ແຂວງອັດຕະປືເລີ່ມພັດທະນາ 2 ແຫລ່ງທ່ອງທ່ຽວຄືນໃໝ່

08/05/2023 14:12
Email Print 1765
ຂປລ ແຂວງອັດຕະປື ເລັ່ງພັດທະນາ 2 ແຫລ່ງທ່ອງທ່ຽວ ພາຍຫລັງເປີດປະເທດມານັບແຕ່ຕົ້ນປີ 2023 ຜ່ານ ເພື່ອຮອງຮັບການເຕີບໂຕ ພາກອຸດສາຫະກໍາ ທ່ອງທ່ຽວໃນຕໍ່ໜ້າ ເພື່ອຮອງຮັບແຜນພັດທະນາດັ່ງກ່າວ ເມື່ອບໍ່ດົນນີ້ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ມີພິທີ ເຊັນສັນຍາ ຮ່ວມມື ສຳປະທານພັດທະນາໂຄງການ ແຫລ່ງທ່ອງທ່ຽວທໍາມະຊາດຕາດຫົວຄົນ, ຕາດແຝດ ຂອງແຂວງອັດຕະປື.




ແຂວງອັດຕະປື ເລັ່ງພັດທະນາ 2 ແຫລ່ງທ່ອງທ່ຽວ ພາຍຫລັງເປີດປະເທດມານັບແຕ່ຕົ້ນປີ 2023 ຜ່ານ ເພື່ອຮອງຮັບການເຕີບໂຕ ພາກອຸດສາຫະກໍາທ່ອງທ່ຽວໃນຕໍ່ໜ້າ ເພື່ອຮອງຮັບແຜນພັດທະນາດັ່ງກ່າວ ເມື່ອບໍ່ດົນນີ້ພະແນກແຜນການ ແລະ ການລົງທຶນ ແຂວງອັດຕະປື ໄດ້ມີພິທີ ເຊັນສັນຍາຮ່ວມມື ສຳປະທານພັດທະນາໂຄງການ ແຫລ່ງທ່ອງທ່ຽວທໍາມະຊາດຕາດຫົວຄົນ, ຕາດແຝດ ຂອງແຂວງອັດຕະປື, ໂດຍມີທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື, ພະແນກການທີ່ກ່ຽວຂ້ອງ, ບໍລິສັດຜູ້ສໍາປະທານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການແຫລ່ງທ່ອງທ່ຽວທຳມະຊາດຕາດຫົວຄົນ, ຕາດແຝດ ມີເນື້ອທີ່ທັງໝົດ 4 ເຮັກຕາ, ໂດຍໄດ້ແບ່ງອອກເປັນ 2 ເຂດຄື: ເຂດ 1 ຕາດຫົວຄົນ, ມີເນື້ອທີ່ 2 ເຮັກຕາ ແລະ ເຂດ 2 ຕາດແຝດ, ມີເນື້ອທີ່ 2 ເຮັກຕາ, ນອກນັ້ນຍັງມີເນື້ອທີ່ດິນສະຫວງນໄວ້ອີກ ຈໍານວນ 67,8 ເຮັກ ຕາ, ໂຄງການຕັ້ງຢູ່ເຂດບ້ານໜື່ນຫົວເມືອງ ເມືອງສາມັກຄີໄຊ ແຂວງອັດຕະປື, ມີໄລຍະສໍາປະທານຂອງໂຄງການ 30 ປີ, ມູນຄ່າການລົງທຶນ ພັດທະນາໂຄງການທັງໜົດ 2 ລ້ານກວ່າໂດລາ. ຖ້າຫາກໂຄງການແຫລ່ງທ່ອງທ່ຽວ ທໍາມະຊາດຕາດຫົວຄົນ, ຕາດແຝດ ແຫ່ງນີ້ໄດ້ຮັບການພັດ ທະນາ ສໍາເລັດກໍ່ຈະກາຍເປັນແຫລ່ງທ່ອງທ່ຽວ ທາງທໍາມະຊາດແຫ່ງໃໝ່ ທີ່ສໍາຄັນອີກແຫ່ງໜຶ່ງຂອງແຂວງອັດຕະປື, ເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວພາຍໃນ ແຂວງຫລາຍຂຶ້ນ ກ້າວໄປເຖິງເຮັດໃຫ້ທ້ອງຖິ່ນ ມີລາຍຮັບເພີ່ມຂຶ້ນ ຈາກການທ່ອງ ທ່ຽວທັງໃນ ທາງກົງ ແລະ ທາງອ້ອມ.

ໂອກາດດັ່ງກ່າວໃນພິທີກໍ່ໄດ້ມີການເຊັນສັນຍາສໍາປະທານແຫລ່ງທ່ອງທ່ຽວທາງທໍາມະຊາດຕາດຫົວຄົນ, ຕາດແຝດ ເພື່ອເປັນຫັກຖານໃນເບື້ອງຕົ້ນ ຂອງການຈັດຕັ້ງປະຕິບັດ ພັດທະນາໂຄງການ, ໂດຍການຮ່ວມລົງນາມ ຕາງໜ້າອໍານາດການປົກຄອງແຂວງ ມີທ່ານ ສູນນະຄອນ ແກ້ວ ວຽງຄໍາ ຫົວໜ້າພະແນກແຜນການ ແລະ ການລົງທືນແຂວງອັດຕະປື ພ້ອມພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top