ກະຊວງການເງິນ ​ແລະ ກອງທຶນສາກົນເພື່ອກາ ນພັດທະນາກະສິກໍາ ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​

02/02/2023 14:57
Email Print 716
ຂປລ ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ,ໄດ້ຕ້ອນຮັບ ທ່ານນາງ ໂຈສນາ ພົວຣີ(Dr. Jyotsna PURI) ຮອງປະທານກອງທຶນສາກົນເພື່ອການພັດທະນາກະສິກໍາ(IFAD)

 

 ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ,ໄດ້ຕ້ອນຮັບ ທ່ານນາງ ໂຈສນາ ພົວຣີ(Dr. Jyotsna PURI) ຮອງປະທານກອງທຶນສາກົນເພື່ອການພັດທະນາກະສິກໍາ(IFAD) ​ເພື່ອເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນ ແລະ ການຮ່ວມມືຂອງສອງຝ່າຍ ​ເຊິ່ງໄລຍະຜ່ານມາ ການພົວພັນຮ່ວມມືຂອງ ສປປ ລາວ ແລະ IFAD ມີຫລາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ການສ້າງຍຸດທະສາດການຮ່ວມມືກັບ ສປປ ລາວ, ການຮ່ວມມືດ້ານການເງິນ ​ແລະ ການພົວພັນວຽກງານຕ່າງໆ.
  ໃນໄລຍະຜ່ານມາ
IFAD ໄດ້ສະໜັບສະໜູນສະໜູນ ສປປ ລາວ ເປັນທຶນຮອນ, ດ້ານວິຊາການເຂົ້າໃນການຈັດຕັ້ງປະຕິບັດຍຸດທະສາດ, ແຜນພັດທະນາຂະແໜງກະສິກໍາ ແລະ ປ່າໄມ້ ໂດຍເນັ້ນໃສ່ການພັດທະນາຊົນນະບົດ, ການຜະລິດກະສິກໍາເປັນສິນຄ້າ ເພື່ອບັນລຸເປົ້າໝາຍທີ່ກໍານົດຢູ່ໃນແຜນພັດທະນາເສດຖະກິດ-ສົງຄົມ 5 ປີຄັ້ງທີ 9 ແລະ ວາລະແຫ່ງຊາດ, ສປປ ລາວມີຄວາມຕ້ອງການທຶນ ເພື່ອພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ຢູ່ເຂດຊົນນະບົດ, ເຂດຫ່າງໄກສອກຫລີກໂດຍສອດຄ່ອງກັບບຸລິມະສິດ ແລະ ຍຸດທະສາດຂອງ IFAD.
  ສະນັ້ນ
, ເພື່ອເປັນການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ ອາດສະເໜີ IFAD ສືບຕໍ່ຊຸກຍູ້, ສະໜັບສະໜູນ ສປປ ລາວ ໃນວຽກງານການຍົກລະດັບການຜະລິດກະສິກໍາ ເປັນທັນສະ ໄໝ ​ໄດ້ຄຸນນະພາບ, ສາມາດແຂ່ງຂັນກັບຕະຫລາດພາກພື້ນ ແລະ ສາກົນ.  ສໍາລັບຍຸດທະນາສາດການຮ່ວມມືສອງຝ່າຍ 2025-2030 ສະເໜີໃຫ້ກຳນົດຂົງເຂດການຮ່ວມມືໂດຍອີງໃສ່ແຜນ 5 ປີຄັ້ງທີ 9, ຍຸດທະສາການພັດທະນາຂະແໜງ​​ກະສິກໍາ 2025 ແລະ ວິ​ໄສທັດ 2030, ເສີມຂະ ຫຍາຍການຮ່ວມມືຍຸດທະສາດ ການເຊື່ອມໂຍງ-ເຊື່ອມຈອດລວງເລິກກັບປະເທດໃນພາກພື້ນຂອງ ສປປ ລາວ ເນື່ອງຈາກ​ ສປປ​ ລາວ​ ມີທ່າແຮງໃນການຂົນສົ່ງສິນຄ້າຜ່ານທາງລົດໄຟ, ສະເໜີໃຫ້ມີການສົ່ງເສີມພາກເອກະຊົນໃຫ້ມີສ່ວນຮ່ວມ ໃນການເຮັດທຸລະກິດກະສິກຳຫລາຍຂຶ້ນ, ສະເໜີອົງການ IFAD ຊ່ວຍສືບຕໍ່ລະດົມທຶນ ແລະ ອື່ນໆ.
  ຂ່າວ-ພາບ: ກະຊວງ​ການ​ເງິນ

 

KPL

ຂ່າວອື່ນໆ

ads
ads

Top