ນັກທ່ອງທ່ຽວ ສືບຕໍ່ຫລັ່ງໄຫລເຂົ້າຢ້ຽມຢາມບັນດາປະເທດສະມາຊິກແມ່ນໍ້າຢ່າງໜາແໜ້ນ

06/04/2023 09:36
Email Print 3157
ຂປລ ບັນດານັກທ່ອງທ່ຽວຕ່າງປະເທດສືບຕໍ່ຫລັ່ງໄຫລເຂົ້າມາຢ້ຽມຢາມບັນດາປະເທດ ຢູ່ລຽບຕາມແມ່ນໍ້າຂອງເພີ່ມຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງການແພ່ລະບາດພະຍາດ ໂຄວິດຈາງຫາຍໄປ.

ບັນດານັກທ່ອງທ່ຽວຕ່າງປະເທດສືບຕໍ່ຫລັ່ງໄຫລເຂົ້າມາຢ້ຽມຢາມບັນດາປະເທດ ຢູ່ລຽບຕາມແມ່ນໍ້າຂອງເພີ່ມຂຶ້ນຢ່າງຕໍ່ເນື່ອງ ພາຍຫລັງການແພ່ລະບາດພະຍາດ ໂຄວິດຈາງຫາຍໄປ.ຂະນະທີ່ພື້ນຖານໂຄງລ່າງ ທີ່ມີຄຸນນະພາບສາມາດເຊື່ອມໂຍງ ເຊື່ອມຈອດກັນເປັນໜຶ່ງດຽວ, ທ່າແຮງບົ່ມ ຊ້ອນ ແຫລ່ງທ່ອງທ່ຽວທໍາມະຊາດ, ຄວາມຫລາກຫລາຍ ດ້ານຮີດຄອງປະເພນີວັດທະນະທໍາອັນດີງາມ, ວິຖີຊີວິດ, ແມ່ນໍ້ານ້ອຍ-ໃຫຍ່, ການຜະລິດກະສິກໍາ ແລະ ອື່ນໆ ກາຍເປັນຈຸດດຶງດູດທີ່ສໍາຄັນໃຫ້ ບັນດາປະເທດສະມາຊິກນໍ້າຂອງເຊັ່ນ:  ສປປ ລາວ, ຫວຽດນາມ, ກໍາປູເຈຍ, ໄທ, ມຽນມາ ລວມທັງ ສປ ຈີນ.

ດັ່ງທີ່ຮູ້ນໍາກັນແມ່ນໍ້າຂອງມີຄວາມຍາວປະມານ 4.800 ກວ່າກິໂລແມັດໄຫລຜ່ານ 6 ປະເທດສໍາຄັນເຊັ່ນ: ສປ ຈີນ, ສປປ ລາວ, ຫວຽດນາມ, ກໍາປູເຈຍ, ມຽນມາ ແລະ ໄທ ເຊິ່ງມີປະຊາຊົນອາໃສ ຢູ່ລຽບຕາມແຄມນໍ້າຂອງ ປະມານ 300 ລ້ານຄົນ, ກັບທ່າແຮງບົ່ມຊ້ອນ ທີ່ໜ້າສົນໃຈ ແລະ ກາຍເປັນແຫລ່ງນໍ້າຈືດ ບໍ່ພຽງແຕ່ຫລໍ່ລ້ຽງຊີວິດ ຂອງປະຊາຊົນເທົ່ານັ້ນ ຫາກຍັງປະກອບສ່ວນສໍາຄັນຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ການຄົມມະນາຄົມ, ການທ່ອງທ່ຽວ ແລະ ອື່ນໆ ຢ່າງກວ້າງຂວາງ. ນອກຈາກນັ້ນນໍ້າຂອງ ຍັງເປັນທີ່ຢູ່ອາໃສ ຂອງ ສັດລ້ຽງ ລູກດ້ວຍນໍ້ານົມ 430 ຊະນິດ, ສັດເລືອຄານ ແລະ ສັດເຄິ່ງບົກເຄີ່ງນໍ້າ 800 ກວ່າຊະນິດ, ນົກ 1.200 ຊະນິດ, ພືດພັນມີຫລາຍກວ່າ 20.000 ຊະນິດ. ຍ້ອນຄວາມມີລັກສະນະທີ່ມະຫັດສະຈັນ ແລະ ຄວາມອຸດົມສົມບູນຂອງແມ່ນໍ້າຂອງ ໄດ້ສ້າງກາລະໂອກາດຮອບດ້ານ ໃຫ້ແຕ່ລະ ປະເທດນັ້ນເອງ.

ມື້ນີ້ຜູ້ຂຽນຂໍຍົກເລື່ອງການທ່ອງທ່ຽວມາສະເໜີ ເພື່ອໃຫ້ເຂົ້າກັບບັນຍາກາດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ຄັ້ງທີ 4 ທີ່ ສປປ ລາວ ເປັນເຈົ້າພາບຈັດໃນລະຫວ່າງ ວັນທີ 2-5 ເມສາ 2023 ຊຶ່ງ ວຽກງານທ່ອງທ່ຽວໃນປະເທດ ທີ່ຢູ່ລຽບຕາມແຄມນໍ້າຂອງ ມີທ່າ ແຮງບົ່ມຊ້ອນແຕກຕ່າງກັນ ແລະ ພູມສັນຖານກໍແຕກຕ່າງກັນ ເຊິ່ງໝົດນັ້ນຄືຈຸດເດັ່ນ ທີ່ເຮັດໃຫ້ປະເທດເຫລົ່ານັ້ນສາມາດດຶງດູດ ນັກທ່ອງທ່ຽວ ແລະ ເປັນປາຍທາງ ການທ່ອງທ່ຽວທີ່ໜ້າຄົ້ນຫາ. ຕົວຢ່າງ ນໍ້າຂອງທີ່ໄຫລຜ່ານ ສປປ ລາວ ໄດ້ເນລະມິດໃຫ້ເກີດ ເປັນເກາະດອນ ນ້ອຍ- ໃຫຍ່, ນໍ້າຕົກຕາດ ອັນລືຊືຄື: ຫລີຜີ, ຄອນພະເພັງ ທີ່ບັນດານັກທ່ອງທ່ຽວ ໃຫ້ສາຍານາມວ່າ ອັນຍະມະນີແຫ່ງແມ່ນໍ້າ, ແຫລ່ງອາໃສຢູ່ຂອງປາຂ່າ, ຄວາມຫລາກຫລາຍຊົນເຜົ່າ ທີ່ຢູ່ລຽບແຄມນໍ້າຂອງ, ພູຜາປ່າດົງ, ການຜະລິດກະສິກໍາ, ການປະມົງ ແລະ ວິຖີຊີວິດອື່ນໆນັ້ນ ໄດ້ເຮັດໃຫ້ ນັກທ່ອງທ່ຽວ ຈາກທົ່ວໂລກ ຢາກມາສໍາຜັດຢ່າງແທ້ຈິງ. ຫວ່າງບໍ່ດົນມານີ້, ບັນສຳນັກຂ່າວຈາກຕ່າງປະເທດ ໄດ້ຍົກໃຫ້ ສປປ ລາວກາຍຈຸດໝາຍປາຍທາງ ການທ່ອງທ່ຽວຍອດນິຍົມ ປະຈໍາປີ 2023  ເຊິ່ງໜຶ່ງໃນນັ້ນແມ່ນ ເມືອງມໍລະດົກໂລກຫລວງພະບາງ ຊຶ່ງມີທີ່ຕັ້ງອ້ອມຮອບ ຂອງ ແມ່ນໍ້າສອງສາຍຄື: ນໍ້າຄານ ແລະ ແມ່ນໍ້າຂອງ.

ດ້ວຍທ່າແຮງດ້ານການທ່ອງທ່ຽວທີ່ມີນັ້ນ ບັນດາປະເທດໃນອະນຸພາກພື້ນແມ່ນໍ້າຂອງ ກໍາລັງຮ່ວມມືກັນເພື່ອສົ່ງເສີມໃຫ້ອະນຸພາກພື້ນ ເປັນຈຸດຫມາຍປາຍທາງດຽວ ຂອງນັກທ່ອງທ່ຽວສາກົນ ແລະ ສົ່ງເສີມຊຸມຊົນ ເພື່ອເສີມຂະຫຍາຍຜົນປະໂຫຍດ ທາງດ້ານສິ່ງແວດລ້ອມ, ສັງຄົມ ແລະ ເສດຖະກິດ ຂອງການທ່ອງທ່ຽວ ຊຶ່ງບັນດາລັດຖະມົນຕີຈາກ 6 ປະເທດ ສະມາຊິກອະນຸພາກພື້ນແມ່ນ້ຳຂອງ (GMS) ໄດ້ຮັບຮອງເອົາຍຸດທະສາດ ຂະແໜງການທ່ອງທ່ຽວ GMS 2016-2025 ໃນຍຸດທະສາດດັ່ງກ່າວໄດ້ກຳນົດ 5 ທິດທາງຍຸດທະສາດຄື: ພັດທະນາຊັບພະຍາກອນມະນຸດ, ປັບປຸງພື້ນຖານໂຄງລ່າງ ການທ່ອງທ່ຽວ,  ເສີມຂະຫຍາຍປະສົບການ ແລະ ການບໍລິການຂອງນັກທ່ອງທ່ຽວ, ດຳເນີນກິດຈະກຳການຕະຫລາດ ແລະ ສົ່ງເສີມການສ້າງສັນ, ແລະ  ອຳນວຍຄວາມສະດວກ ໃນການເດີນທາງພາກພື້ນ. ວຽກງານຂອງຄະນະວຽກງານ ທ່ອງທ່ຽວ GMS ໄດ້ ລວມເອົາ ການຕະຫລາດການທ່ອງທ່ຽວແບບຍືນຍົງ ແລະ ເໝາະສົມໃນອະນຸພາກພື້ນ ໂດຍຜ່ານການພັດທະນາ ເປັນຊຸດທ່ອງທ່ຽວຫລາຍປະເທດ; ຝຶກອົບຮົມພະນັກງານລັດ ແລະ ປະຊາຊົນທີ່ເຮັດວຽກ ໃນອຸດສາຫະກໍາການທ່ອງທ່ຽວ; ຜະລິດຜະລິດຕະພັນທ້ອງຖິ່ນ ເພື່ອຂາຍໃຫ້ນັກ ທ່ອງທ່ຽວ ແລະ ປົກປັກຮັກສາມໍລະດົກທາງດ້ານນິເວດ ແລະ ວັດທະນະທຳຂອງບັນດາສະຖານທີ່ທ່ອງທ່ຽວ ທີ່ສຳຄັນໃນອະນຸພາກພື້ນ.

 ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top