ມົງໂກລີ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ກວ່າ 76.000 ເທື່ອຄົນ

27/03/2023 22:08
Email Print 251
ຂປລ ນັບແຕ່ຕົ້ນປີ 2023, ມົງໂກລີ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ ລວມມີ 76.068 ເທື່ອຄົນ, ໂດຍສ່ວນໃຫຍ່ ແມ່ນມາຈາກ ຣັດເຊຍ, ສປຈີນ ແລະ ສ.ເກົາຫລີ ຫລາຍທີ່ສຸດ.

ຂປລ.ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງ ສິ່ງແວດລ້ອມ ແລະ ການທ່ອງທ່ຽວ ຂອງ ມົງໂກລີ ເປີດເຜີຍວ່າ: ນັບແຕ່ຕົ້ນປີ 2023, ມົງໂກລີ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ ລວມມີ 76.068 ເທື່ອຄົນ, ໂດຍສ່ວນໃຫຍ່ ແມ່ນມາຈາກ ຣັດເຊຍ, ສປຈີນ ແລະ .ເກົາຫລີ ຫລາຍທີ່ສຸດ. ລັດຖະບານ ມົງໂກລີ ໄດ້ດຳເນີນ ມາດຕະການຕ່າງ ເພື່ອຟື້ນຟູ ຂະແໜງ ການທ່ອງທ່ຽວ ທີ່ໄດ້ຮັບ ຜົນກະທົບ ຈາກ ການແພ່ ລະບາດ ຂອງ ພະຍາດໂຄວິດ-19 ເຊັ່ນ: ການຍົກເວັ້ນ ຂໍ້ກຳນົດ ວິຊ້າ ທີ່ກຳນົດໃຫ້ ອາໄສຢູ່ ສູງສຸດ 30 ວັນ ສຳລັບ ພົນລະເມືອງ ຈາກ 34 ປະເທດ ຈົນເຖິງ ປີ 2025. ໂດຍ ມົງໂກລີ ຍັງກຳນົດ ໃຫ້ປີ 2023,2024 ແລະ 2025 ເປັນປີ ທີ່ໜ້າທ່ອງທ່ຽວ ມົງໂກລີ (Years to Visit Mongolia). ຄາດວ່າ ປະເທດນີ້ ຈະຈັດກິດຈະກຳ ສົ່ງເສີມ ການທ່ອງທ່ຽວ ຫລາຍກວ່າ 90 ຄັ້ງ ໃນປີ 2023. ນອກຈາກນີ້ ມົງໂກລີ ຍັງຕັ້ງເປົ້າໝາຍ ຕ້ອນຮັບ ນັກທ່ອງທ່ຽວ ຕ່າງປະເທດ ຢ່າງໜ້ອຍ 1 ລ້ານຄົນ ແລະ ສ້າງລາຍໄດ້ ຈາກການ ທ່ອງທ່ຽວໃຫ້ບັນລຸ 1 ຕື້ໂດລາ ສະຫະລັດ ໃນອີກ ບໍ່ເທົ່າໃດປີຕໍ່ໜ້າ. /.

KPL

ຂ່າວອື່ນໆ

ads
ads

Top