ບໍ່ແກ້ວ ສຸມໃສ່ພັດທະນາຊົນນະບົດ ຕິດພັນກັບ ການຄ້ຳປະກັນສະບຽງອາຫານ ແລະ ໂພຊະນະການ

28/02/2023 15:41
Email Print 7274
ຂປລ ຂປລ. ຄະນະກຳມະການ ດ້ານໂພຊະນະການ ຂອງແຂວງບໍ່ແກ້ວ ໄດ້ສຸມໃສ່ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ການສ້າງບ້ານພັດທະນາ ຕິດພັນກັບການຄ້ຳປະກັນ ສະບຽງອາຫານ ແລະ ວຽກງານໂພຊະນະການ ໂດຍໄດ້ສຸມທຶນຮອນ ທັງພາກລັດ, ໂຄງການ ແລະ ພາກສັງຄົມ ເຂົ້າໃນການພັດ ທະນາຊົນນະບົດ ເພື່ອລຶບລ້າງຄວາມທຸກຍາກ ຕິດພັນກັບວຽກໂພຊະນາການ.

ຂປລ. ຄະນະກຳມະການ ດ້ານໂພຊະນະການ ຂອງແຂວງບໍ່ແກ້ວ ໄດ້ສຸມໃສ່ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ, ການສ້າງບ້ານພັດທະນາ ຕິດພັນກັບການຄ້ຳປະກັນ ສະບຽງອາຫານ ແລະ ວຽກງານໂພຊະນະການ ໂດຍໄດ້ສຸມທຶນຮອນ ທັງພາກລັດ, ໂຄງການ ແລະ ພາກສັງຄົມ ເຂົ້າໃນການພັດ ທະນາຊົນນະບົດ ເພື່ອລຶບລ້າງຄວາມທຸກຍາກ ຕິດພັນກັບວຽກໂພຊະນາການ. ພ້ອມກັນນີ້, ໄດ້ລົງເຊື່ອມສານວຽກງານ ດ້ານສຸຂະພາບແມ່ ແລະ ເດັກ, ວຽກງານໂພຊະນາການ ຢູ່ໃນບ້ານເປົ້າໝາຍ ເປັນ ຕົ້ນ ການໂຄສະນາສຸຂະສຶກສາ, ດ້ານໂພຊະນາການ, ສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ ເຮັດໃຫ້ອັດ ຕາຂອງເດັກນ້ອຍເກີດໃໝ່ ທີ່ດູດນົມແມ່ພາຍໃນ ໜຶ່ງຊົ່ວໂມງຫລັງເກີດ ມີຈຳນວນ 2.777 ຄົນ ເທົ່າ 61,38%, ເສີມແຮ່ທາດ ຈຸລະສານອາຫານ, ວິຕາມິນ ແລະ ຢາຂ້າແມ່ທ້ອງ ໂດຍສະເພາະ ເດັກອາຍຸ 12-59 ເດືອນທີ່ໄດ້ກິນຢາຂ້າແມ່ທ້ອງ ຈຳນວນ 14.167 ຄົນ ເທົ່າ 81,74%, ໄດ້ປັບປຸງສຸຂະອະນາໄມ, ສຸຂະພິບານຂອງຄອບຄົວ ແລະ ໂຮງຮຽນ ດ້ວຍການສະໜອງນ້ຳສະອາດ, ວິດຖ່າຍ, ອ່າງລ້າງມື, ຍູ້ແຮງຂະບານການສ້າງຄອບຄົວ ແລະ ບ້ານຢຸດຕິການຖ່າຍຊະຊາຍ (ອັດຕາການຊົມໃຊ້ ນໍ້າສະອາດໃນທົ່ວແຂວງ 98,14%).

ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ໄດ້ລາຍງານ ບາງສະພາບພົ້ນເດັ່ນ, ສິ່ງທ້າທາຍ ແລະ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ໂພຊະນາການໃນໄລຍະ 1 ປີຜ່ານມາ ແລະ ບາງວຽກບຸລິມະສິດ, ຄຳໝັ້ນສັນຍາຕໍ່ການປະຕິບັດແຜນປີ 2023 ໃນກອງປະຊຸມແຫ່ງຊາດ ດ້ານໂພຊະນາການ ຄັ້ງທີ VIII ແລະ ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານໂພຊະນາການ ປະຈຳປີ 2022 ທີ່ນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້ວ່າ: ສຳລັບຂະແໜງສຶກສາ ກໍໄດ້ສົ່ງເສີມການປູກພືດ ສວນຄົວ ໄດ້ທັງໝົດ 92 ແຫ່ງ, ສະໜອງອາຫານທ່ຽງ ໃຫ້ແກ່ໂຮງຮຽນປະຖົມ ແລະ ອະນຸບານ 24 ແຫ່ງ ພ້ອມທັງສະໜອງເບ້ຍລ້ຽງ ໃຫ້ແກ່ນັກຮຽນຜູ້ທີ່ທຸກຍາກ. ສ່ວນຂະແໜງກະສິກຳ ໄດ້ສະໜອງແນວພັນພືດ, ແນວພັນສັດ, ສະໜອງນ້ຳເພື່ອສຳລັບກະເສດ ເຮັດໃຫ້ການປູກ-ການລ້ຽງຂອງປະຊາຊົນ ເພີ່ມຂຶ້ນ ທັງຜະລິດເພື່ອບໍລິໂພກ ສະໜອງພາຍໃນ ແລະ ສົ່ງເສີມຜະລິດເປັນສິນຄ້າ, ເຊິ່ງທັງໝົດນີ້, ມັນໄດ້ສະແດງອອກຄອບຄົວ ແລະ ບ້ານທຸກຍາກ ແມ່ນໄດ້ຫລຸດລົງ ຕາມການປະເມີນ ໃນປີ 2022 ແຂວງບໍ່ແກ້ວ ສາມາດລຶບລ້າງບ້ານທຸກຍາກໄດ້ ທັງໝົດ 18 ບ້ານ ເຮັດໃຫ້ຊີວິດການເປັນຢູ່ ກໍຄື ໂພຊະການຂອງປະ ຊາຊົນ ແລະ ເດັກ ໃນກຸ່ມເປົ້າໝາຍດີຂຶ້ນ; ອັດຕາສ່ວນເດັກຕ່ຳກວ່າ 5 ປີ ທີ່ມີນ້ຳໜັກຫລຸດມາດ ຕະຖານ ແລະ ລວງສູງບໍ່ໄດ້ມາດຕະຖານແມ່ນໄດ້ຫລຸດລົງ.

ທ່ານ ຄຳຜະຫຍາ ພົມປັນຍາ ຍັງໃຫ້ຮູ້ຕື່ມວ່າ: ສຳລັບ ມາດຕະການ ແລະ ບາງວຽກທີ່ຈະຕ້ອງສຸມໃສ່ໃນປີ 2023 ເປັນຕົ້ນ ສົ່ງເສີມຂະບວນການ ການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ, ການສ້າງບ້ານພັດທະນາ ຕິດພັນກັບການຄ້ຳປະກັນ ສະບຽງອາຫານ ແລະ ວຽກງານໂພຊະນາການ ດ້ວຍກຳລັງຂອງສັງຄົມ, ການຜະລິດເພື່ອທົດແທນການນຳເຂົ້າ ເພື່ອເຮັດການສະໜອງ ສະບຽງອາຫານຕ່າງໆ ຂອງຊຸມຊົນ ແລະ ຂອງປະຊາຊົນເພີ່ມຂຶ້ນ; ສືບຕໍ່ເຝົ້າລະວັງດ້ວຍການກັ່ນກອງ, ຕອບໂຕ້ດ້ານໂພຊະນາການ ດ້ວຍການຈັດແບ່ງເຂດສ່ຽງ ທາງດ້ານໂພຊະນາການ; ເອົາໃຈໃສ່ໃນການໂຄສະນາການ ປ່ຽນພຶດຕິກຳ ຂອງການບໍລິໂພກອາຫານ ທີ່ບໍ່ຖືກຕ້ອງໃນຊຸມຊົນ ດ້ວຍການອົບຮົມ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໃນຮູບແບບເພື່ອນຊ່ວຍເພື່ອນ; ສືບຕໍ່ຍາດແຍ່ງທຶນຮອນ ເຂົ້າໃນການສະໜອງອາຫານທ່ຽງ, ເບ້ຍລ້ຽງໃຫ້ແກ່ນັກຮຽນຊົນເຜົ່າ ແລະ ຜູ້ທີ່ທຸກຍາກ; ຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານທີ່ຮັບຜິດຊອບ ລວມທັງຂອດການປະສານງານ ເພື່ອປະຕິບັດໂຄງການໜຶ່ງດຽວ ຂອງຫລາຍຂະແໜງ ການໃຫ້ມັນດີຂຶ້ນກວ່າເກົ່າ.

ຂ່າວ: ມະນີທອນ

KPL

ຂ່າວອື່ນໆ

    • ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກສາທາລະນະສຸກ

      ການຖືພາຂອງໄວໜຸ່ມໃນລາວ ຍັງກວມ ອັດຕາສ່ວນສູງ ໃນຂົງເຂດອາຊີ-ປາຊີຟິກ

      5/7/2025 8:24:17 PM

      ຂປລ. ອັດຕາການເກີດລູກໃນໄວໜຸ່ມ ຍັງເປັນສິ່ງທີ່ໜ້າກັງວົນຫລາຍ ເຊິ່ງໃນປີ 2017 ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມ ເປັນອັນດັບທີ 2 ໃນຂົງເຂດປາຊີຟິກຕາເວັນຕົກ ທີ່ມີອັດຕາຢູ່ 83 ການເກີດຕໍ່ແມ່ຍິງໄວໜຸ່ມ ອາຍຸ 15-19 ປີ ສູງເຖິງ 1.000 ຄົນ.

    • ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນສາທາລະນະສຸກ

      ສະຫລອງວັນສຸຂະພາບໂລກ ຢູ່ນະຄອນຫລວງວຽງຈັນ

      4/30/2025 12:59:18 PM

      ຂປລ. ລັດຖະບານລາວ ແລະ ບັນດາຄູ່ຮ່ວມພັດທະນາ ຈັດງານສະເຫລີມສະຫລອງ ວັນສຸຂະພາບໂລກ 2025 ໃນວັນທີ 29 ເມສາ 2025 ຢູ່​ນະຄອນຫລວງ​ວຽງຈັນ ພາຍໃຕ້ຫົວຂໍ້ “ການເລີ່ມຕົ້ນສຸຂະພາບທີ່ດີ ເພື່ອອະນາຄົດທີ່ສົດໃສ” ແນໃສ່ເພື່ອເພີ່ມທະວີ ຄວາມພະຍາຍາມ ຢຸດຕິການເສຍຊີວິດຂອງແມ່ ແລະ ເດັກເກີດໃໝ່ ຈາກສາເຫດທີ່ສາມາດປ້ອງກັນໄດ້ ແລະ ການໃຫ້ຄວາມສຳຄັນກັບສຸຂະ ພາບແມ່ຍິງໃນໄລຍະຍາວ.

    • ກະຊວງສາທາລະນະສຸກ ສະຫລຸບ 	ວຽກງານແຜນການ ແລະ ການເງິນ	ສາທາລະນະສຸກ

      ກະຊວງສາທາລະນະສຸກ ສະຫລຸບ ວຽກງານແຜນການ ແລະ ການເງິນ

      4/4/2025 3:58:55 PM

      ຂປລ. ກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານແຜນການ ແລະ ການເງິນປະຈຳປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງກະຊວງສາທາລະນະສຸກ ພາຍໃຕ້ຄໍາຂວັນ "ຕັ້ງໜ້າພັດທະນາວຽກງານ ສາທາລະນະສຸກໃຫ້ມີຄຸນນະພາບ, ທົ່ວເຖິງ ແລະ ທັນສະໄໝ ເທື່ອລະກ້າວ" ຈັດຂຶ້ນໃນວັນທີ 3 ເມສາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ພ້ອມ ​ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    • ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວສາທາລະນະສຸກ

      ສື່ມວນຊົນລາວ ຢ້ຽມຢາມໂຄງການ ຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ ຢູ່ ນວ

      3/20/2025 2:52:37 PM

      ຂປລ. ສະຖານທູດຢີ່ປຸ່ນປະຈໍາລາວ ຈັດກິດຈະກຳໃຫ້ສື່ມວນຊົນລາວ ໄປຢ້ຽມຢາມບັນດາໂຄງການທີ່ລັດ ຖະບານຢີ່ປຸ່ນ ໃຫ້ການຊ່ວຍເຫລືອ ຢູ່ ສປປ ລາວ ໃນຂະແໜງການຮ່ວມມືດ້ານເສດຖະກິດ ຢູ່ໃນນະຄອນຫລວງວຽງຈັນ (ນວ) ໃນວັນທີ 19 ມີນາ 2027 ເນື່ອງໃນໂອກາດ ສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນ ທາງການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ (ວັນທີ 5 ມີນາ 1955 ຫາ 5 ມີນາ 2025) ນໍາໂດຍ ທ່ານ ໂທຊິມິຈິ ໂຄກະ ເລຂາເອກ, ຫົວໜ້າພະແນກເສດຖະກິດ ແລະ ການຮ່ວມມື ແລະ ທ່ານ ນາງ ໂຢຊິຮະລຊິ ອະຊຸກະ ຫົວໜ້າພະແນກ ວັດທະນະທຳ ສະຖານທູດຢີ່ປຸ່ນປະຈໍາລາວ.

    • ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024ສາທາລະນະສຸກ

      ສະຫລຸບການຈັດຕັ້ງປະຕິບັດວຽກງານ ກັນ-ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024

      2/13/2025 2:51:34 PM

      ຂປລ. ກອງປະຊຸມສະຫລຸບຖອດຖອນບົດຮຽນ ການຈັດຕັ້ງປະຕິບັດວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ ປະຈຳປີ 2024 ແລະ ແຜນການປະຈຳປີ 2025 ຈັດຂຶ້ນໃນວັນທີ 13-14 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top