ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສໍາເລັດການຢ້ຽມ​ຢາມທາງການປະ​ເທດ​ຍີ່​ປຸ່ນ

13/03/2023 16:59
Email Print 1356
ຂປລ ຂປລ. ໃນ​ລະ​ຫວ່າງວັນ​ທີ 1-7 ມີ​ນາ 2023 ​ຜ່ານ​ມາ, ທ່ານ ໂພ​ໄຊ ໄຂ​ຄຳ​ພິ​ທູນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາ​ວ ໄດ້​ເດີນ​ທາງໄປ​ຢ້ຽມ​ຢາມທາງການ ຢູ່ ປະ​ເທດ​ຍີ່​ປຸ່​ນ ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ກະ​ຊວງ​ຕ່າງ​ປະ​ເທດ​ຍີ່​ປຸ່ນ.

 

  ຂປລ. ໃນ​ລະ​ຫວ່າງວັນ​ທີ 1-7 ມີ​ນາ 2023 ​ຜ່ານ​ມາ, ທ່ານ ໂພ​ໄຊ ໄຂ​ຄຳ​ພິ​ທູນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາ​ວ ໄດ້​ເດີນ​ທາງໄປ​ຢ້ຽມ​ຢາມທາງການ ຢູ່ ປະ​ເທດ​ຍີ່​ປຸ່​ນ ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ກະ​ຊວງ​ຕ່າງ​ປະ​ເທດ​ຍີ່​ປຸ່ນ.
   ໃນ​ໂອ​ກາດ​ຢ້ຽມ​ຢາມ​ປະ​ເທດ​ຍີ່​ປຸ່ນ​ຄັ້ງ​ນີ້
, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂພໄຊ ໄຂຄໍາພິທູນ ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ​ຄູ່​ຮ່ວມ​ຕຳ​ແໜ່ງຝ່າຍຍີ່ປຸ່ນ ທ່ານ ທາ​ເກ​ອິ ຊຸນ​ຊຶ​ເກະ, ຮອງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ (Mr. TAKEI Shunsuke, State Minister for Foreign Affairs of Japan), ເຊິ່ງສອງ​ຝ່າຍ ໄດ້ຕີ​ລາ​ຄາ​ສູງ​ຕໍ່​ໝາກ​ຜົນ​ຂອງ​ການ​ພົວ​ພັນ ແລະ ການ​ຮ່ວມ​ມື ​ລະ​ຫວ່າງ ສ​ປ​ປ ລາວ ແລະ ຍີ່​ປຸ່ນ ໃນ​ໄລ​ຍະ​ຜ່ານ​ມາ ແລະ ເຫັນດີເປັນເອກະພາບໃນການສືບຕໍ່ປະສານສົມທົບ ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອເປັນໃຈກາງ ແລະ ເປັນຂົວຕໍ່ສໍາລັບການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໂດຍສະເພາະ ການສືບຕໍ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບໃນປີ 2015 ຜ່ານມາ ໃຫ້ເຂົ້າສູ່ລວງເລິກ ແລະ ກວ້າງຂວາງຍິ່ງຂຶ້ນ. ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ສົ່ງເສີມການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງ ການນໍາຂັ້ນສູງຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ການສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄືການຄ້າສອງຝ່າຍ ລາວ-ຍີ່ປຸ່ນ, ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ເພີ່ມຂຶ້ນໃນຕໍ່ໜ້າ,​ ລວມທັງການສົ່ງເສີມການໄປມາຫາສູ່ ລະຫວ່າງ ປະຊາຊົນສອງຊາດ ສປປ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການສົ່ງເສີມການທ່ອງທ່ຽວຂອງສອງປະເທດ ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດສົນທິສັນຍາທາງອາກາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການລົງນາມໃນປີ 2015 ໃຫ້ເປັນຮູບປະທໍາເທື່ອລະກ້າວ.​
   ພ້ອມດຽວກັນນັ້ນ
, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດເພື່ອກະກຽມຄວາມພ້ອມໃຫ້ແກ່ການສະເຫລີມສະຫລອງການພົວພັນ ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແລະ ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ສະໄໝພິເສດ ທີ່ຈະຈັດຂຶ້ນ ຢູ່ ປະເທດຍີ່ປຸ່ນ ໃນເດືອນທັນວາ 2023, ​ການສືບຕໍ່ສະໜັບສະໜູນ ຂອງ ຍີ່ປຸ່ນ ສໍາລັບການເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ແລະ ການຂຶ້ນແຜນຮ່ວມກັນໃນການຈັດບັນດາກິດຈະກໍາສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (5 ມີນາ 1955) ຄົບຮອບ 70 ປີ ໃນປິ 2025, ລວມທັງການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ສໍາລັບການເປັນເຈົ້າພາບການຈັດງານວາງສະແດງໂລກຂອງປະເທດຍີີ່ປຸ່ນ ຢູ່ ແຂວງໂອຊາກາ ໃນປີ 2025 (World EXPO 2025 Osaka) ທີ່ຈະມາເຖິງນີ້ ໃຫ້ປະສົບຜົນສໍາເລັດຕາມຄາດໝາຍ.   ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂພໄຊ ໄຂຄໍາພິທູນ ຍັງໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ປະເທດຍີ່ປຸ່ນ ທີ່ຍາມໃດກໍໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນແຕ່ລະໄລຍະ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ,​ ໂຄງລ່າງພື້ນຖານ, ກະສິກໍາ-ປ່າໄມ້, ການເກັບກູ້ລະເບີດບໍ່ທັນແຕກ (UXO) ແລະ ອື່ນໆ ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ. ສໍາລັບຝ່າຍຍີ່ປຸ່ນ ແມ່ນໄດ້ຢືນຢັນຄໍາໝາຍໝັ້ນໃນການສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍສະເພາະ ການສືບຕໍ່ພິຈາລະນາຢ່າງຕັ້ງໜ້າຕໍ່ບັນດາຂໍ້ສະເໜີຂອງຝ່າຍລາວ.    ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫລາຍຝ່າຍ ​ກໍຄືການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ແລະ ຍັງໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ກ່ຽວກັບບັນຫາພາກພື້ນ ແລະ ສາກົນຈໍານວນໜຶ່ງທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດດຽວກັນ, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ໂພໄຊ ໄຂຄໍາພິທູນ ຍັງໄດ້ ພົບ​ປະ ແລະ ເຮັດວຽກ​ກັບ​ພາກ​ສ່ວນ​ຕ່າງໆຂອງຍີ່ປຸ່ນ ທັງພາກສະພາ, ພາກລັດ ແລະ ພາກທຸລະກິດ ຕື່ມອີກ.    ສປປ ລາວ ແລະ ຍີ່ປຸນ ໄດ້ສ້າງຕັ້ງສາຍພົວພັນທາງການທູດນໍາກັນ ໃນວັນທີ 5 ມີນາ 1955 (ປີ 2023 ຄົບຮອບ 68 ປີ). ສປປ ລາວ ແມ່ນ 1 ໃນ 4 ປະເທດທໍາອິດທີ່ປະເທດຍີ່ປຸ່ນ ໄດ້ສົ່ງອາສາສະໝັກມາຮ່ວມມື ແລະ ຊ່ວຍເຫລືອໃນປີ 1965 ແລະ ມາຮອດປັດຈຸບັນ ໄດ້ມີອາສາສະໝັກຍີ່ປຸ່ນຫລາຍກວ່າ 1.041 ເທື່ອຄົນ (ປີ 2022 ມີ 20 ທ່ານ) ແລະ ຊ່ຽວຊານຍີ່ປຸ່ນ ຫລາຍກວ່າ 4.500 ເທື່ອຄົນ (ປີ 2022 ມີ 45 ທ່ານ) ມາປະຕິບັດໜ້າທີ່ ຢູ່ ສປປ ລາວ. ປະເທດຍີ່ປຸ່ນ ໄດ້ກາຍເປັນປະເທດຄູ່ຮ່ວມພັດທະນາອັນດັບຕົ້ນທີ່ໃຫ້ໄດ້ການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) ແກ່ ສປປ ລາວ ສະເລ່ຍ 90-100 ລ້ານໂດລາສະຫະລັດຕໍ່ປີ, ເຊິ່ງໃນປິ 2022 ຜ່ານມາ ສະເພາະຂອບການຮ່ວມມືສອງຝ່າຍ, ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ມູນຄ່າຫລາຍກວ່າ 5 ຕື້ 320 ລ້ານເຢນ (ຫລື ຫລາຍກວ່າ 44 ລ້ານໂດລາສະຫະລັດ), ​ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດ, ການປັບປຸງຕຶກອາຄານຂອງສະຖາບັນການສຶກສາ, ການກະກຽມຄວາມພ້ອມເພື່ອຮັບມືກັບໄພພິບັດທາງທໍາມະຊາດ, ການເກັບກູ້ລະເບີດບໍ່ທັນແຕກ (UXO), ການສະໜັບສະໜູນ ສປປ ລາວ ໃນການກະກຽມການເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ທີ່ຈະມາເຖິງນີ້ ແລະ ການຍົກລະດັບການພັດທະນາພື້ນຖານໂຄງລ່າງ. ການລົງທຶນຂອງພາກທຸລະກິດຍີ່ປຸ່ນ ຢູ່ ສປປ ລາວ ແມ່ນຈັດຢູ່ໃນ ອັນດັບທີ 14 ມີ 106 ໂຄງການ ມູນຄ່າການລົງທຶນ 121 ລ້ານໂດລາສະຫະລັດ ແລະ ມີບໍລິສັດຍີ່ປຸ່ນຫລາຍກວ່າ 165 ບໍລິສັດ ກໍາລັງດໍາເນີນທຸລະກິດ ຢູ່ ສປປ ລາວ. ສໍາລັບການຄ້າສອງຝ່າຍ ລາວ-ຍີ່ປຸ່ນ ໃນປີ 2022 ຜ່ານມາ ມີມູນຄ່າ 278 ລ້ານໂດລາສະຫະລັດ, ໃນນັ້ນການສົ່ງອອກໄປປະເທດຍີ່ປຸ່ນ ມີມູນຄ່າ 131 ລ້ານໂດລາສະຫະລັດ ແລະ ການນໍາເຂົ້າຈາກປະເທດຍີ່ປຸ່ນ ມີມູນຄ່າ 147 ລ້ານໂດລາສະຫະລັດ.

ຂ່າວ-ພາບ: ກຕທ

 

KPL

ຂ່າວອື່ນໆ

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

    • ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIIIການເມືອງ

      ກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII

      7/1/2025 2:07:04 PM

      ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມວິສາມັນຄົບຄະນະບໍລິຫານງານ ສຊປລ ສະໄໝທີ VIII ໃນລະຫວ່າງ 30 ມິຖຸນາ- 1 ກໍລະກົດ 2025 ທີ່ສູນກິດຈະກໍາຄົບວົງຈອນຊາວໜຸ່ມ ສຊປລ ພາຍໃຕ້ການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ມີບັນດາຄະນະເລຂາທິການ, ຄະນະບໍລິຫານງານ, ຫົວໜ້າກົມ, ຮອງຫົວໜ້າກົມ, ເລຂາ ຄຊປປລ ກະຊວງ-ອົງການ, ນະຄອນຫລວງວຽງຈັນ, ບັນ ດາແຂວງ ເຂົ້າຮ່ວມ.

    • ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດການເມືອງ

      ຮສສ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງ ແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ

      7/1/2025 1:33:52 PM

      ຂປລ. ເມື່ອບໍ່ດົນມານີ້, ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມ ປັບປຸງດຳລັດ ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ຕ່າງປະເທດ ພາຍໃຕ້ການເປັນປະທານ ຂອງ ທ່ານ ສຸລິຍາ ຄໍາວົງສາ ຮອງຫົວໜ້າ ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ວຽງປຣະສິດ ທິບພະສຸດາ ຜູ້ປະສານງານ ອົງການແຮງງານ ສາກົນ (ILO) ປະຈໍາ ສປປ ລາວ

    • ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມການເມືອງ

      ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ຢ້ຽມຢາມ ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

      7/1/2025 1:18:47 PM

      ຂປລ. ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນລາວ ນຳໂດຍ ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໝຸ່ມ ກອງທັບປະຊາຊົນລາວ ແລະ ຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ນໍາໂດຍ ສະຫາຍ ພັນເອກ ຫງຽວນວັນນິງ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ, ຫົວໜ້າຄະນະນາຍທະຫານໜຸ່ມ ກອງທັບປະຊາຊົນຫວຽດນາມ ໄດ້ຢ້ຽມຢາມ ແລະ ພົບປະແລກ ປ່ຽນບົດຮຽນ ຢູ່ກອງບັນຊາການຕໍາຫລວດ ເຂດ 2 ສສ ຫວຽດນາມ

    • ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງການເມືອງ

      ຫສພ ເຜີຍແຜ່ມະຕິ 10 ຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

      7/1/2025 12:59:39 PM

      ຂປລ. ໃນວັນທີ 30 ມິຖຸນາ 2025 ນີ້, ຫ້ອງວ່າການສູນກາງພັກ (ຫສພ) ຈັດເຜີຍແຜ່, ເຊື່ອມຊຶມມະຕິ 10 ຂອງສູນກາງພັກ ແລະ ປະກາດແຕ່ງຕັ້ງ ສະຫາຍ ບຸນທັນ ກຸສົນສະໜອງ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ, ແຕ່ງຕັ້ງ ສະຫາຍ ພູນໄຊ ພົມມີໄຊ ເປັນຫົວໜ້າກົມ, ຄວບຕຳແໜ່ງເປັນເລຂານຸການປະຈຳ ສະຫາຍ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

ads
ads

Top