ຍອດການຈົດທະບຽນ ຍານພາຫະນະໄຟຟ້າ ໃນອິນເດຍ ບັນລຸ 1,7 ລ້ານຄັນ

27/03/2023 22:06
Email Print 396
ຂປລ ນັບຕັ້ງແຕ່ ປີ 2020, ຍອດການ ຈົດທະບຽນ ຍານພາຫະນະໄຟຟ້າ (EV) ພາຍໃນ ປະເທດ ລວມມີ 1,7 ລ້ານຄັນ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານ ຄຣິຊານ ພັລ ກູຣຈາຣ ລັດຖະມົນຕີ ກະຊວງ ອຸດສາຫະກຳໜັກ ຂອງ ອິນເດຍ ກ່າວໃນ ສະພາຕໍ່າ ຂອງ ລັດຖະສະພາ ອິນເດຍວ່າ: ນັບຕັ້ງແຕ່ ປີ 2020, ຍອດການ ຈົດທະບຽນ ຍານພາຫະນະໄຟຟ້າ (EV) ພາຍໃນ ປະເທດ ລວມມີ 1,7 ລ້ານຄັນ. ໃນປີ 2022, ອິນເດຍ ມີຍານພາຫະນະໄຟຟ້າ ທີ່ຈົດທະບຽນ ລວມມີ 1.015.196 ຄັນ, ໃນນັ້ນ ປີ 2021 ມີ 327.976 ຄັນ ແລະ ປີ 2020 ຈຳນວນ 123.092 ຄັນ ຕາມລຳດັບ. ໃນຂະນະທີ່ ຍານພາຫະນະ ໄຟຟ້າ ທີ່ຈົດທະບຽນ ນັບຕັ້ງແຕ່ ປີ 2023 ຈົນເຖິງວັນທີ 15 ມີນາ ລວມມີ 256.980 ຄັນ./.

KPL

ຂ່າວອື່ນໆ

ads
ads

Top