ອິນເດຍ ສົ່ງອອກສິນຄ້າ ຈະເລີນເຕີບໂຕ ຫລາຍກວ່າ 15%

18/03/2023 09:55
Email Print 398
ຂປລ ການສົ່ງອອກ ໂດຍລວມ ຂອງ ອິນເດຍ ຈະເລີນເຕີບໂຕ ຫລາຍກວ່າ 15% ໃນສົກປີ ງົບປະມານ ປັດຈຸບັນ (ເລີ່ມແຕ່ ເດືອນເມສາ ປີ 2022 ຫາ ເດືອນມີນາປີ 2023) ເມື່ອທຽບໃສ່ ສົກປີງົບປະມານ ກ່ອນໜ້າ.

ຂປລ.ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 16 ເດືອນມີນາ, ລັດຖະບານແລະ ຜູ້ຊ່ຽວຊານ ທາງດ້ານອຸດສາຫະກຳ ຂອງ ອິນເດຍ ຄາດວ່າ: ການສົ່ງອອກ ໂດຍລວມ ຂອງ ອິນເດຍຈະເລີນເຕີບໂຕ ຫລາຍກວ່າ 15% ​ໃນສົກປີ ງົບປະມານ ປັດຈຸບັນ (​ເລີ່ມແຕ່ ເດືອນເມສາ ປີ 2022 ຫາ ເດືອນມີນາປີ 2023)  ເມື່ອທຽບໃສ່ ສົກປີງົບປະມານ ກ່ອນໜ້າ. ໃນຂະນະທີ່ ກະຊວງ ການຄ້າແລະ ອຸດສາຫະກຳ ຂອງ ອິນເດຍ ລະບຸວ່າ: ການສົ່ງອອກ ສິນຄ້າ ຂອງ ອິນເດຍ  ມີທ່າອ່ຽງ ຈະເລີນເຕີບໂຕຂຶ້ນ 16,18% ​ເມື່ອທຽບໃສ່ ໄລຍະດຽວກັນ ຂອງ ປີຜ່ານມາ. ​ນອກນັ້ນ, ການສົ່ງອອກ ດ້ານການບໍລິການ ຍັງສືບຕໍ່ເພີ່ມຂຶ້ນ 30,48% ​ເມື່ອທຽບໃສ່ໄລຍະດຽວກັນ ຂອງ ປີກ່ອນໜ້າແລະ ອື່ນໆ./

KPL

ຂ່າວອື່ນໆ

ads
ads

Top