ກໍາປູເຈຍເຊື່ອວ່າ ທາງລົດໄຟລາວ-ຈີນ ຈະດຶງດູດນັກທ່ອງທ່ຽວເຂົ້າປະເທດເພີ່ມຂຶ້ນ

22/03/2023 10:42
Email Print 1035
ຂປລ ກໍາປູເຈຍເຊື່ອວ່າ ເສັ້ນທາງລົດໄຟລາວ-ຈີນ ຈະຊ່ວຍດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າປະເທດກໍາປູເຈຍເພີ່ມຂຶ້ນ ແບບກ້າວກະໂດດ ຂະນະທີ່ບໍລິສັດລົດໄຟລາວ-ຈີນ ໄດ້ປະກາດເປີດຕົວແອບ ສໍາລັບຊື້ປີ້ລົດໄຟຜ່ານທາງອອນລາຍ ເພື່ອອໍາ ນວຍສະດວກສະບາຍ ໃຫ້ທຸກຊັ້ນຄົນ ແລະ ນັກທ່ອງທ່ຽວ ໂດຍຈະເຮັດໃຫ້ມີຄວາມວ່ອງໄວ, ທັນໃຈ, ໂປ່ງໃສ, ປະຢັດເງິນ, ປະຢັດເວລາ, ບໍ່ຜ່ານຫລາຍຂັ້ນຕອນ ທີ່ນາຍໜ້າຊື້ໃຫ້ ແລະ ອື່ນໆ.






ກໍາປູເຈຍເຊື່ອວ່າ ເສັ້ນທາງລົດໄຟລາວ-ຈີນ ຈະຊ່ວຍດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າປະເທດກໍາປູເຈຍເພີ່ມຂຶ້ນ ແບບກ້າວກະໂດດ ຂະນະທີ່ບໍລິສັດລົດໄຟລາວ-ຈີນ ໄດ້ປະກາດເປີດຕົວແອບ ສໍາລັບຊື້ປີ້ລົດໄຟຜ່ານທາງອອນລາຍ ເພື່ອ ອໍານວຍຄວາມສະດວກສະບາຍ ໃຫ້ທຸກຊັ້ນຄົນ ແລະ ນັກທ່ອງທ່ຽວ ໂດຍຈະເຮັດໃຫ້ມີຄວາມວ່ອງໄວ, ທັນໃຈ, ໂປ່ງໃສ, ປະຢັດເງິນ, ປະຢັດເວລາ, ບໍ່ຜ່ານຫລາຍຂັ້ນຕອນ ທີ່ນາຍໜ້າຊື້ໃຫ້ ແລະ ອື່ນໆ ເຊິ່ງນັ້ນເຮັດໃຫ້ການຂາຍປີ້ ແບບລະ ບົບເກົ່າໆ ໜ້າຮ້ານທີ່ເຄີຍປະຕິບັດມາເກືອບ 2 ປີສິ້ນສຸດລົງ.


ອາທິດຜ່ານມາ,ຜູ້ຂຽນໄດ້ອ່ານເວັບໄຊຂອງສໍານັກຂ່າວຊິນຮົວຂອງ ສປ ຈີນໄດ້ລາຍງານວ່າ: ປະເທດກໍາປະເຈຍ ມີຄວາມຫວັງວ່າເສັ້ນທາງ ລົດໄຟລາວ-ຈີນ ຈະນໍາເອົານັກທ່ອງທ່ຽວຕ່າງປະເທດ ເຂົ້າກໍາປະເຈຍຫລາຍຂຶ້ນ ໂດຍແຫລ່ງຊິນຮົວ ອ້າງວ່າ ທ່ານ ທອງ ຄົນ ລັດຖະມົນຕີວ່າການ ກະຊວງການທ່ອງທ່ຽວຂອງກໍາປູເຈຍ ເປີດເຜີຍວ່າ: ພາຍຫລັງເດີນທາງໄປຢ້ຽມຢາມ ສປປ ລາວ ເປັນເວລາ 4 ວັນ ລະຫວ່າງກາງເດືອນມີນາ 2023 ຜ່ານມານັ້ນ ໄດ້ມີໂອກາດນັ່ງລົດໄຟ ຈາກ ນະຄອນຫລວງວຽງຈັນ ເມືອງເອກຂອງ ສປປ ລາວ ມຸ່ງໜ້າສູ່ເມືອງມໍລະດົກໂລກຫລວງພະບາງ ໂດຍຂ້າພະເຈົ້າເອງຄິດວ່າ ການເດີນທາງດ້ວຍລົດໄຟ ລາວ-ຈີນ ນີ້ແມ່ນມີຄວາມປອດໄພສູງ, ຄ່າໂດຍສານບໍ່ແພງ ອັນໄດ້ເປັນແຮງຈຸງໃຈ ເຮັດໃຫ້ນັກທ່ອງທ່ຽວ ເດີນທາງດ້ວຍລົດໄຟຫລາຍຂຶ້ນ, ປັດຈຸບັນເຫັນມີນັກທ່ອງທ່ຽວລາວ, ໄທ ແລະ ອາຊຽນເດີນທາງໄປຈີນ ດ້ວຍລົດນີ້ ແລະ ນັກທ່ອງທ່ຽວຈີນ ກໍເດີນທາງມາດ້ວຍລົດໄຟລາວ-ຈີນ ຕໍ່ສິ່ງທີ່ໜ້າສົນໃຈນີ້ ຈະຊ່ວຍດຶງດູດນັກ ທ່ອງທ່ຽວອາຊຽນ, ຈີນ ແລະ ຊາດອື່ນໆ ເຂົ້າມາກໍາປູເຈຍເພີ່ມຂຶ້ນ ແບບກ້າວກະໂດດໃນປີ 2023”.



ເສັ້ນທາງທ່ອງທ່ຽວຜ່ານທາງລົດໄຟລາວ-ຈີນ ຈະເຊື່ອມການເດີນທາງຜ່ານ 3 ປະເທດຄື: ສປປ ລາວ, ເຂົ້າມາໄທ ແລະ ເດີນທາງເຂົ້າສູ່ກໍາປູເຈຍທີ່ຈຸດປອຍເປັດ, ຊາຍແດນກໍາປູເຈຍ-ໄທ. ປັດຈຸບັນນີ້ກໍາປະເຈຍ ມີບັນດາເມືອງທີ່ຂຶ້ນທະບຽນ ເປັນມໍລະດົກໂລກ 3 ແຫ່ງຄື: ນະຄອນວັດ, ເຂົາພຣະວິຫານ ແລະ ປາສາດສົມໂບຣໄພຣກຸກ ນອກຈາກນັ້ນກໍາປູເຈຍ ຍັງມີເມືອງທ່ອງທ່ຽວ ຕິດກັບຫາດຊາຍແຄມທະເລ ທີ່ມີຊື່ສຽງໂດ່ງດັງເຊັ່ນ: ສີຫະນຸວິວ ແລະ ເກາະກົງ.
 

ເຖິງແນວໃດກໍດີ ຍ້ອນຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝທີ່ເອີ້ນວ່າ: ຍຸກອຸດສາຫະກໍາດີຈິຕອນ ເພື່ອຕອບສະໜອງ ສິ່ງອໍານວຍຄວາມສະດວກສະບາຍ, ວ່ອງໄວທັນໃຈ, ໂປ່ງໃສ, ປະຢັດເວລາ, ບໍ່ຜ່ານຂັ້ນຕອນຫລາຍບ່ອນ ສະນັ້ນ ບໍລິສັດລົດທາງໄຟລາວ-ຈີນຈິ່ງໄດ້ປຶກສາຫາລື ແລະ ແລກປ່ຽນຄວາມຄິດ ຄວາມເຫັນກັບພາກລັດ ແລະ ໜ່ວຍງານກ່ຽວຂ້ອງ ຕັດສິນພັດທະນາແອບພລິກເຄຊັນ ສໍາລັບຊື້ປີ້ລົດໄຟຜ່ານທາງອອນລາຍສໍາເລັດ ແລະ ໄດ້ເປີດໃຫ້ບໍລິການຢ່າງ ເປັນທາງການໃນວັນທີ 15 ມີນາ 2023 ນີ້ໂດຍຊື່ວ່າ: ‘LCR Ticket’ ສາມາດດາວໂຫລດໄດ້ຜ່ານ App Store ສໍາລັບຜູ້ໃຊ້ອຸປະກອນ Apple ແລະ ຜ່ານ Play Store ສໍາລັບຜູ້ໃຊ້ອຸປະກອນ Android ເຊິ່ງນີ້ເປັນສິ່ງໜ້າປະທັບໃຈ ສໍາລັບ ລູກຄ້າ, ຜູ້ໂດຍສານ ແລະ ນັກທ່ອງທ່ຽວ.

ບໍລິສັດທາງລົດໄຟລາວ-ຈີນ ຍັງລາຍງານໃຫ້ຮູ້ອີກວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນກຸມພາປີນີ້, ລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 417.400 ເທື່ອຄົນ, ເພີ່ມຂຶ້ນ 256,2% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຂົນ ສົ່ງສິນຄ້າໄດ້ 647.700 ໂຕນ, ເພີ່ມຂຶ້ນ 320% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສະແດງໃຫ້ເຫັນທ່າອ່ຽງທີ່ດີ ໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ.

ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

ads
ads

Top