ບອກ ແລະ ເລົ່າ ໃນພາສາລາວ

23/03/2023 11:03
Email Print 825
ຂປລ ພາສາລາວເຮົາ ມີຄວາມອຸດົມສົມບູນທາງດ້ານຄັງສາງວັດຈະນະ ບໍ່ໄດ້ນ້ອຍໜ້າພາສາອື່ນ ໃດໃນໂລກ, ມີປະຫວັດການກໍາເນີດ ແລະ ພັດທະນາມາຍາວນານຫລາຍພັນປີ.


        ພາສາລາວເຮົາ ມີຄວາມອຸດົມສົມບູນທາງດ້ານຄັງສາງວັດຈະນະ ບໍ່ໄດ້ນ້ອຍໜ້າພາສາອື່ນໃດໃນໂລກ, ມີປະຫວັດການກໍາເນີດ ແລະ ພັດທະນາມາຍາວນານຫລາຍພັນປີ. ບັນດາຄໍາສັບໄດ້ມີຂຶ້ນຕາມຄວາມ ຮຽກຮ້ອງຕ້ອງການ ຂອງການຄົບຄ້າສະມາຄົມ ກໍ່ຄືການພົວພັນແລກປ່ຽນ ທາງດ້ານເສດຖະກິດ-ສັງຄົມ, ບັນດາຄໍາຈໍານວນໜຶ່ງ ມີຄວາມໝາຍຄ້າຍຄືກັນ, ມັນມີທັງເລື່ອມ ຫລື ກວມສ່ວນໃດໜຶ່ງຂອງກັນ ແລະ ກັນ ແລະ  ມີຄວາມແຕກຕ່າງກັນ ຫລື ໃນບາງບໍລິບົດ ເຖິງວ່າຄວາມໝາຍຄ້າຍຄືກັນທີ່ສຸດ ແຕ່ກໍ່ບໍ່ໃຊ້ຕາງກັນໄດ້. ບົດນີ້ ຂໍຍົກເອົາສອງຄໍາຄື ເລົ່າ ແລະ  ປະກາດມາທົບທວນກັນອີກ.

ໃນວັດຈະນານຸກົມຄໍາພ້ອງຄວາມໝາຍ ແລະ ສໍານວນລາວ ຈັດພິມໂດຍສະຖາບັນຄົ້ນຄວ້າ ວິທະຍາສາດສັງຄົມແຫ່ງຊາດ ປີ2015, ຈັດທໍາໂດຍ ທ່ານ ສົມແສງ ໄຊຍະວົງ ໄດ້ອະທິບາຍສອງຄໍາທີ່ເປັນ ຫົວຂໍ້ບົດນີ້ ໄວ້ດັ່ງນີ້: 

        ຄໍາ: ເລົ່າ  ແລະ ປະກາດເປັນຄໍາກິລິຍາ ຫລື ກໍາມະ, ມີຄວາມໝາຍໃນແວດວົງອັນດຽວກັນ  ເຊິ່ງກ່ຽວພັນກັບພຶດຕິກໍາ ກໍ່ຄືການກະທໍາກ່າວເວົ້າອອກໄປຂອງຄົນ. ແຕ່ທັງ 2 ຄໍາທີ່ຍົກຂຶ້ນນີ້ ລ້ວນແຕ່ມີຄວາມ ໝາຍສະເພາະ ແລະ ໃຊ້ໃນກໍລະນີຕ່າງກັນອອກໄປ. ຄໍາ: ບອກ ໝາຍເຖິງອາການທີ່ບຸກຄົນໃດໜຶ່ງ ອອກສຽງເວົ້າທີ່ມີຄໍາສັ່ງ ແລະ ແນະນໍາໃຫ້ຜູ້ອື່ນ ເຮັດໃນສິ່ງໃດໜຶ່ງ ເຊັ່ນ: ພໍ່ບອກໃຫ້ເຮົາກັບເມືອເຝົ້າເຮືອນ; ແມ່ ບອກໃຫ້ນ້ອງຂອງຂ້ອຍ ໄປຊື້ເຄື່ອງຢູ່ຕະຫລາດ; ອາຈານບອກລູກສິດ ໃຫ້ເຮັດບົດເຝິກຫັດສົ່ງທັນເວລາ... ໃນຄວາມໝາຍຂອງຄໍາວ່າ “ບອກ” ແມ່ນປະກອບມີທັງຄໍາສັ່ງ ແລະ ແນະນໍາ, ເພາະເມື່ອໄດ້ຮັບຄໍາບອກ ແມ່ນມີຄວາມໝາຍວ່າໃຫ້ເຮັດ, ໃຫ້ປະຕິບັດແຝງຢູ່ນໍາສະເໝີ ແລະໃນການປະຕິບັດ ແມ່ນປະຕິບັດຕາມສິ່ງທີ່ໄດ້ບອກ ເຊິ່ງມີລັກສະນະເປັນຄໍາແນະນໍາຄືແນວນັ້ນເອງ.

          ຄໍາ: “ເລົ່າ” ໝາຍເຖິງອາການທີ່ບຸກຄົນນໍາເອົາເລື່ອງໃດໜຶ່ງມາໃຫ້ຜູ້ອື່ນຍິນ ເພື່ອຮູ້ນໍາແລ້ວເກີດອາການໃດໜຶ່ງ ເຊັ່ນ: ມ່ວນ, ສະໜັບສະໜູນ, ຊ່ວຍເຫລືອ, ເຫັນໃຈ ຫລື ສ້າງຄວາມບັນເທີງຕໍ່ຈິດໃຈ ເຊັ່ນ: ນັກຮົບອາວຸໂສຄົນນັ້ນ ໄດ້ເລົ່າເລື່ອງຕີສັດຕູ ເພື່ອປົດປ່ອຍນໍ້າບາກສູ່ພວກເຮົາຟັງ...

ດັ່ງນັ້ນ, ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງຂ້າງເທິງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

* ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

ads
ads

Top