາຍ 9-13 ຄະແນນ, ທັງສອງເຄີຍພໍ້ກັນໃນຮອບແບ່ງກຸ່ມ ເຊິ່ງເປັນ ບຸນຕາມີ ຊະນະ 12-10. ສ່ວນຫລຽນທອງຮ່ວມປະເພດນີ້ເປັນຂອງ ໄທ ແລະ ກຳປູເຈຍ ເຈົ້າພາບ. ຂະນະທີ່ນາງ ພຸດທິດາ ພີມມະສອນ ນັກກິລາໂວວິນາມ ປະເພດຟ້ອນດ່ຽວຍິງ ບໍ່ມີອຸປະກອນ ໄດ້ຫລຽນທອງຮ່ວມ ມຽນມາ, ຫລຽນຄຳ ແມ່ນນັກກິລາຈາກໄທ ແລະ ຫລຽນເງິນ ກຳປູເຈຍ ເຈົ້າພາບ.

ສໍາລັບນາງ  ລົດແກ້ວ ອິນທະກຸມມານ ນັກກິລາແລ່ນທົນທີມຊາດລາວ ເລີ່ມລົງແຂ່ງລາຍການ 5.000 ແມັດ ໃນວັນທີ 8 ພຶດສິພາ ແລະ ວັນທີ 11 ພຶດສະພາ 2023 ຈະແຂ່ງຂັນລາຍການ 1.500 ແມັດ ແລະ ວັນທີ 12 ພຶດສະພາ 2023 ຈະແຂ່ງຂັນລາຍການ 10.000 ແມັດ. ລົດແກ້ວ ຫາກໍຄວ້າ 2 ຫລຽນຄຳ 1 ຫລຽນທອງ ການແຂ່ງຂັນລາຍການ ສິງກະໂປ ໂອເພັນ ເມື່ອບໍ່ດົນມານີ້ ເປັນການອຸ່ນເຄື່ອງທົດສອບສະມັດຕະພາບຮ່າງກາຍ ກ່ອນລຸຍຊີເກມຄັ້ງນີ້.

   ແນວໃດກໍຕາມ, ເປັນທີ່ຫນ້າໜ້າເສຍດາຍທີ່ ນ້ອງ ເຈດ ພົມສະຫວັດ ສະເລແມນ ນັກກິລາຈູຈິດຊຸ ລູກຊອດ ລາວ-ອາເມຣິກາ ບໍ່ສາມາດລົງແຂ່ງປະເພດຕໍ່ສູ້ ຮຸ່ນນໍ້າໜັກ -69 ກິໂລ ລາຍການ Ne-Waza NOGI ເນື່ອງຈາກເຈັບຂໍ້ມື ຈາກຮອບຊິງຊະນະເລີດປະເພດຕໍ່ສູ້ ຮຸ່ນນໍ້າໜັກ -69 ກິໂລ ລາຍການ Ne-Waza GI ໃນມື້ວານນີ້ ເຈດ ໄດ້ຫລຽນເງິນທຳອິດໃຫ້ທີມຊາດລາວ ໃນຊີເກມ ຄັ້ງທີ 32.

ໂດຍ: ສຸພາສະຫວັນ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top