ອູແກຣນ ຈະຜະລິດທັນຍາພືດ-ພືດປະເພດຖົ່ວ ບັນລຸ 45 ລ້ານໂຕນ

27/03/2023 22:08
Email Print 456
ຂປລ ອູແກຣນ ຈະຜະລິດ ທັນຍາພືດ ແລະ ພືດປະເພດຖົ່ວ ໃຫ້ບັນລຸ 45 ລ້ານໂຕນ ໃນປີ 2023. ໂດຍ ອູແກຣນ ຈະສາມາດ ຈັດຫາ ທັນຍາພືດ ແລະ ອາຫານ ໄດ້ຢ່າງຮອບດ້ານ ເຊັ່ນດຽວກັບປີກາຍ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,  ທ່ານ ເດນີສ ຊາມິຮັລ ນາຍົກ ລັດຖະມົນຕີ ອູແກຣນ ຄາດວ່າ: ອູແກຣນ ຈະຜະລິດ ທັນຍາພືດ ແລະ ພືດປະເພດຖົ່ວ ໃຫ້ບັນລຸ 45 ລ້ານໂຕນ ໃນປີ 2023. ໂດຍ ອູແກຣນ ຈະສາມາດ ຈັດຫາ ທັນຍາພືດ ແລະ ອາຫານ ໄດ້ຢ່າງຮອບດ້ານ ເຊັ່ນດຽວກັບປີກາຍ, ພ້ອມກັນນັ້ນ ຍັງຄາດວ່າ ອູແກຣນ ຈະເກັບກ່ຽວເຂົ້າ, ສາລີ ໄດ້ປະມານ 16,6 ລ້ານໂຕນ ໃນປີນີ້ ດ້ວຍປະລິມານ ການບໍລິໂພກ ພາຍໃນປະເທດ ປະມານ 5 ລ້ານໂຕນ. ໃນນອກຈາກນັ້ນ ລັດຖະບານ ອູແກຣນ ພວມໃຫ້ ການຊ່ວຍເຫລືອ ກະສິກອນ ເພື່ອແນໃສ່ ການປູກພືດ ໃຫ້ໄດ້ຮັບປະສິດທີຜົນດີຂຶ້ນ./.

KPL

ຂ່າວອື່ນໆ

ads
ads

Top