ເຊີນທ່ຽວ ຫາດຊາຍສີຂາວ ຫລື “ ທະເລນໍ້າຈືດແຫ່ງແມ່ນໍ້າຂອງ ”

25/04/2023 13:19
Email Print 2309
ຂປລ ຫາດຊາຍສີຂາວ ແຫ່ງເມືອງສັງທອງ ນະຄອນຫລວງວຽງຈັນ ຂຶ້ນຊື່ວ່າເປັນ ທະເລນໍ້າຈືດແຫ່ງແມ່ນໍ້າຂອງ ໄດ້ກາຍແຫລ່ງທ່ອງ ທ່ຽວແຫ່ງໃໝ່ ພວມໄດ້ຮັບຄວາມນິຍົມ ທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢ່າງຫລວງຫລາຍ.




ຫາດຊາຍສີຂາວ ແຫ່ງເມືອງສັງທອງ ນະຄອນຫລວງວຽງຈັນ ຂຶ້ນຊື່ວ່າເປັນ ທະເລນໍ້າຈືດແຫ່ງແມ່ນໍ້າຂອງ ໄດ້ກາຍແຫລ່ງທ່ອງທ່ຽວແຫ່ງໃໝ່ ພວມໄດ້ຮັບຄວາມນິຍົມ ທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢ່າງຫລວງຫລາຍ. ປີໃໝ່ລາວຜ່ານມາໄດ້ປະກົດວ່າ ພາບອັນງົດງາມ ແລະ ກຸ່ມຄົນຫລິ້ນນໍ້າຈຳນວນຫລາຍ ໄດ້ຖືກເຜີຍແຜ່ໃນສື່ສັງຄົມອອນລາຍຢ່າງກວ້າງຂວາງ ຈົນເຮັດໃຫ້ຫລາຍທ່ານຕັ້ງຄໍາຖາມວ່າ ຫາດສີຂາວນີ້ແມ່ນຢູ່ລາວ ຫລື ຢູ່ຕ່າງປະເທດ ຄືວ່າງາມເອົາແທ້ເອົາວ່າ ຊຶ່ງຜູ້ຂຽນເອງ ກໍໄດ້ມີໂອກາດເດີນທາງໄປເບິ່ງ ແລະ ສໍາຜັດດ້ວຍຕາພົບວ່າເປັນເລື່ອງຈິງ ຄື ກັບຄົນຊ່າລື ເພາະຫາດຊາຍດັ່ງກ່າວ ຂາວງາມແທ້ໆ ຊຶ່ງມັນເກີດຈາກທໍາມະຊາດ ທີ່ມີກຸ່ມດິນຊາຍຈໍານວນຫລາຍລ້ານໆເມັດ ໄຫລມາໂຮມເຂົ້າຕາມຝັ່ງແຄມແມ່ນໍ້າຂອງ ເກີດເປັນຫາດຊາຍສີຂາວຍາວຢຽດ ເກືອບ 3 ກິໂລແມັດ ຢູ່ບໍລິເວນອ້ອມຫາດຊາຍນັ້ນ ຍັງມີປ່າໄມ້, ພູຜາ, ໂງ່ນຫີນ ທີ່ຖືກ ກັດເຊາະເປັນຮູບພາບທີ່ທີ່ສວຍງາມ ອັນໄດ້ເນລະມິດໃຫ້ຫາດຊາຍດັ່ງກ່າວຍິ່ງໜ້າສົນໃຈບໍ່ໜ້ອຍ.

ສະຖານທີ່ທ່ອງທ່ຽວໃໝ່ຫາດຊາຍຂາວນີ້ຕັ້ງຢູ່ເຂດບ້ານອ່າງນ້ອຍ, ເມືອງສັງທອງ ນະຄອນຫລວງວຽງຈັນ, ຖ້າທ່ານໃດມີຈຸດປະສົງຈະເດີນທາງໄປນັ້ນ ເປັນເລື່ອງງ່າຍໆເພາະເສັ້ນທາງຈາກນະຄອນຫລວງວຽງຈັນ ເຖິງຫາດຊາຍຂາວກໍປະມານ 70 ກິໂລແມັດ, ເປັນເສັ້ນທາງປູຢາງສະດວກສະ ບາຍດີ ໃນການເດີນທາງ ເມື່ອໄປຮອດບ້ານອ່າງນ້ອຍແລ້ວ ຈະເຫັນປ້າຍໃຫຍ່ໆຂຽນວ່າ ຫາດຊາຍຂາວສັງທອງ ແລ້ວກໍລ້ຽວຊາຍເຂົ້າໄປຜ່ານທາງຄອນກຣີດ ແລະ ສືບຕໍ່ຂັບລົດຜ່ານທາງດິນຊາຍ ປະມານ 100 ແມັດກໍເຖິງຫາດຊາຍຂາວ. ຢູ່ສະຖານທີ່ທ່ອງທ່ຽວຫາດຊາຍຂາວນີ້ ຈະມີກະຕູບ, ມີ ຮ້ານອາຫານ, ມີຂາຍສິນຄ້າ, ມີຮ້ານຂາຍເຄື່ອງຊິດເບັດ, ມີເຂດກໍານົດບໍລິເວນລອຍຫລິ້ນໃນແມ່ນໍ້າຂອງ, ມີການອະນຸຍາດໃຫ້ຊິດເບັດ, ສາມາດນອນຄ້າງຄືນໄດ້ ເພິ່ນຈະມີເຕັນເພື່ອບໍລິການ. ຖ້າທ່ານໃດຢາກສໍາຜັດບັນຍາກາດ ຜັກຜ່ອນກັບຄອບຄົວ, ໝູ່ເພື່ອນ, ຄົນຮັກໃນຮູບແບບຕື່ນເຕັ້ນ ແລະ ງຽບສະຫງົບ ສາມາດໄປທົດລອງໄດ້ຮັບຮອງບໍ່ຜິດຫວັງ.


ໂດຍ:ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top