ຂປລ
ປະເທດລາວ ແມ່ນມີຄວາມອຸດົມສົມບູນທາງທຳມະຊາດ, ທຳມະຊາດໄດ້ສັນສ້າງສິ່ງມະຫັດສະຈັນທີ່ສວຍງາມ ແລະ ມີຄຸນຄ່າໜ້າ ຄົ້ນຫາ ເໝືອນກັບສະຖານທີ່ທ່ອງທ່ຽວ ຖ້ຳນ້ຳແອງ ຫລື ຖ້ຳເກົາເລົາ.

ປະເທດລາວ ແມ່ນມີຄວາມອຸດົມສົມບູນທາງທຳມະຊາດ, ທຳມະຊາດໄດ້ສັນສ້າງສິ່ງມະຫັດສະຈັນທີ່ສວຍງາມ ແລະ ມີຄຸນຄ່າໜ້າຄົ້ນຫາ ເໝືອນກັບສະຖານທີ່ທ່ອງທ່ຽວ ຖ້ຳນ້ຳແອງ ຫລື ຖ້ຳເກົາເລົາ. ຕາມຂໍ້ມູນຂອງກົມໂຄສະນາການທ່ອງທ່ຽວໃຫ້ຮູ້ວ່າ: ຖໍ້ານໍ້າແອງ ຕັ້ງຢູ່ເຂດບ້ານນ້ຳແອງ ເທິງເສັ້ນທາງອະນຸພາກພື້ນ R3A ຊຶ່ງຫ່າງຈາກເທສະບານເມືອງວຽງພູຄາ ແຂວງຫລວງນໍ້າທາ ປະມານ 12 ກິໂລແມັດ. ສະຖານທີ່ນີ້ເປັນມໍລະດົກທາງທໍາມະຊາດ ຊຶ່ງສອດແຊກຄຸນຄ່າທາງດ້ານວັດທະນະທຳ ຂຶ້ນຊື່ຂອງແຂວງຫລວງນໍ້າທາ ຊຶ່ງໄດ້ເກີດມີມາຫລາຍລ້ານປີແລ້ວ. ຢູ່ໃນບໍລິເວນຖ້ຳດັ່ງ ກ່າວມີອຸໂມງຍາວ 2 ສາຍ, ສາຍທີ່ໜຶ່ງເອີ້ນວ່າ ລອດ ຫລື ຖ້ານໍ້າແອງ, ສ່ວນສາຍທີ່ສອງແມ່ນ ຖໍ້າເກົາເລົາ ຍາວຢຽດໄປຕາມສັນພູທີ່ມີປ່າໄມ້ດົກໜາຂຽວງາມ ແລະ ອຸດົມສົມບູນໄປດ້ວຍຊີວະນາໆພັນ. ທັງສອງຖ້ຳນີ້ເປັນຖໍ້າຫີນປູນ ມີຄວາມເລິກເຂົ້າໄປໃນໜ່ວຍພູ 3 ກິໂລແມັດກວ່າ, ຢູ່ດ້ານໃນ ຂອງຖ້ຳ ແມ່ນມີຫີນໂຟດຊິວ (Fossil) ທີ່ໄດ້ສ້າງສິລະປະແຫ່ງຄວາມງາມ ຕາມທໍາມະຊາດຢູ່ຕາມຜາຜະໜັງຖ້ຳ ຊຶ່ງປະກອບມີຫີນຍ້ອຍ ແລະ ນົມຜາຫີນ ທີ່ມີລວດລາຍງົດງາມສະດຸດຕາ ແລະ ໜ້າປະທັບໃຈຫລາຍທີ່ສຸດ. ປັດຈຸບັນຖໍ້ານໍ້າແອງ ຫລື ຖ້ຳເກົາເລົ່າ ໄດ້ຮັບການຄຸ້ມຄອງ ໂດຍປະ ຊາຊົນທ້ອງຖິ່ນບ້ານນ້ຳແອງ ຊຶ່ງເປັນຜູ້ໃຫ້ບໍລິການ ແລະ ອໍານວຍຄວາມສະດວກແກ່ນັກທ່ອງທ່ຽວ ໂດຍສະເພາະແມ່ນການນຳທ່ຽວ ເພື່ອເຂົ້າຊົມຖ້ຳດັ່ງກ່າວ.

ນ້ຳແອງ ຫລື ຖ້ຳເກົາເລົາເປີດໃຫ້ທ່ານເຂົ້າຊົມທຸກມື້ ເລີ່ມແຕ່ເວລາ 8:30-16:00 ໂມງ. ຖ້າທ່ານໃດໄດ້ໄປຢ້ຽມຢາມແຂວງຫລວງນໍ້າທາ ກໍຍາດເວລາໄປສຳຜັດບັນຍາກາດທ່ຽວຊົມຄວາມງົດງາມຂອງທຳ ຊຶ່ງທຳມະຊາດປັ້ນແຕ່ງຂຶ້ນມາ ໄດ້ຢ່າງສວຍງາມ ແລະ ມີຄຸນຄ່າທີ່ຫາຊົມໄດ້ຍາກ. ຂໍຂອບ ໃຈຂໍ້ມູນທີ່ດີຈາກກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ./.
ໂດຍ:ໄໝຄໍາຍ້ອມສິນ
KPL