ຮອງລັດຖະມົນຕີກະຊວງການເງິນ ລົງຊຸກຍູ້ວຽກ ກຽມພ້ອມເປີດລົດໄຟໂດຍສານ ລະຫວ່າງປະເທດ

27/03/2023 16:11
Email Print 678
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ,ພ້ອມຄະນະຈາກກົມພາສີ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ລົງຕິດຕາມ-ຊຸກຍູ້ວຽກງານຂະແໜງພາສີ ຢູ່ແຂວງຫລວງນໍ້າທາ ໂດຍສະເພາະຢູ່ດ່ານພາສີສາກົນບໍ່ເຕັນ ເພື່ອກຽມຄວາມພ້ອມຕ່າງໆ ​ໃນ​ການເປີດບໍລິການນໍາໃຊ້ໃຫ້ຜູ້ໂດຍສານສາຍຕ່າງປະເທດເຂົ້າ-ອອກ ຜ່ານທາງລົດໄຟ ຄາດຄະເນຕົ້ນເດືອນເມສາ 2023 ນີ້.

 

ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ,ພ້ອມຄະນະຈາກກົມພາສີ, ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ລົງຕິດຕາມ-ຊຸກຍູ້ວຽກງານຂະແໜງພາສີ ຢູ່ແຂວງຫລວງນໍ້າທາ ໂດຍສະເພາະຢູ່ດ່ານພາສີສາກົນບໍ່ເຕັນ ເພື່ອກຽມຄວາມພ້ອມຕ່າງໆ ​ໃນ​ການເປີດບໍລິການນໍາໃຊ້ໃຫ້ຜູ້ໂດຍສານສາຍຕ່າງປະເທດເຂົ້າ-ອອກ ຜ່ານທາງລົດໄຟ ຄາດຄະເນຕົ້ນເດືອນເມສາ 2023 ນີ້.
    ​ໂອກາດ​ນີ້, ທ່ານ ວິລະກອນ ເກດຕະວົງ ຫົວໜ້າດ່ານພາສີສາກົນບໍ່ເຕັນ ກໍ​ໄດ້ລາຍໂດຍສັງ ເຂບກ່ຽວກັບຄວາມພ້ອມຕ່າງໆຂອງຂະແໜງພາສີ ວ່າ: ປັດຈຸບັນ,
ສະຖານີທາງລົດໄຟບໍ່ເຕັນ, ໄດ້ເຊີນຂະແໜງການທີ່ກ່ຽວຂ້ອງ ເພື່ອປະຊຸມປຶກສາຫາລືກ່ຽວກັບ ວຽກກວດຄົນເຂົ້າ-ອອກເມືອງ, ວຽກງານພາສີ, ວຽກງານກັກກັ້ນພຶດ-ສັດ ແລະ ວຽກງານຄວາມປອດໄພໃນສະຖານີ ໃນການກະ ກຽມຄວາມພ້ອມຕ່າງໆ ເພື່ອເປີດບໍລິການໂດຍສານສາຍຕ່າງປະເທດເຂົ້າ-ອອກ ຜ່ານທາງລົດໄຟ, ຊຶ່ງຄາດຄະເນຈະເປີດບໍລິການເປັນທາງການ ໃນຕົ້ນເດືອນເມສາ 2023 ນີ້. ພ້ອມກັນນີ້, ຄະນະຮັບຜິດຊອບຝ່າຍບໍລິການຂອງທາງສະຖານີລົດໄຟ ໄດ້ກຽມຄວາມພ້ອມທາງດ້ານຕ່າງໆ ໃນການບໍ ລິການຜູ້ໂດຍສານເຂົ້າ-ອອກສາຍພາຍໃນ ແລະ ຕ່າງປະເທດ ເປັນຕົ້ນ ສາຍຕ່າງປະເທດແມ່ນຈະເປີດໜຶ່ງຖ້ຽວຕໍ່ມື້ເຂົ້າ-ອອກ ຊຶ່ງລົດໄຟມາແຕ່ ສປ ຈີນ ແມ່ນຈະແລ່ນເຂົ້າເຖິງສະຖານີນະຄອນ ຫລວງວຽງຈັນ ແລະ ຈາກ ສປປ ລາວ ນະຄອນຫລວງວຽງຈັນ ຈະແລ່ນເຖິງ ສປ ຈີນ. ສໍາລັບ ການບໍລິການແຈ້ງໜັງສືເດີນທາງ (Passport) ຂອງຜູ້ໂດຍສານເຂົ້າ-ອອກ, ກໍານົດໂມງເວລາແຈ້ງໜັງສືເດີນທາງ ມີເວລາ 2 ຊົ່ວໂມງ. ຈາກນັ້ນ, ໃຫ້ບັນດາຂະແໜງການທີ່ປິ່ນອ້ອມວຽກງານທີ່ກ່ຽວ ຂ້ອງການກະກຽມຄວາມພ້ອມທາງດ້ານຕ່າງໆ ເປັນຕົ້ນສະຖານທີ່.     ສຳລັບ ຄວາມພ້ອມຂອງວຽກງານພາສີ, ປັດຈຸບັນ ມີກົດໝາຍວ່າດ້ວຍພາສີ, ລະບຽບການຕ່າງໆເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເປັນອັນສະເພາະກ່ຽວກັບ ຜູ້ໂດຍສານເຂົ້າ-ອອກຜ່ານດ່ານຊາຍແດນ, ມີສະຖານທີ່, ຫ້ອງການ, ຫໍພັກ ແລະ ເຄື່ອງອຸປະກອນຈໍານວນໜຶ່ງທີ່ໂຄງການທາງລົດໄຟ ມອບໃຫ້ເຈົ້າໜ້າທີ່ພາສີນໍາໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ ຢູ່ສະຖານີລົດໄຟ ເປັນຕົ້ນ ຫ້ອງບໍລິການແຈ້ງພາສີ, ຫ້ອງ DATA ລະບົບອາຊິກຸດາ ແມ່ນມີຄວາມພ້ອມໃນການບໍລິການ ໃນປັດຈຸບັນສາມາດຊໍາລະຜ່ານທາງທະນາຄານພັດທະນາລາວ ທີ່ມາຕິດຕັ້ງສໍາເລັດແລ້ວ. ສ່ວນສະຖານທີ່ຫ້ອງການບ່ອນປະຈໍາການຂອງເຈົ້າໜ້າທີ່ພາສີ, ຈຸດຜູ້ໂດຍສານເຂົ້າ-ອອກຕ່າງປະເທດມີຄວາມພ້ອມ, ລະບົບໄອທີ, ​ເຄື່ອງສະແກນຈໍານວນ 4 ເຄື່ອງ ເພື່ອກວດກາກະເປົາເດີນທາງ, ເຄື່ອງຕິດຕົວຜູ້ໂດຍສານ ແມ່ນໄດ້ຮັບການຕິດຕັ້ງສໍາເລັດແລ້ວ, ມີອຸປະກອນປ້າຍບອກເຕືອນ,​ ເອກະສານໃບແຈ້ງເຄື່ອງຂອງຕິດຕົວຜູ້ໂດຍສານ (Customs Declaration Form for Personal Effects) ແລະ ປ້າຍບອກຄໍາເຕືອນການແຈ້ງເງິນສົດ, ວັດຖຸມີຄ່າແລະເຄື່ອງມືທາງດ້ານການເງິນໃນເວລາເຂົ້າ​-ອອກ ສປປ ລາວ, ໄດ້ປະສານສົມທົບ ແລະ ເຮັດວຽກກັບເຈົ້າຂອງ​​ຫ້ອງທີ່ສໍາປະທານນໍາສະຖານີລົດໄຟ ເພື່ອເຮັດຮ້ານຄ້າປອດພາສີຢູ່ໃນອາຄານໂດຍສານຕ່າງປະເທດ.     ສະນັ້ນ, ເພື່ອກຽມຄວາມພ້ອມໃນການ ເປີດບໍລິການນໂດຍສານສາຍຕ່າງປະເທດ ເຂົ້າ-ອອກຜ່ານທາງລົດໄຟ, ສຳລັບຂະແໜງພາສີ ສະເໜີການຊໍາລະຄ່າພາສີ-ອາກອນພັນທະອື່ນໆລະ ບອບ PF, ໃນກໍລະນີມີເຄື່ອງຕິດໂຕຜູ້ໂດຍສານສະເໜີໃຫ້ມີຕູ້ KIOS ຫລື ໃຫ້ລະບົບທະນາຄານສາມາດເຊື່ອມຕໍ່ໃຫ້ຊໍາລະຜ່ານລະບົບມືຖືລະບົບ WeChat ຂອງຄົນຈີນ ເພື່ອອໍານວຍຄວາມສະ ດວກໃຫ້ຜູ້ໂດຍສານເຂົ້າ-ອອກ, ເພາະເວລາຂອງຜູ້ໂດຍສານເຂົ້າ-ອອກ ແຈ້ງເອກະສານເດີນທາງ Passport ມີພຽງ 2 ຊົ່ວໂມງ, ໃຫ້ສາມາດຈັດຕັ້ງປະຕິບັດເກັບດ້ວຍເງິນສົດ ເຮັດໃບສັ່ງມອບເຂົ້າບັນຊີງົບປະມານເປັນແຕ່ລະວັນ ຫລື ໃຫ້ທະນາຄານມີເຄົາເຕີ້ບໍລິການ ຢູ່ຈຸດເລນຜູ້ໂດຍສານເຂົ້າ-ອອກສາຍຕ່າງປະເທດ ເພື່ອບໍລິການຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນໆຕາມລະບຽບການ ຫລື ກວດກາລະອຽດ ແລະ ເສຍຢູ່ປາຍທາງ.

ສຳລັບ ສະຖານີລົດໄຟ ໃຫ້ມີຕາຕະລາງເວລາການເດີນລົດສາຍຕ່າງປະເທດລະອຽດ, ວັນ,ເວລາໃນແຕ່ລະມື້ເປັນແຜນລະອຽດລ່ວງໜ້າ, ເພາະຕິດພັນກັບຕາຕະລາງການແຕ່ງຕັ້ງ ເຈົ້າໜ້າທີ່ພາ ສີເຂົ້າປະຈໍາການ; ຕິດປ້າຍຊີ້ບອກຈຸດບໍລິການຂອງຂະແໜງການພາສີຫລັງຈຸດ ຕມ ເພື່ອໃຫ້ເປັນລັກສະນະສະຖານີສາກົນສົມບູນແບບ; ສະເໜີ ບໍລິສັດທາງລົດໄຟ ມອບອຸປະກອນຮັບໃຊ້ຫ້ອງ ການທີ່ຍັງບໍ່ທັນໄດ້ມອບຮັບ ໂດຍໃຫ້ມີບັນຊີລະອຽດແຕ່ລະລາຍການ ເພື່ອເປັນຫລັກຖານໃນການມອບຮັບຢ່າງເປັນທາງການ ເພາະຈະໄດ້ນໍາໃຊ້ໃນວຽກງານວິຊາສະເພາະຂອງຂະແໜງພາສີ ຢູ່ຫ້ອງບໍລິການເລນໂດຍສານຕ່າງປະເທດ ແລະ ຫ້ອງການພາສີປະຈໍາສະຖານີ, ພ້ອມກັບຈັດຝຶກອົບການ ນໍາໃຊ້ເຄື່ອງສະແກນກະເປົາຜູ້ໂດຍສານ ໃຫ້ກັບເຈົ້າໜ້າທີ່ພາສີປະຈຳດ່ານ ນໍາອີກ.

ຂ່າວ-ພາບ: ກະຊວງ​ການ​ເງິນ


KPL

ຂ່າວອື່ນໆ

ads
ads

Top