ຫລວງພະບາງຕິດ 1 ໃນ 50 ສະຖານທີ່ທ່ອງທ່ຽວດີສຸດໃນໂລກ

21/03/2023 11:16
Email Print 2656
ຂປລ ເບິ່ງປະເທດລາວໃນອີກມູມໜຶ່ງຜ່ານມົນສະເໜ່ຂອງເມືອງມໍລະດົກໂລກຫລວງພະບາງສູ່ສາຍຕາຊາວໂລກ ເຊິ່ງເມືອງດັ່ງ ກ່າວບໍ່ພຽງແຕ່ເຮັດໃຫ້ແຂກຕ່າງດ້າວທ້າວຕ່າງເມືອງຫລົງໄຫລໄຝຝັນຢາກມາສໍາຜັດກ່ອນກະສຽນບໍານານ ຫລື ສິ້ນລົມ ຫາຍເທົ່ານັ້ນ ແຕ່ຫາກຍັງຢາກເກັບຄວາມຊົງຈໍາ ແລະ ພາບທີ່ໜ້າປະທັບໃຈທີ່ສຸດໄວ້ຕະຫລອດໄປ.



ເບິ່ງປະເທດລາວໃນອີກມູມໜຶ່ງຜ່ານມົນສະເໜ່ຂອງເມືອງມໍລະດົກໂລກຫລວງພະບາງສູ່ສາຍຕາຊາວໂລກ ເຊິ່ງເມືອງດັ່ງກ່າວບໍ່ພຽງແຕ່ເຮັດໃຫ້ແຂກຕ່າງດ້າວທ້າວຕ່າງເມືອງ ຫລົງໄຫລໄຝຝັນຢາກມາສໍາຜັດ ກ່ອນກະສຽນບໍານານ ຫລື ສິ້ນລົມຫາຍເທົ່ານັ້ນ ແຕ່ຫາກຍັງຢາກເກັບຄວາມຊົງຈໍາ ແລະ ພາບທີ່ໜ້າປະທັບໃຈ ທີ່ສຸດໄວ້ຕະຫລອດໄປ.

ຕະຫລອດ 28 ປີຜ່່ານມາ, ພາຍຫລັງນະຄອນຫລວງພະບາງໄດ້ຮັບຮອງເປັນມໍລະດົກໂລກໃນປີ 1995 ຈາກອົງການອຸຍແນັສໂກນັ້ນ ທ່ານຮູ້ບໍ່ວ່າມີຫຍັງເຮັດໃຫ້ເມືອງດັ່ງກ່າວພົ້ນເດັ່ນ ແລະ ເປັນສື່ກາງເຮັດໃຫ້ຊາວໂລກຮັບລາວຫລາຍຂຶ້ນ?.

ມື້ນີ້ຜູ້ຂຽນໄດ້ຄັດເອົາບາງຂໍ້ມູນສຶກສາມາເລົ່າສູ່ຟັງດັ່ງນີ້: ດັ່ງທີ່ຮູ້ນໍາກັນ  ແຂວງຫລວງພະບາງເປັນແຂວງບໍ່ໃຫຍ່, ຕັ້ງຢູ່ພາກເໜືອງຂອງ ສປປ ລາວ ມີປະຊາກອນປະມານ 4 ແສນກວ່າຄົນ, ມີຊາຍແດນຕິດກັບແຂວງອ້ອມຂ້າງ ຄື: ທິດເໜືອຕິດກັບ ແຂວງຜົ້ງສາລີ, ທິດໃຕ້ຕິດກັບ ແຂວງວຽງຈັນ ,ທິດຕາເວັນອອກຕິດກັບ ແຂວງຫົວພັນ, ແຂວງຊຽງຂວາງ ແລະ ສສ ຫວຽດນາມ ແລະ ທິດຕາເວັນຕົກຕິດກັບ ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ; ການເຕີບໂຕທາງດ້ານເສດຖະກິດ ໃນແຕ່ລະປີບັນລຸ 4,83%, ຂະແໜງກະສິກຳກວມເອົາ 13,77% ເພີ່ມຂຶ້ນ 3,91%, ຂະແໜງອຸດສາ ຫະກຳກວມເອົາ 49,05%, ຂະແໜງການບໍລິການເພີ່ມຂຶ້ນ 2,52% ກວມເອົາປະມານ 36,36% ແຕ່ສິ່ງທີ່ໜ້າສົນໃຈນັ້ນ ຂະແໜງທ່ອງທ່ຽວພວມເຕີບໃຫຍ່ຂະຫຍາຍຕົວ ໄປພ້ອມກັບແຜນພັດທະນາເສດຖະກິດ-ສັງຄົມ ຢ່າງໜັກແໜ້ນ ໂດຍຈາກຂໍ້ມູນຂອງພະແນກ ຖະແຫລງຂ່າວ ວັດທະ ນະທໍາ ແລະ ທ່ອງທ່ຽວຫລວງພະບາງ ໄດ້ລາຍງານວ່າ: ຂະແໜງທ່ອງທ່ຽວ ບໍ່ພຽງແຕ່ເປັນເສດຖະກິດປາຍແຫລມເທົ່ານັ້ນ ຫາກຍັງສ້າງວຽກເຮັດງານທໍາ, ສ້າງອາຊີບ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢ່າງກວ້າງຂວາງ ເຊິ່ງສາມາດເຫັນໄດ້ແຕ່ປີ ໂດຍສະເລ່ຍມີນັກທ່ອງທ່ຽວເຂົ້າມາ ຫລວງພະບາງ ປະມານ 3 ແສນຫາ 4 ແສນຄົນ ສາມາດສ້າງລາຍຮັບ ແຕ່ລະປີຈາກການທ່ອງທ່ຽວ ໄດ້ປະມານ 72 ລ້ານໂດລາສະຫະລັດ. ຕະຫລອດຫລາຍຊຸມປີຜ່ານມານັ້ນ ເມືອງມໍລະດົກໂລກ ໄດ້ຮັບລາງວັນຈໍານວນຫລາຍ ຈາກພາກພື້ນອາຊຽນ ແລະ ສາກົນ ຫລ້າສຸດວັນທີ 16 ມີນາ 2023 ວາລະສານທາມສ໌ ຂອງສະຫະລັດອາເມລະກາ ຈັດໃຫ້ເມືອງມໍລະດົກໂລກຫລວງພະບາງ ຕິດ 1 ໃນ 50 ສະຖານ ທີ່ປາຍທາງການທ່ອງທ່ຽວດີທີ່ສຸດໃນໂລກ World’s Greatest Places ເຊິ່ງວາລະສານດັ່ງກ່າວໄດ້ລະບຸວ່າ ເຫດທີ່ເລືອກເມືອງມໍລະດົກໂລກຫລວງພະບາງ ຕິດອັນທີ 11 ນັ້ນ ເພາະມີແຫລ່ງທ່ອງທ່ຽວທໍາມະຊາດມີ (ນໍ້າຕົກຕາດກວາງຊີເປັນນໍ້າສີມໍລະກົດໃນກາງປ່າ,ມີນໍ້າຂອງ ແລະ ນໍ້າຄານໂອບອ້ອມເອົາເມືອງ, ມີພູຜ່າປ່າດົງທີ່ຂຽວງາມ; ປະຫວັດສາດ (ພະລາຊະວັງເກົ່າທີ່ສຸດຂອງເຈົ້າຊີວິດ), ວັດທະນະທໍາ ( ມີວັດວາອາຮາມເກົ່າແກ່ ຢັ່ງຢາຍໄປຕາມບ້ານຕ່າງໆ ຫລາຍຮ້ອຍແຫ່ງ, ການຕັກບາດຕອນເຊົ້າ ທີ່ມີຄົນເຂົ້າຮ່ວມຫລາຍທີ່ສຸດໃນໂລກ; ອາຄານເຮືອນຊານ ແລະ ວິຖີຊີວິດຂອງຊາວຫລວງພະບາງ (ອາຄານ ແລະ ເຮືອນຍັງຮັກສາຮູບຊົງເກົ່າແກ່, ນຸ່ງສິນ, ຫາປາຕາມລໍາແມ່ນໍ້າ ແລະ ປູກຜັກລຽບຕາມແຄມນໍ້າ) ຍິ່ງໄປກວ່ານັ້ນ ຍັງມີພື້ນຖານໂຄງລ່າງ ທີ່ທັນສະໄໝ ສາມາດຮອງຮັບນັກທ່ອງທ່ຽວ ໃຫ້ມີຄວາມປອດໄພສູງເຊັ່ນ: ເສັ້ນທາງລົດໄຟ, ສະໜາມບິນທີ່ປັບປຸງໃໝ່ ແລະ ອື່ນໆ.





ຫວ່າງບໍ່ດົນມານີ້, ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກ ຖະແຫລ່ງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງຫລວງພະບາງ ໄດ້ລາຍງານວ່າ: ຫລວງພະບາງ ໄດ້ກາຍເປັນຈຸດໝາຍປາຍທາງ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ເພາະມີແຫລ່ງທ່ອງທ່ຽວທໍາ ມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ທີ່ເປັນເມືອງແຫ່ງສະເໜ່, ສ່ວນໃຫຍ່ແມ່ນເດີນທາງມາດ້ວຍ ລົດໄຟລາວ-ຈີນ ໂດຍສະເພາະແມ່ນວັນເສົາ-ວັນອາທິດ ແລະ ວັນພັກທາງລັດຖະການ.

ຫົວໜ້າພະແນກ ຖວທ ແຂວງຫລວງພະບາງກ່າວຕື່ມວ່າ: ປັດຈຸບັນ ບໍລິສັດລົດໄຟລາວ-ຈີນ ໄດ້ເລີ່ມຂາຍປີ້ທາງອອນລາຍ ເຊິ່ງເປັນຂ່າວດີ ເພາະການຂາຍປີ້ລົດໄຟທາງອອນລາຍຈະເປັນເຄື່ອງມື ທີ່ອໍານວຍຄວາມສະດວກ ໃຫ້ແກ່ນັກທ່ອງທ່ຽວສາມາດຊື້ງ່າຍ, ຈ່າຍໄວ, ໂປ່ງໃສ ແລະ ບໍ່ສັບສົນ. ຍ້ອນແນວນັ້ນ ຍິ່ງຈະເຮັດໃຫ້ນັກທ່ອງທ່ຽວ ມາຫລາຍຂຶ້ນກວ່າເກົ່າ ແລະ ຄາດວ່າປີນີ້ຈະມີນັກທ່ອງທ່ຽວເ ຂົ້າມາຫຼວງພະບາງ 1.5 ລ້ານກວ່າຄົນ. ສະເພາະໃນສອງເດືອນຕົ້ນປີ 2023 ຜ່ານມານີ້ເຫັນວ່າ ມີນັກທ່ອງທ່ຽວມາທ່ຽວຫຼວງພະບາງ ຈໍານວນ 216.000 ກວ່າຄົນ, ຖ້າທຽບໃສ່ປີຜ່ານ ມາ ເພີ່ມຂຶ້ນເປັນຈໍານວນຫລາຍສ່ວນໃຫຍ່ແມ່ນນັກທ່ອງທ່ຽວຈີນ.

ອາທິດຜ່ານມານີ້, ວາລະສານທາມສ໌ຂອງສະຫະລັດອາເມລະກາຈັດໃຫ້ເມືອງມໍລະດົກໂລກຫລວງພະບາງຕິດ 1 ໃນ 50 ສະຖານ ທີ່ປາຍທາງການທ່ອງທ່ຽວດີທີ່ສຸດໃນໂລກ World’s Greatest Places ໃນນັ້ນ ອັນດັບທີ 1 ແມ່ນປະເທດດູມິນີກາ, 2. ແມ່ນບາເຊໂລນາ (ສະເປນ), 3. ຈີລີ, 4.ອິນເດຍ, 5.ມານີໂຕບາ,6.ເດນມາກ ສວ່ນ ສປປ ລາວຢູ່ອັນດັບທີ 11.

ວາລະສານທາມສ໌ນີ້ ເປັນວາລະສານລາຍສັບປະດາ, ມີຍອດພິມຈໍາຫນ່າຍທົ່ວໂລກຫລາຍກວ່າ 4 ລ້ານສະບັບ, ເປັນວາລະສານທີ່ເນັ້ນການວິເຄາະເຈາະເລີກ ດ້ານການເມືຶອງ, ຜູ້ນໍາໂລກ, ຜູ້ມີຊື່ສຽງໂດ່ງດັງ, ເສດຖະກິດ, ການຄ້າ, ສິ່ງແວດລ້ອມ ແລະ ອື່ນໆ.

ວາລະສານດັ່ງກ່າວສ້າງຕັ້ງຂຶ້ນໃນປີ 1923 ຕັ້ງຢູ່ນະຄອນນີວຢອກ ຂອງສະຫະລັດອາເມລິກາ.

ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

ads
ads

Top