ລຊມລ ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ປີ 2022

30/01/2023 18:23
Email Print 5777
ຂປລ ຂປລ. ພິທີມອບລາງວັນທຸລະ​ກິດ​ ຊັ້ນ​ນຳດີ​ເດັ່ນ ໃນການປະກອບສ່ວນສຳຄັນ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ໃນປີ 2022 ໃນວັນທີ 25 ມັງ​ກອນ 2023 ຜ່ານມານີ້, ຢູ່​ນະຄອນຫລວງ​ວຽງ​ຈັນ, ​ໃນ​ນັ້ນ ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ກໍ​ໄດ້​ຮັບ​ລາງວັນ​ດັ່ງກ່າວ ທີ່​ມີ​ຜົນງານ ໃນການ​ປະ​ກອບ​ສ່ວນ​ສຳ​ຄັນ ຂອງ​ບໍ່​ຄຳ-ທອງເຊ​ໂປນ.

ຂປລ.  ພິທີມອບລາງວັນທຸລະ​ກິດ​ ຊັ້ນ​ນຳດີ​ເດັ່ນ ໃນການປະກອບສ່ວນສຳຄັນ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ໃນປີ 2022 ໃນວັນທີ 25 ມັງ​ກອນ 2023 ຜ່ານມານີ້,  ຢູ່​ນະຄອນຫລວງ​ວຽງ​ຈັນ, ​ໃນ​ນັ້ນ ບໍ​ລິ​ສັດ ຊື​ເຟິງ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ກໍ​ໄດ້​ຮັບ​ລາງວັນ​ດັ່ງກ່າວ ທີ່​ມີ​ຜົນງານ ໃນການ​ປະ​ກອບ​ສ່ວນ​ສຳ​ຄັນ ຂອງ​ບໍ່​ຄຳ-ທອງເຊ​ໂປນ.

ໂອກາດນີ້, ທ່ານ ສະ​ໝານ ອະ​ເນ​ກາ ຜູ້​ອຳ​ນວຍ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ: ບໍລິສັດ ລຊມລ ​ດຳ​ເນີນ ​ການ​ຂຸດ​ຄົ້ນ-ຜະ​ລິດ​ຄຳ-ທອງ​ໃນ​ປີ 2003, ບໍ່​ຄຳ-ທອງ ເຊ​ໂປນ ໄດ້​ຜະ​ລິດ​ຄຳຫຼາຍກວ່າ 1,5 ລ້ານ​ ອອນ​ສ໌ ແລະ ຜະ​ລິດ​ແຜ່ນ​ທອງ ຫລາຍກວ່າ 1,1 ລ້ານໂຕນ ອັນ​ໄດ້​ປະ​ກອບສ່ວນ​ລາຍ​ຮັບ ​ໂດຍ​ກົງຫລາຍກວ່າ 1,6 ຕື້​ໂດ​ລາ​ສະຫະລັດ ໃຫ້​ແກ່ ສ​ປ​ປ ລາວ ໂດຍ​ຜ່ານ​ການ​ຈ່າຍ​ພາ​ສີ-ອາ​ກອນ, ຄ່າ​ພາ​ສີ​ຊັບ​ພະ​ຍາ​ກອນ​ແຮ່​ທາດ ແລະ ເງິນ​ປັນ​ຜົນ. ນອກ​ນັ້ນ, ຍັງ​ໄດ້​ສ້າງ​ຜົນ​ປະ​ໂຫຍດ ​ທາງ​ອ້ອມຫລາຍ​ຮ້ອ​ຍ​ລ້ານ​ໂດ​ລາ ​ດ້ວຍ​ການ​ສ້າງວຽກ​ເຮັດ​ງານ​ທຳ, ຜ່ານ​ການ​ຝຶກ​ອົບ​ຮົມ​ຕ່າງໆ, ການ​ພັດ​ທະ​ນາ​ຊຸມ​ຊົນ, ແລະ ການ​ຈ່າຍ​ເງິນ​ໃຫ້​ແກ່ ຄູ່​ຮ່ວມ​ທຸ​ລະ​ກິດ ແລະ ຜູ້​ສະ​ໜອງ​ທ້ອງ​ຖິ່ນ. ລ​ຊມ​ລ ໄດ້​ລົງ​ທຶນ​ປະ​ມານ 50 ລ້ານໂດ​ລາ​ສະຫະລັດ ​ໃສ່​ກາ​ນ​ພັດ​ທະ​ນາ​ ໂຄງ​ລ່າງ​ພື້ນ​ຖານ​ແຫ່ງ​ຊາດ ແລະ ທ້ອງ​ຖິ່ນ, ລົງທຶນ 56 ລ້ານ​ໂດ​ລາ​ສະຫະລັດ ໃສ່​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ ແລະ ຫລາຍ​ລ້ານ​ໂດ​ລາສະຫະລັດ ເຂົ້າ​ໃນ​ການ​ອະ​ນຸ​ລັກມໍລະ​ດົກ​ ທາງ​ດ້ານ​ວັດ​ທະ​ນະ​ທຳ ແລະ ແຜນ​ງານ​ອື່ນໆ. ​ນັບແຕ່​ປີ 2016 ເປັນ​ຕົ້ນ​ມາ, ລ​ຊມ​ລ ເປັນ​ບໍ​ລິ​ສັດ​ບໍ່​ແຮ່​ໜຶ່ງ​ດຽວ​​ຢູ່​ໃນ ສ​ປ​ປ ລາວ ທີ່​ໄດ້​ຮັບ​ກຽດ​ຕິ​ສັກ​ໃນ​ຂັ້ນ A+ ທີ່​ເປັນ​ລະ​ດັບສູງ​ສຸດຈາກ ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ໂດຍ​ການ​ເປັນ​ແບບ​ຢ່າງ ​ທີ່​ນຳ​ໜ້າ​ໃຫ້​ແແກ່ໂຄງ​ການອື່ນໆ. ນອກຈາກນີ້, ປະຊາ ຊົນພາຍໃນເມືອງວິລະບູລີ ແຂວງ​ສະ​ຫວັນ​ນະ​ເຂດ ຫລາຍກວ່າ 40.000 ຄົນ ໄດ້ຮັບຜົນປະໂຫຍດຈາກ ໂຄງການພັດທະນາຊຸມຊົນ ຂອງໂຄງການຄຳ-ທອງເຊໂປນ ລວມມູນຄ່າ 20 ລ້ານໂດ​ລາ​ສະຫະ ລັດ. ມາ​ຮອດ​ປັດ​ຈຸ​ບັນ, ລາຍໄດ້ຂອງຊຸມຊົນ ທ້ອງຖິ່ນຜ່ານ ກຸ່ມທຸລະກິດທ້ອງຖິ່ນ ໄດ້ທະວີຄູ່ຂຶ້ນເປັນ 50 ລ້ານ ໂດ​ລາ​ສະຫະລັດ ຕະຫລອດ​ອາ​ຍຸ​ການ​ບໍ່​ແຮ່​ ຄຳ-ທອງ ເຊ​ໂປນ.

 ທ່ານ ສະ​ໝານ ອະ​ເນ​ກາ ຍັງ​ໃຫ້​ຮູ້​ອີກວ່າ: ຜ່ານ​ມາ ລ​ຊມ​ລ ໄດ້​ຮັບ ລາງວັນ​ທຸ​ລະ​ກິດ ​ດີ​ເດັ່ນ​ຈາ​ລຶກວັນ ​ຄົບ​ຮອບ 40 ປີ ຂອງ ສ​ປ​ປ ລາວ, ສຳ​ລັບ​ການ​ປະ​ກອບ​ສ່ວນ​ ຕໍ່​ການ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ, ລາງວັນ​ ບໍ​ລິ​ສັດ​ຂຸດ​ຄົ້ນ​ບໍ່​ແຮ່ ​ດີ​ເດັ່ນ​ຂອງ​ອາ​ຊຽນ​ ແລະ ລາງວັນ​ບໍ​ລິ​ສັດ ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ ແລະ ການ​ພັດ​ທະ​ນາ​ ຊຸມ​ຊົນ​ຂອງ​ອາຊຽນ. ການ​ຍ້ອງຍໍຄັ້ງນີ້ ຈະ​ເປັນ​ກຳລັງ​ໃຈ​ ໃຫ້​​ບໍ​ລິ​ສັດ​ໄດ້​ຕັ້ງ​ໜ້າສືບ​ຕໍ່​ເປັນ​ນັກ​ລົງ​ທຶນ​ ທີ່​ມີ​ຄວາ​ມ​ຮັບ​ຜິດຊອບສູງ ໃນ​ຂະ​ຫຍາຍ​ທຸ​ລະ​ກິດ ແລະ ສ້າງ​ຜົນ​ປະ​ໂຫຍດທີ່​ດີ ໃຫ້​ແກ່ທຸກພາກ​ສ່ວນ ກ່ຽວ​ຂ້ອງໃນສັງຄົມ.


KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top