ຂປລ
ຂປລ. ວັນທີ 13 ມີນາ 2023 ທີ່ສະຖາບັນເລືອດແຫ່ງຊາດ, ນະຄອນຫລວງວຽງຈັນ ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງ ຊາວໜຸ່ມ ພັກປະຊາຊົນປະຕິວັດລາວ ໄດ້ຖະແຫລງຂ່າວກ່ຽວກັບ ຂະບວນການບໍລິຈາກເລືອດ ຊ່ວຍເຫລືອສັງຄົມ
![](https://kpl.gov.la/Media/Upload/News/Thumb/2023/03/14/1.jpg)
ຂປລ. ວັນທີ 13 ມີນາ 2023 ທີ່ສະຖາບັນເລືອດແຫ່ງຊາດ, ນະຄອນຫລວງວຽງຈັນ ທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສູນກາງ ຊາວໜຸ່ມ ພັກປະຊາຊົນປະຕິວັດລາວ ໄດ້ຖະແຫລງຂ່າວກ່ຽວກັບ ຂະບວນການບໍລິຈາກເລືອດ ຊ່ວຍເຫລືອສັງຄົມ ພາຍໃຕ້ຄໍາຂວັນ “68 ປີມີໄຊ ຊາວໜຸ່ມ ລາວຮ່ວມໃຈ ຕະລຸມບອນບໍລິຈາກເລືອດ” ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ ແລະ ສະເຫລີມສະຫລອງວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. ພ້ອມນີ້, ຍັງເປັນການແກ້ໄຂບັນຫາ ການຂາດເລືອດ ແລະ ຕອບສະໜອງເລືອດໃຫ້ພຽງພໍ ເພື່ອນໍາໃຊ້ເຂົ້າໃນ ການປິ່ນປົ່ວຄົນເຈັບທີ່ນອນ ຢູ່ຕາມໂຮງໝໍແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດ ໃນວັນທີ 17 ມີນາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ, ນະຄອນຫລວງວຽງຈັນ.
![](https://kpl.gov.la/Media/Upload/News/Thumb/2023/03/14/3.jpg)
ທ່ານ ມອນໄຊ ລາວມົວຊົ່ງ ກ່າວວ່າ: ຂະບວນການບໍລິຈາກເລືອດ ຊ່ວຍເຫລືອສັງຄົມໃນຄັ້ງນີ້, ຍັງເປັນກິດຈະກຳໜຶ່ງ ທີ່ປູກຈິດສໍານຶກ ໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ມີນໍ້າໃຈອາສາສະໝັກ, ມີຈິດໃຈມະນຸດສະທໍາ ແລະ ເຫັນໄດ້ຄວາມໝາຍຄວາມສໍາຄັນ, ຄວາມຈໍາເປັນຂອງການນໍາໃຊ້ເລືອດ ໂດຍສະເພາະ ຊາວໜຸ່ມແມ່ນອະນາຄົດຂອງຊາດ, ເປັນກຳລັງຕົ້ນຕໍສໍາຄັນ ຂອງການພັດທະນາ ໃນທຸກຂົງເຂດວຽກງານ ແລະ ແນໃສເພື່ອສຶກສາອົບຮົມ ຄົນຮຸ່ນໜຸ່ມ ໃຫ້ຮູ້ມູນເຊື້ອ ແຫ່ງຄວາມສາມັກຄີ, ນໍ້າໃຈອາດຫານ ແລະ ຄວາມເສຍສະຫລະ ດ້ວຍຈິດໃຈອາສາສະໝັກບໍ່ຮຽກຮ້ອງ ສິ່ງຕອບແທນ ແລະ ກຽມພ້ອມ ຮັບໃຊ້ປະເທດຊາດ.
![](https://kpl.gov.la/Media/Upload/News/Thumb/2023/03/14/4.jpg)
ກິດຈະກຳໃນຄັ້ງນີ້ປະກອບມີ: ການເຜີຍແຜ່ໃຫ້ຄຳປຶກສາຄວາມຮູ້ ດ້ານສຸຂະພາບຈະເລີນພັນ, ກິດຈະກໍາ ການປະຖົມພະຍາບານ ຊ່ວຍເຫລືອ ຄົນເຈັບ ຂັ້ນພື້ນຖານ ຈາກກູ້ໄພອາສາສະໝັກ ອົງການກາແດງແຫ່ງຊາດລາວ, ສະແດງ ສິລະປະ-ວັນນະຄະດີ, ຖາມ-ຕອບ ຄວາມຮູ້ທົ່ວໄປກ່ຽວກັບເລືອດ, ຢາເສບຕິດ ແລະ ມູນເຊື້ອຊາວໜຸ່ມ, ອອກແຈ້ງການປຸກລະດົມ ການບໍລິຈາກເລືອດ ໃນທົ່ວປະເທດ ໂດຍຈະມີຜູ້ເຂົ້າຮ່ວມຈາກ ຄຊປປລ 17 ກະຊວງ, ມະຫາວິທະຍາໄລແຫ່ງຊາດ ແລະ ບັນດາວິທະຍາໄລ, ຊາວໜຸ່ມ-ໄວໜຸ່ມ ຈາກອົງການຈັດທາງສັງຄົມ, ບຸກຄົນ ແລະ ອາສາສະໝັກທົ່ວໄປ ຄາດວ່າ ຈະໄດ້ເລືອດ 1.000 ຖົງ.
ຂ່າວ: ມະນີທອນ
ພາບ: ເກດສະໜາ
KPL