ກົມສ້າງຄູ ສສກ ປະດັບຫລຽນ ບັ້ນແຂ່ງຂັນຮັກຊາດ-ພັດທະນາ 5 ປີ

24/03/2023 16:17
Email Print 1544
ຂປລ ຂປລ. ເມື່ອບໍ່ດົນມານີ້, ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີທີສະຫລຸບ ແລະປະດັບຫລຽນໄຊແຮງງານ ຊັ້ນ 1, ຊັ້ນ 2, ຊັ້ນ 3, ຫລຽນກາແຮງງານ ແລະ ໃບຍ້ອງຍໍຈາກລັດຖະບານ ໃນການຈັດຕັ້ງປະຕິບັດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020),

 

   ຂປລ. ເມື່ອບໍ່ດົນມານີ້, ກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດພິທີທີສະຫລຸບ ແລະປະດັບຫລຽນໄຊແຮງງານ ຊັ້ນ 1, ຊັ້ນ 2, ຊັ້ນ 3, ຫລຽນກາແຮງງານ ແລະ ໃບຍ້ອງຍໍຈາກລັດຖະບານ ໃນການຈັດຕັ້ງປະຕິບັດບັ້ນແຂ່ງຂັນຮັກຊາດ ແລະ ພັດທະນາ ໄລຍະ 5 ປີ (2016-2020), ພ້ອມທັງສືບຕໍ່ເປີດບັ້ນແຂ່ງຂັນຂະບວນຕ້ານ ແລະ ສະກັດກັ້ນຢາເສບຕິດ ແລະ ແຂ່ງຂັນຂະບວນການຮັກຊາດ ແລະ ພັດທະນາ ໄລຍະ 5 ປີຕໍ່ໜ້າ 2021-2025.
  ໂອກາດນີ້, ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໃຫ້ຄະນະກົມສ້າງຄູ ເພີ່ມທະວີການສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ພະນັກງານມີຄວາມເຂັ້ມແຂງ ແລະ ຫລາຍກວ່າເກົ່າ ພ້ອມກັນອົດທົນຜ່ານຜ່າ
, ມີຄວາມອຸ່ນອ່ຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ-ຂອງລັດ, ມີຄວາມຮັບຜິດຊອບສູງ ແລະ ໃຫ້ການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ສືບຕໍ່ເພີ່ມທະວີການສົ່ງເສີມການຈັດຕັ້ງປະ ຕິບັດການຮຽນການສອນໃຫ້ສູງຂຶ້ນ, ປັບປຸງຄຸນນະພາບຄູ, ພ້ອມກັນຄົ້ນຄວ້າ ແລະ ຖອດຖອນບົດຮຽນຫລັກສູດຈາກປະເທດເພື່ອນບ້ານ ໂດຍສະເພາະ ສສ ຫວຽດນາມ ເຊິ່ງເປັນຕົວແບບທີ່ດີ.
  ໃນໂອກາດດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການປາຖະກະຖາ ເນື່ອງໃນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 74 ປີ ໂດຍທ່ານ  ນາງ ສີສຸກ ວົງວິຈິດ ທີ່ໄດ້ຍົກໃຫ້ເຫັນປະຫວັດສາດການກໍາເນີດເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບປະຊາຊົນລາວໃນແຕ່ລະໄລຍະ ໄດ້ຜະເຊີນໜ້າໂດຍກົງກັບສັດຕູ ທີ່ມີກໍາລັງແຮງເໜືອກວ່າຫລາຍທົບທາງດ້ານເສດຖະກິດ
, ກຳລັງພົນ ແລະ ອາວຸດຍຸດໂທປະກອນ, ແຕ່ດ້ວຍການເສີມຂະຫຍາຍນໍ້າໃຈຮັກຊາດອັນສູງສົ່ງ, ມູນເຊື້ອຕໍ່ສູ້ບໍ່ຍອມຈຳນົນຂອງບັນພະບູລຸດ ແລະ ປະຊາຊົນເຮົາ, ຊຶ່ງມັນໄດ້ຜ່ານການຝຶກຝົນທົດສອບໃນແປວໄຟແຫ່ງການຕໍ່ສູ້ກູ້ຊາດ ໃນເງື່ອນໄຂທີ່ຫຍຸ້ງຍາກລຳບາກທີ່ສຸດ, ກອງທັບເຮົາໄດ້ສ້າງວິລະກຳອັນລໍ້າເລີດ ແລະ ຈາລຶກໄວ້ໃນໜ້າປະຫວັດສາດຂອງກອງທັບ, ຂອງຊາດລາວເຮົາຈົນມາເຖິງທຸກວັນນີ້ ແລະ ຕະຫລອດໄປ.

ຂ່າວ: ສົງການ ພັນແພງດີ

KPL

ຂ່າວອື່ນໆ

ads
ads

Top