ຂປລ
ພັກປະຊາຊົນປະຕິວັດລາວແມ່ນກອງນຳໜ້າທີ່ມີການຈັດຕັ້ງ ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນລະບອບປະຊາທິປະໄຕ ປະຊາຊົນລາວ, ເປັນຕົວແທນທີ່ຮັກພັກດີ ຢ່າງສະເໝີຕົ້ນ ສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາ ບັນດາເຜົ່າຂອງຊາດລາວທັງໝົດ.
ພັກປະຊາຊົນປະຕິວັດລາວແມ່ນກອງນຳໜ້າທີ່ມີການຈັດຕັ້ງ ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໃນລະບອບປະຊາທິປະໄຕ ປະຊາຊົນລາວ, ເປັນຕົວແທນທີ່ຮັກພັກດີ ຢ່າງສະເໝີຕົ້ນ ສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາ ບັນດາເຜົ່າຂອງຊາດລາວທັງໝົດ.
ສະຫາຍ ນາງ ບຸນນານ ບຸນນະແສງ ຄະນະປະຈໍາພັກແຂວງ ຫົວໜ້າໂຄສະນາອົບຮົມແຂວງອັດຕະປື ໄດ້ໃຫ້ສຳພາດເນື່ອງໃນໂອກາດລະນຶກ 68 ປີ ວັນສ້າງພັກປະຊາຊົນ ປະຕິວັດລາວ 22 ມີນາ2023ນີ້ວ່າ: ສໍາລັບແຂວງອັດຕະປື ຂອງ ພວກເຮົາ, ໄດ້ສືບທອດພາລະກິດການນຳພາ ມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ໄດ້ດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງມາແລ້ວ 11 ຄັ້ງ, ນຳພາປວງຊົນຊາວແຂວງອັດຕະປື ດໍາເນີນການຕໍ່ສູ້ປົດປ່ອຍຊາດ ແລະ ການສ້າງສາພັດ ທະນາທ້ອງຖິ່ນ ຕະຫຼອດໄລຍະການນໍາພາຂອງອົງຄະນະພັກ ແຕ່ລະສະໄໝ່ ໄດ້ເຮັດໃຫ້ແຂວງອັດຕະປື ໄດ້ກາຍເປັນເຂດທີ່ໝັ້ນ ປະຕິວັດກ່ອນໝູ່, ທັງເປັນເຂດທີ່ໝັ້ນ ອັນແໜ້ນແກ່ນຢູ່ເຂດລາວໃຕ້ ພາຍຫຼັງປະເທດຊາດ ໄດ້ຮັບການປົດ ປ່ອຍຢ່າງສົມບູນ ພັກ ແລະ ລັດຖະບານ ໄດ້ມອບນາມມະຍົດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ເມືອງ, ຕາແສງ ແລະ ບ້ານຈຳນວນໜຶ່ງ.

ໃນປີ 2022 ຜ່ານມານີ້ ໄດ້ມີຫລາຍເຫດການຂອງໂລກ, ພາກພື້ນ, ສາກົນກໍ່ຄືພາຍໃນປະເທດຂອງພວກເຮົາໄດ້ ປະສົບກັບສິ່ງທ້າທາຍຫຼາຍປະການ, ຈະເປັນບັນຫາຂອງພະຍາດໂຄວິດ-19 ແລະ ບັນຫາເສດຖະກິດ-ການເງິນ ແຕ່ດ້ວຍ ຄວາມຮັບຜິດຊອບ ຕໍ່ພາລະກຳປະຫວັດສາດ ກໍ່ຄືວັດຖຸປະສົງຂອງພັກ ໃນການປົກປັກຮັກສາປະເທດຊາດ, ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ ຄະນະພັກແຕ່ລະຂັ້ນ ກໍ່ໄດ້ເປັນເຈົ້າການນຳພາ ການຈັດຕັ້ງ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃຫ້ເຂົ້າສູ່ລວງເລິກ ແລະ ມີຜົນສຳເລັດທີ່ພົ້ນເດັ່ນບາງດ້ານ ເຊັ່ນ: ຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຂັ້ນພື້ນຖານ, ສະກັດກັ້ນບັນດາໜໍ່ແໜ່ງ ປະ ກົດການຫຍໍ້ທໍ້ ທີ່ເກີດຂຶ້ນຢູ່ແຕ່ລະພື້ນທີ່ຢ່າງທັນການ ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນ ໃນການດໍາລົງຊີວິດ ແລະ ທຳມາຫາກິນ, ການເຮັດວຽກງານການເມືອງ-ແນວຄິດ ໄດ້ຍົກລະດັບຄຸນນະພາບ ແລະ ກາຍເປັນຄວາມຮັບຜິດຊອບ ຂອງຄະນະພັກແຕ່ລະຂັ້ນ, ຕິດພັນກັບຂະບວນການກໍ່ສ້າງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການການ ກະກຽມ ແລະ ດຳເນີນກອງປະຊຸມກາງສະໄໝ ຂອງຄະນະພັກສາມຂັ້ນ, ປະຕິບັດສອງວາລະແຫ່ງຊາດຂອງ ລັດຖະບານ ໃຫ້ເປັນຮູບປະທຳ, ອັນພົ້ນເດັ່ນແມ່ນໄດ້ສຸມໃສ່ ການເຊື່ອມຊືມຜັນຂະຫຍາຍ ເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເນື້ອໃນມະຕິກອງປະຊຸມ ວຽກງານແນວຄິດຄັ້ງທີ V ໂດຍສະເພາະແມ່ນຄໍາເຫັນຊີ້ນໍາ ຂອງເລຂາ ທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ທອງລຸນ ສີສຸລິດ ຢ່າງກ້ວາງຂວາງ.
ພ້ອມນີ້, ຄະພັກ, ອຳນາດການແົກຄອງແຂວງອັດຕະປື ເປັນເຈົ້າການໃນການນຳພາ ດ້ານເສດຖະກິດແກ້ໄຂຄວາມທຸກຍາກ ແລະ ແກ້ໄຂຜົນກະທົບ ຢູ່ເມືອງສະໜາມໄຊ ໄດ້ມີຜົນສຳເລັດຫລາຍໂຄງການ, ລວມຜະລິດຕະພັນພາຍໃນເຕີບ ໂຕ ໃນລະດັບ 4,87% ສະເລ່ຍລາຍຮັບຕໍ່ຫົວຄົນ 21,4 ລ້ານ, ເທົ່າກັບ 1.200ໂດລາ/ຄົນ/ປີ, ເກັບລາຍຮັບເຂົ້າງົບປະມານ ບັນລຸ 396 ຕື້ກີບ, ລື່ນແຜນ 125%... ສໍາລັບປີ 2023 ນີ້, ແຂວງອັດຕະປື ກໍໄດ້ມີການກະກຽມ ຄວາມພ້ອມ ໃນການສະເຫຼີມສະຫລອງ ວັນສ້າງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີເປັນຕົ້ນ: ໄດ້ແຈ້ງການໃຫ້ຄະນະພັກ ແຕ່ລະຂັ້ນຈັດຕັ້ງການປາຖະກະຖາ, ຂັ້ນແຂວງ ຈັດງານວາງພວງມາລາ, ກະຕ່າດອກໄມ້ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ໃນວັນທີ 22 ມີນາ 2023 ທີ່ຈະມາເຖິງ, ຈັດພິທີປາຖະກາຖາລະນຶກ 68 ປີ ເວລາ 8ໂມງຂອງວັນທີ 22 ມີນາ 2023 ແລະ ຈັດງານປະກວດເພງ ລະນຶກພະຄຸນພັກ ຄົບຮອບ 68 ປີ ທີ່ ເດີ່ນສວນສາທາລະນະ ໃນຄໍ່າຄືນວັນທີ 19-20 ມີນາ 2023 ແລະ ມີກິດຈະກໍາອື່ນໆຕື່ມອີກ.
ຂຽນ: ຊິບປະໄຊ ວົງປະເສີດ
KPL