ຫາລືຄວາມຄືບໜ້າ ແຜນງານວັກຊິນໄຂ້ຫວັດໃຫຍ່ ໃນບັນດາຄູ່ຮ່ວມງານ

01/02/2023 16:37
Email Print 10004
ຂປລ ຂປລ. ກະຊວງສາທາລະນະສຸກ ຈັດກອງປະຊຸມ ສາກົນປະຈຳປີ ຂອງຄູ່ຮ່ວມພັດທະນາ ດ້ານການແນະນຳ ການໃຫ້ວັກຊິນກັນພະຍາດ ໄຂ້ຫວັດໃຫຍ່ ຄັ້ງທີ VI ​ໃນ​ວັນ​ທີ 31 ມັງກອນ ຜ່ານ​ມາ ເພື່ອທົບທວນ ການຈັດຕັ້ງປະຕິບັດງານ ແລະ ຄວາມຄືບໜ້າ ຂອງແຜນງານວັກຊິນ ໄຂ້ຫວັດໃຫຍ່ ໃນບັນດາປະເທດຄູ່ຮ່ວມງານຂອງ ການພັດທະນາ ການຮ່ວມມືດ້ານ ການແນະນຳວັກ​ຊິນ ກັນໄຂ້ຫວັດໃຫຍ່ (PIVI)

ຂປລ. ກະຊວງສາທາລະນະສຸກ ຈັດກອງປະຊຸມ ສາກົນປະຈຳປີ ຂອງຄູ່ຮ່ວມພັດທະນາ ດ້ານການແນະນຳ ການໃຫ້ວັກຊິນກັນພະຍາດ ໄຂ້ຫວັດໃຫຍ່ ຄັ້ງທີ VI ​ໃນ​ວັນ​ທີ 31 ມັງກອນ ຜ່ານ​ມາ ເພື່ອທົບທວນ ການຈັດຕັ້ງປະຕິບັດງານ ແລະ ຄວາມຄືບໜ້າ ຂອງແຜນງານວັກຊິນ ໄຂ້ຫວັດໃຫຍ່ ໃນບັນດາປະເທດຄູ່ຮ່ວມງານຂອງ ການພັດທະນາ ການຮ່ວມມືດ້ານ ການແນະນຳວັກ​ຊິນ ກັນໄຂ້ຫວັດໃຫຍ່ (PIVI), ກຳນົດແນວທາງການປະ ຕິບັດງານທີ່ດີທີ່ສຸດສຳລັບ ແຜນງານໃຫ້ວັກຊິນກັນໄຂ້ຫວັດໃຫຍ່, ແລກປ່ຽນບົດຮຽນ-ປະສົບການ ​ເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດ ຄູ່ຮ່ວມງານ ໂດຍເນັ້ນ​ໃສ່ການປັບປຸງແຜນງານ, ລະບຸຄວາມທ້າທາຍຕ່າງໆ ແລະ ທິດທາງແກ້ໄຂ ສຳລັບການບໍລິການໃຫ້ວັກຊິນໄຂ້ຫວັດໃຫຍ່ ໃນລະຫວ່າງການບໍລິ ການໃຫ້ວັກຊິນກັນໂຄວິດ-19 ແລະ ທົບທວນຄືນເຄື່ອງມື ທີ່ຖືກພັດທະນາຂຶ້ນໃໝ່ ສຳລັບການປະເມີນແຜນງານ. ພ້ອມນີ້, ຍັງໄດ້ປຶກສາຫາລືກ່ຽວກັບ ຄວາມກ້າວໜ້າທາງເຕັກໂນໂລຊີ ແລະ ການປ່ຽນແປງ ທາງດ້ານຄຳແນະໃນທົ່ວໂລກ.

ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້​ໃຫ້​ຮູ້ວ່າ: ສຳລັບ ສປປ ລາວ ການພັດທະນາແຜນງານວັກຊິນ ກັນໄຂ້ຫວັດໃຫຍ່ ຖືເປັນວຽກບູລິມະສິດ ຂອງລັດ ຖະບານ, ​ໃນລະຫວ່າງປີ 2012-2017 ສປປ ລາວ ໄດ້ມີການວາງແຜນ ແລະ ໄດ້ຈັດຕັ້ງປະຕິບັດ ບັນ ດາກິດຈະກຳ ເພື່ອພັດທະນາແຜນງານ ວັກຊິນໄຂ້ຫວັດໃຫຍ່ ເຊິ່ງເປັນໜຶ່ງໃນແຜນງານ ການບໍລິການວັກຊິນແຫ່ງຊາດ, ຜົນສຳເລັດ ແລະ ຄວາມຍືນຍົງຂອງ ການພັດທະນາແຜນງານດັ່ງກ່າວ ໃນ ສປປ ລາວ ຖືໄດ້ວ່າເປັນບົດຮຽນສຳຄັນ ສຳລັບບັນດາປະເທດ ທີ່ມີລາຍໄດ້ຕ່ຳ ຫາປານກາງ ທີ່ມີຄວາມສົນໃຈໃນການລິເລີ່ມ ຫລື ຂະຫຍາຍແຜນງານ ໃຫ້ວັກຊິນໄຂ້ຫວັດໃຫຍ່ ໃນປະເທດຂອງຕົນ.

ໃນປີ 2012, ສປປ ລາວ ໄດ້ກາຍເປັນປະເທດທຳອິດ ຂອງບັນດາປະເທດ ລາຍໄດ້ຕ່ຳທີ່ໄດ້ລິເລີ່ມແຜນງານ ວັກຊິນໄຂ້ຫວັດໃຫຍ່ ຫລັງຈາກທີ່ໄດ້ມີການນຳໃຊ້ ວັກຊິນໄຂ້ຫວັດໃຫຍ່ ໃນໄລຍະທີ່ມີການແພ່ລະບາດຂອງ H1N1 ໃນລະຫວ່າງ ປີ 2009-2010. ໃນໄລຍະດັ່ງກ່າວ ສປປ ລາວ ໄດ້ຮັບວັກຊິນ H1N1 ຈາກອົງການອະນາໄມໂລກ ຈຳນວນ 1 ລ້ານໂດສ ເພື່ອສັກໃຫ້ບັນດາກຸ່ມເປົ້າໝາຍເຊັ່ນ: ແມ່ ຍິງຖືພາ, ພະນັກງານແພດ, ຜູ້ທີ່ມີໂລກປະຈຳຕົວ ແລະ ຜູ້ທີ່ມີອາຍຸ 65 ຂຶ້ນໄປ. ປະສົບການດັ່ງກ່າວໄດ້ສ້າງຄວາມສົນໃຈ ແລະ ເປັນແຮງຜັກດັນໃຫ້ບັນດາ ພາກສ່ວນທີ່ກ່ຽວຂ້ອງຂອງລັດ ກໍຄື ອົງການຈັດຕັ້ງສາກົນ ໃນການສ້າງຄວາມເຂັ້ມແຂງ ໃຫ້ກັບລະບົບເຝົ້າລະວັງ ແລະ ການກຽມຄວາມພ້ອມ ຮັບມືກັບການແພ່ລະບາດ ຂອງໄຂ້ຫວັດໃຫຍ່, ພ້ອມກັນນັ້ນ ກໍໄດ້ຜັກດັນໃຫ້ມີການ ລິເລີ່ມໂຄງການໃຫ້ວັກຊິນຕາມລະດູການ ພາຍໃນປະເທດ ອີກດ້ວຍ.

ທ່ານ ດຣ. ໄພວັນ ແກ້ວປະເສີດ ຍັງ​ໃຫ້​ຮູ້​ອີກວ່າ: ການຮ່ວມມືດ້ານ  PIVI ໄດ້ລິເລີ່ມຂຶ້ນໃນປີ 2013 ໂດຍຜ່ານການເຮັດວຽກ ຮ່ວມກັນລະຫວ່າງ ສູນຄວບຄຸມ ແລະ ກັນພະຍາດຂອງສະຫະລັດອາເມລິກາ, ລັດຖະບານແຫ່ງ ສປປ ລາວ ແລະ ຄະນະສະເພາະກິດ ເພື່ອສຸຂະພາບໃນທົ່ວໂລກ ພາຍໃຕ້ການຮ່ວມມືກັບ ສູນຄວບຄຸມ ແລະ ປ້ອງກັນພະຍາດ ຂອງ ສ ອາເມລິກາ ແລະ ອົງການອະນາໄມໂລກເຊິ່ງລັດຖະບານລາວ ໄດ້ມີການຄົ້ນຄວ້າວິໄຈ ແລະ ຈັດຕັ້ງປະຕິບັດບັນດາ ກິດຈະກຳການເຝົ້າລະວັງ ເພື່ອສ້າງຫລັກຖານເຊີງປະຕິບັດ ສຳລັບການໃຫ້ວັກຊິນ ແລະ ມີສ່ວນຮ່ວມໃນການຮ່ວມມື ດ້ານນະວັດຕະກຳ ແນໃສ່ສະໜັບສະໜູນ ການພັດທະນາແຜນງານ ບໍລິການວັກຊິນ ຕາມລະດູການພາຍໃນປະເທດ.

ຂ່າວ: ມະນີທອນ

ພາບ: ສູນຂ່າວສານການແພດສຸຂະສຶກສາ

KPL

ຂ່າວອື່ນໆ

ads
ads

Top