ທ່ານ ສີ ຈິ້ນຜິງ ໃຫ້ຄຳຊີ້ນຳທີ່ສຳຄັນຕໍ່ໄພພິບັດຈາກພາຍຸໄຕ້ຝຸ່ນຢາກິ

08/09/2024 11:34
Email Print 208
ຂປລ ພາຍຸ ໄຕ້ຝຸ່ນ ຢາກິ(Yagi) ໄດ້ເຮັດໃຫ້ ປະຊາຊົນ 1,22 ລ້ານຄົນ ໃນແຂວງໄຫຫລຳ, ແຂວງກວາງຕຸ້ງ ແລະ ເຂດປົກຄອງ ຕົນເອງເຜົ່າຈ້ວງກວາງຊີຈີນ ປະສົບໄພ ຢ່າງໜັກ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບອີກ 95 ຄົນ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ວັນທີ 7 ກັນຍານີ້, ພາຍຸ ໄຕ້ຝຸ່ນ ຢາກິ(Yagi) ໄດ້ເຮັດໃຫ້ ປະຊາຊົນ 1,22 ລ້ານຄົນ ໃນແຂວງໄຫຫລຳ, ແຂວງກວາງຕຸ້ງ ແລະ ເຂດປົກຄອງ ຕົນເອງເຜົ່າຈ້ວງກວາງຊີຈີນ ປະສົບໄພ ຢ່າງໜັກ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບອີກ 95 ຄົນ  ພາຍຫລັງ ໄພພິບັດ ດັ່ງກ່າວ ເກີດຂຶ້ນແລ້ວ, ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກ ກອມມູນິດຈີນ, ປະທານ ປະເທດ, ປະທານ ຄະນະກຳມະການ ການທະຫານ ສູນກາງຈີນ ໄດ້ເອົາໃຈໃສ່ ເປັນຢ່າງສູງ ແລະ ໃຫ້ຄຳຊີ້ນຳ ທີ່ສຳຄັນ ໂດຍຮຽກຮ້ອງ ໃຫ້ເລັ່ງກວດກາ ສະພາບ ຂອງໄພພິບັດ ຢ່າງລະອຽດ, ຈັດຕັ້ງກຳລັງ ພາກສ່ວນຕ່າງໆ ກູ້ໄພ, ຈັດສັນປະຊາຊົນ ຜູ້ປະສົບໄພ ໃຫ້ດີ ເພື່ອປ້ອງກັນ ບໍ່ໃຫ້ໄພ ເກີດຂຶ້ນຕາມມາອີກ ແລະ ພະຍາຍາມ ຈົນສຸດ ຄວາມສາມາດ ເພື່ອຫລຸດ ຈຳນວນຜູ້ເສຍຊີວິດ ແລະ ບາດເຈັບ ພ້ອມທັງ ຕ້ອງຟື້ນຟູ ສິ່ງກໍ່ສ້າງພື້ນຖານ ໂຄງລ່າງຕ່າງໆ ເຊັ່ນ: ຄົມມະນາຄົມ, ພະລັງໄຟຟ້າ ແລະ ໂທລະຄົມ, ຕັ້ງໜ້າ ດຳເນີນການສ້າງສາ ຄືນໃໝ່ ຫລັງໄພພິບັດ, ຟື້ນຟູ ຄວາມເປັນລະບຽບ ຮຽບຮ້ອຍ ດ້ານການຜະລິດ ແລະ ຊີວິດ ການເປັນຢູ່ ຂອງປະຊາຊົນ ເປັນປົກກະຕິ ໂດຍໄວ, ຮັບປະກັນ ຄວາມປອດໄພ ດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢ່າງແທ້ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top