ລັດຖະມົນຕີ ຜທ ຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ

23/03/2023 16:30
Email Print 741
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 22 ມີນາ 2023 ຜ່ານມາ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມໃຫ້ທິດຊີ້ນຳແກ່ຄະນະນຳ

 

ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 22 ມີນາ 2023 ຜ່ານມາ, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ພ້ອມຄະນະ ໄດ້ລົງເຄື່ອນໄຫວເຮັດວຽກ ແລະ ພົບປະໂອ້ລົມໃຫ້ທິດຊີ້ນຳແກ່ຄະນະນຳ ແລະ ພະນັກງານຫລັກແຫລ່ງໃນຂົງເຂດແຜນການ ແລະ ການລົງທຶນ ຢູ່ແຂວງຄຳມ່ວນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໄດ້ຮັບປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.     ການລົງເຄື່ອນໄຫວຢ້ຽມຢາມ ໃນຄັ້ງນີ້, ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນ ການ ແລະ ການລົງທຶນແຂວງຄຳມ່ວນ ໄດ້ລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລ ຍະຜ່ານມາ ເຊິ່ງພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ ໄດ້ເອົາໃຈໃສ່ເກັບກໍາ ແລະ ສັງລວມ ເອກະສານໂຄງການລົງທຶນຂອງລັດ ບັນດາໂຄງການຂອງຂະແໜງການອ້ອມຂ້າງແຂວງ ແລະ ທ້ອງຖິ່ນ ເພື່ອປະເມີນກ່ອນນຳສະເໜີເຂົ້າແຜນການປະຈຳປີ 2023 ເພື່ອສັງລວມ ແລະ ປະເມີນກ່ອນສະເໜີເຂົ້າແຜນ 2023 ໄດ້ທັງໝົດ 52 ໂຄງການ, ເອົາໃຈໃສ່ກວດກາ ແລະ ປະເມີນຄືນບັນດາໂຄງການນອກແຜນຈາກພະແນກການ ແລະ ບັນດາເມືອງທີ່ສະເໜີເຂົ້າແຜນລົງທຶນຂອງລັດທີ່ໄດ້ຈັດຕັ້ງປະຕິບັດຜ່ານມາຮອດປີ 2022 ມີທັງໝົດ 96 ໂຄງການ, ການລົງທຶນໃນກິດຈະການສຳປະທານ ແລະ ກິດຈະການທົ່ວໄປ(ທີ່ນອນໃນບັນຊີຄວບຄຸມ) ຂອງເອກະຊົນພາຍໃນ ແລະ ຕ່າງປະເທດພາຍໃນແຂວງລວມທັງໝົດ 192 ໂຄງການ, ມູນຄ່າການລົງທຶນທັງໝົດ 7.088,06 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 2.793,42 ລ້ານໂດລາສະຫະລັດ ໃນນີ້ໄດ້ແຍກອອກເປັນລາຍລະອຽດຄື: ກິດຈະການສໍາປະທານ ທັງໝົດ  190 ໂຄງການ, ມູນຄ່າການລົງທຶນທັງໝົດ 7.085,08 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 2.790,66 ລ້ານໂດລາສະຫະລັດ; ກິດ ຈະການທົ່ວໄປ (ນອນໃນບັນຊີຄວບຄຸມ) ທັງໝົດ 2 ໂຄງການ, ມູນຄ່າການລົງທຶນທັງໝົດ 2,9 ລ້ານໂດລາສະຫະລັດ ແລະ ທຶນຈົດທະບຽນ 2,7 ລ້ານໂດລາສະຫະລັດ. ໃນນີ້ຂັ້ນສູນກາງອະນຸຍາດ ທັງໝົດ 71 ໂຄງການ, ມູນຄ່າທັງໝົດ 6.729,57 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 2.550,41 ລ້ານໂດລາສະຫະລັດ; ຂັ້ນແຂວງອະນຸຍາດ ທັງໝົດ 121 ໂຄງການ, ມູນຄ່າທັງໝົດ 358,4 ລ້ານໂດລາສະຫະລັດ, ທຶນຈົດທະບຽນ 243,01 ຕື້ກີບ.      ສຳລັບ ໃນ 3 ເດືອນຕົ້ນປີ 2023ນີ້, ພະແນກແຜນການ ແລະ ການລົງທຶນແຂວງຄຳມ່ວນ ໄດ້ລົງຕິດຕາມ ກວດກາ ການດຳເນີນກິດຈະການຂອງບັນດາບໍລິສັດລົງທຶນ ເອກະຊົນ ພາຍໃນແຂວງ ເຊິ່ງສາມາດລົງຕິດຕາມ ກວດກາ ສຳເລັດແລ້ວ 15ບໍລິສັດ. ສຳລັບການຂຸດຄົ້ນແຮ່ເຫລັກແບບທົດລອງ ທັງໜົດ ຈໍານວນ 9 ໂຄງການ, ມີເນື້ອທີ່ສໍາປະທານ 23,56 ກິໂລຕາແມັດ, ກວມເອົາ 3 ເມືອງຄື: ເມືອງບົວລະພາ 3 ໂຄງການ, ເມືອງຫີນບູນ 5 ໂຄງການ, ເມືອງຄູນຄໍາ 1 ໂຄງການ, ມູນຄ່າລົງທຶນທັງໝົດ 278,77 ຕື້ກີບ, ທຶນຈົດທະບຽນ 162,42 ຕື້ກີບ, ສາມາດຜະລິດແຮ່ເຫລັກໄດ້ທັງໝົດ 1.035.000 ໂຕນ ແລະ ປັດຈຸບັນສົ່ງອອກແລ້ວ 13.175 ກວ່າໂຕນ. ຂ່າວ: ກອງຄຳ

KPL

ຂ່າວອື່ນໆ

ads
ads

Top