ເປັນແບບຢ່າງ

23/03/2023 11:07
Email Print 945
ຂປລ ເດືອນມີນາ ມີວັນສໍາຄັນທັງພາຍໃນ ແລະ ສາກົນ ທີ່ພວກເຮົາພ້ອມກັນຈັດຕັ້ງສະເຫລີມສະຫລອງ ຕາມສະພາບເງື່ອນໄຂຕົວຈິງ ຂອງແຕ່ລະຂັ້ນແຕ່ລະບ່ອນ ແຕ່ເຕັມໄປດ້ວຍເນື້ອໃນຈິດໃຈ ສໍາຄັນ-ເລິກ ເຊິ່ງ ທັງວັນສ້າງຕັ້ງພັກ 22 ມີນາ, ວັນຜູ້ເສຍອົງຄະ ແລະ ສະລະຊີວິດເພື່ອປະເທດຊາດ 21 ມີນາ, ວັນແມ່ ຍິງ ສາກົນ 8 ມີນາ ແລະ ອື່ນໆ.

        ເດືອນມີນາ ມີວັນສໍາຄັນທັງພາຍໃນ ແລະ ສາກົນ ທີ່ພວກເຮົາພ້ອມກັນຈັດຕັ້ງສະເຫລີມສະຫລອງ ຕາມສະພາບເງື່ອນໄຂຕົວຈິງ ຂອງແຕ່ລະຂັ້ນແຕ່ລະບ່ອນ ແຕ່ເຕັມໄປດ້ວຍເນື້ອໃນຈິດໃຈສໍາຄັນ-ເລິກເຊິ່ງ ທັງວັນສ້າງຕັ້ງພັກ 22 ມີນາ, ວັນຜູ້ເສຍອົງຄະ ແລະ ສະລະຊີວິດເພື່ອປະເທດຊາດ 21 ມີນາ, ວັນແມ່ຍິງ ສາກົນ 8 ມີນາ ແລະ ອື່ນໆ.  ມື້ວານນີ້ແມ່ນວັນສໍາຄັນຂອງພັກຂອງຊາດເຮົາ, ວັນທີ 22 ມີນາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ເປັນວັນທີ່ມີ ຄວາມໝາຍຄວາມສໍາຄັນ ທີ່ພວກເຮົາໄດ້ພ້ອມກັນສືບຕໍ່ ເສີມຂະຫຍາຍມູນເຊື້ອ ການນໍາພາຂອງພັກ ໃນການສຶກສາອົບຮົມຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ກ້າວຂຶ້ນສັງຄົມນິຍົມ; ປຸກລະດົມຂະບວນການຈັດຕັ້ງ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ປະກົດຜົນເປັນຈິງ

        ໂອກາດວັນສໍາຄັນຫາກໍ່ຜ່ານມາ, ບົດແລກປ່ຽນນີ້ ຂໍນໍາເອົາບາງເນື້ອໃນ ແລະ ຄໍາເຫັນ ມາເປັນການແລກປ່ຽນນໍາບັນດາທ່ານຕື່ມອີກ ກ່ຽວກັບບາງປະເດັນພົວພັນ ວຽກງານພະນັກງານ  ທີ່ພວກເຮົາມັກເວົ້າກັນ “ຄວາມເປັນແບບນໍາໜ້າ” ທີ່ພວກເຮົາຕ້ອງສືບຕໍ່ເຊີດຊູ ບົດບາດອັນນີ້ໃຫ້ນັບມື້ແຂງແຮງຍິ່ງຂຶ້ນ. ວ່າກັນວ່າ ການເປັນແບບຢ່າງນໍາໜ້າພາທາງ ໃນທຸກຂົງເຂດວຽກງານ, ນັບທັງວຽກຢູ່ຮາກຖານບ້ານ ຂອງພະນັກງານ-ສະມາຊັກພັກ ແມ່ນຄວາມຈໍາເປັນພາວະວິໄສ, ເປັນ ສ່ວນໜຶ່ງສໍາຄັນໜຶ່ງ ຂອງວຽກງານການເມືອງ-ແນວຄິດ. ການນໍາພາ-ຄຸ້ມຄອງ ດ້ວຍຄວາມເປັນແບບຢ່າງນໍາໜ້າ ທີ່ດີຂອງພະນັກງານ-ສະມາຊິກພັກ ແມ່ນໝາກຫົວໃຈ ອັນທີ່ເປັນພື້ນຖານ ຂອງບັນດາຜົນສໍາເລັດ ໃນຂະບວນການ ແລະ ວຽກ ງານຕ່າງໆ. ຄວາມເປັນແບບຢ່າງນໍາໜ້າທີ່ດີ ຈະເປັນພື້ນຖານອັນສໍາຄັນ ໃຫ້ສາມາດດຶງດູດເອົາກໍາລັງແຮງສັງຄົມ, ເປັນການນໍາພາທາງດ້ານແນວຄິດ, ຈະເຮັດຫຍັງກໍ່ຕາມ ຖ້າແນວຄິດບໍ່ໂລ່ງ ກໍ່ບໍ່ອາດເຮັດສໍາເລັດບັນດາໜ້າວຽກ ບໍ່ວ່າແຕ່ວຽກ ລວມ ຫລື ວຽກບ້ານການເຮືອນ.

ພັກເຮົາຖືສໍາຄັນທີ່ສຸດການນໍາພາທາງດ້ານການເມືອງ-ແນວຄິດ. ໃນໂອກາດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຕໍ່ກອງປະຊຸມ ວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V ໃນເດືອນພະຈິກ ປີ​2022 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນຫລາຍດ້ານ, ໃນນັ້ນ ເພິ່ນໄດ້ເວົ້າວ່າ: “ ຢາກເຮັດວຽກງານການເມືອງ-ແນວຄິດໄດ້ດີ, ສາມາດເອົາຊະນະ ໃນສະໜາມຮົບນີ້ ໄດ້ຢ່າງເປັນຮູບປະທຳ, ກ່ອນອື່ນ ການ ເຄື່ອນໄຫວຂອງພະນັກງານ, ສະມາຊິກພັກເຮົາ ແຕ່ເທິງລົງລຸ່ມ ຕ້ອງປະຕິບັດຄຳຂວັນທີ່ວ່າ: “ ເວົ້າຕ້ອງໄປຄຽງຄູ່ກັບການປະຕິບັດ, ເຮັດຕ້ອງເຮັດໃຫ້ຖືກ, ເຮັດໃຫ້ເປັນຮູບປະທຳ, ເຮັດໃຫ້ເກີດດອກອອກຜົນແທ້. ພວກເຮົາຕ້ອງຮັບຮູ້ ແລະ ເຊີດຊູສັດ ຈະທຳທີ່ວ່າ: ການນຳພາທີ່ດີທີ່ສຸດ ແມ່ນການນຳ ພາດ້ວຍຄວາມເປັນແບບຢ່າງ, ອັນນີ້ ໝາຍເຖິງຜູ້ນຳພານັ້ນ ຕ້ອງເປັນແບບຢ່າງທີ່ດີ; ຜູ້ນໍາພາ ນອກຈາກກຳແໜ້ນແນວທາງ, ນະໂຍບາຍ ແລ້ວ ຍັງຕ້ອງເປັນຜູ້ມີຄຸນນະທຳ, ເປັນຜູ້ມີວິໄສທັດ ແລະ ເປັນ ຄົນພາວະວິໄສ, ມີໄຫວພິບ, ພະຍາຍາມປົດປ່ອຍແນວຄິດ ອັດຕະວິໄສອອກ; ຮູ້ຈັກເອົາໃຈເຂົາມາໃສ່ໃຈເຮົາ, ຮູ້ຈິດຕະສາດ ຂອງສັງຄົມລາວ ແລະ ຂອງຄົນລາວ, ຮູ້ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ ເພື່ອດຶງດູດ, ເຕົ້າໂຮມເອົາກຳລັງແຮງ ຂອງປະ ຊາຊົນມາຊ່ວຍພັກ, ຊ່ວຍການນຳ ຢ່າງກວ້າງຂວາງ... ການຄຶດແນວນີ້, ເຮັດໄດ້ແນວນີ້, ມີຜູ້ນຳພາແບບນີ້ ການເຮັດວຽກງານການເມືອງ-ແນວຄິດ ຈຶ່ງເຮັດໄດ້ດີ, ເຮັດໄດ້ງ່າຍຂຶ້ນ, ເຮັດໄດ້ຮັບຜົນ, ເຮັດໜ້ອຍໄດ້ຫລາຍ ເພາະປະຊາຊົນເຊື່ອ, ປະຊາຊົນ ເດີນຕາມ... ນີ້ຄືສັດຈະທໍາ ທີ່ອອກຈາກຄວາມເປັນຈິງ...”.

ຈຶ່ງຢາກສະຫລຸບວ່າ ການນໍາໜ້າພາທາງ ໃນວຽກງານດ້ານໃດກໍ່ຕາມ, ຍັງຕ້ອງອາໄສ ຄວາມເປັນແບບຢ່າງນໍາໜ້າທີ່ດີ ຂອງພະນັກງານນໍາພາ ກໍ່ຄື ສະມາຊິກພັກ ເປັນຄັນທຸງນໍາໜ້າ, ເພື່ອຮັກສາບົດບາດ ແລະ ອິດທິພົນຂອງພັກ, ຄວາມໄວ້ເນື້ອ ເຊື່ອໃຈ ແລະ ຄວາມສັດທາຂອງປະຊາຊົນ ເຕົ້າໂຮມເປັນກໍາລັງແຮງມະຫາສານ ເຂົ້າໃນການປົກປັກຮັກ ແລະ ພັດທະນາປະເທດຊາດ ຕາມທິດກ້າວຂຶ້ນສັງຄົມນິຍົມ ໃຫ້ປະກົດຜົນເປັນຈິງເປັນຂັ້ນໆໄປ.

* ຄ້ອງໃໝ່

KPL

ຂ່າວອື່ນໆ

ads
ads

Top