ເປີດຂະບວນອາສາສະໝັກ ຊາວໜຸ່ມຕະລຸມບອນ ບໍລິຈາກເລືອດ

17/03/2023 16:45
Email Print 955
ຂປລ ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ

 

  ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ຮ່ວມກັບ ສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ກະຊວງສຶກສາທິການ ແລະ ກິລາ, ຄຊປປລ ມະຫາວິທະຍາໄລແຫ່ງຊາດ ເປີດຂະບວນການອາສາສະໝັກ ຊາວໜຸ່ມຕະລຸມບອນ ບໍລິຈາກເລືອດ ພາຍໃຕ້ຄຳຂວັນ 68 ປີມີໄຊຊາວໜຸ່ມລາວຮ່ວມໃຈ ຕະລຸມບອນບໍລິຈາກເລືອດປະຈໍາປີ 2023 ໃນວັນທີ 17 ມີນາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ, ເນື່ອງໃນໂອກາດຂໍ່ານັບຮັບຕ້ອນວັນສ້າງຕັ້ງພັກ, ວັນສ້າງຕັ້ງຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ຄົບຮອບ 68 ປີ ທີ່ໃກ້ຈະມາຮອດມາເຖິງນີ້ຂຶ້ນ ໂດຍມີ ທ່ານ  ພູທອນ ເມືອງປາກ ປະທານອົງ ການກາແດງແຫ່ງຊາດ, ທ່ານ ຕຸລາວັນ ໜໍ່ເມືອງເສດ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍບັນດາຫລາຍສະມາຊິກຊາວໜຸ່ມ ປປລ ແລະ ອາສາສະໝັກຊາວໜຸ່ມຕະລຸມບອນຂອງ ກະຊວງ, ອົງການ ແລະ ພາກສ່ວນຕ່າງໆໃນທົ່ວນະຄອນຫລວງວຽງຈັນ ຫລາຍກວ່າ 60 ພາກສ່ວນເຂົ້າຮ່ວມ.
  ທ່ານ ມອນໄຊ ລາວມົ່ວຊົງ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ: ຂະບວນການ ບໍລິຈາກເລືອດ ຄັ້ງນີ້, ແມ່ນຂະບວນການ ໜຶ່ງທີ່ສຳຄັນ ເພາະເປັນການປະກອບສ່ວນທາງດ້ານມະນຸດສະທຳ ຕິດພັນກັບການຊ່ວຍເຫລືອຊີວິດຂອງເພື່ອນມະນຸດດ້ວນກັນ
, ຕາມສະຖິຕິຂອງສະຖາບັນເລືອດແຫ່ງຊາດ ໃນແຕ່ລະປີການຈັດຕັ້ງຊາວໜຸ່ມ ແຕ່ລະຂັ້ນ, ຊາວໜຸ່ມ-ໄວໜຸ່ມທຸກເພດທຸກໄວ ໄດ້ມີສ່ວນຮ່ວມໃນວຽກງານການປຸກລະດົມຂົນຂວາຍຫາຜູ້ບໍລິຈາກເລືອດ ແລະ ກໍມີຜູ້ບໍລິຈາກເລືອດເປັນຈຳນວນຫລວງຫລາຍ. ໃນນີ້, ມີບາງຄົນບໍລິຈາກເລືອດເຖິງ 70 ຄັ້ງ ແລະ ຫລາຍທ່ານກໍໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ-ລັດຖະບານ ແລະ ສູນກາງຊາວໜຸ່ມ. ອັນທີ່ພົ້ນເດັ່ນທີ່ສຸດ ລັດຖະບານແຫ່ງ ສປປ ລາວ ໄດ້ມອບຫລຽນໄຊແຮງງານຊັ້ນ I ໃຫ້ແກ່ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ມີຜົນງານໃນການປະກອບສ່ວນປຸກລະດົມຂົນຂວາຍຊາວໜຸ່ມ ເຂົ້າຮ່ວມການບໍລິຈາກເລືອດແຫ່ງຊາດ.
   ກິດຈະກຳການບໍລິຈາກເລືອດ ແມ່ນວຽກງານມະນຸດສະທຳໜຶ່ງ ທີ່ສັງຄົມໃຫ້ຄວາມສຳຄັນ ເພາະວ່າຄວາມຕ້ອງການເລືອດ ເພື່ອໃຊ້ເຂົ້າໃນການປິ່ນປົວຄົນເຈັບໃນແຕ່ລະມື້ ແມ່ນນັບມື້ສູງຂຶ້ນ ໂດຍສະເພາະແມ່ນ ເອື້ອຍນ້ອງແມ່ຍິງ ແລະ ເດັກນ້ອຍ ຊຶ່ງມີອັດຕາສ່ວນການໃສ່ເລືອດຫລາຍກວ່າໝູ່ ຍ້ອນຫລາຍສາເຫດເຊັ່ນ: ການເກີດລູກຜິດປົກກະຕິ ເສຍເລືອດຫລາຍ
, ພະຍາດຂາດເລືອດຊໍາເຮື້ອ ແລະ ການຜ່າຕັດອື່ນໆ. ສະນັ້ນ, ຂໍຮຽກຮ້ອງມາຍັງ ບັນດາຊາວໜຸ່ມ-ໄວໜຸ່ມ ຜູ້ທີ່ເຄີຍບໍລິຈາກມາແລ້ວ ຈົ່ງເຊີດຊູບົດບາດໃນການສົ່ງເສີມ ການບໍລິຈາກເລືອດແບບປອດໄພ, ເປັນແບບຢ່າງທີ່ດີໃນການສືບຕໍ່ບໍລິຈາກລືອດຢ່າງຕໍ່ເນື່ອງສະໝໍ່າສະເໝີ, ທັງເປັນຜູ້ປຸກລະດົມຂົນຂວາຍຄົນອື່ນໃຫ້ມາເຂົ້າຮ່ວມບໍລິຈາກເລືອດໃຫ້ຫລາຍຂຶ້ນ. ສໍາລັບຄັ້ງນີ້ ຄາດໝາຍໃຫ້ໄດ້ເລືອດ 1.000 ຖົງ.

ຂ່າວ: ມະນີທອນ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

ads
ads

Top