ກອງທັບປະຊາຊົນລາວຖື 3ປະການເປັນສໍາຄັນແລະ6ມູນເຊື້ຶອສະຫງ່າງາມ

26/01/2023 12:00
Email Print 1058
ຂປລ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ(20/1/1949 -20/1/2023) ທ່ານ ພັນເອກ ຄຳສາວ ແກ້ວວິເສດ ຫົວໜ້າບັນນາທິການ ໜັງສືພິມກອງທັບ ໄດ້ໃຫ້ສໍາພາດວ່າ: ທາດແທ້ອັນດີງາມ ຂອງກອງທັບປະຊາຊົນ ລາວ ມີ 3 ປະການ ຄື: ທາດແທ້ ຊົນຊັ້ນກໍາມະກອນ, ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນ.




ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 74 ປີ(20/1/1949 -20/1/2023) ທ່ານ ພັນເອກ ຄຳສາວ ແກ້ວວິເສດ  ຫົວໜ້າບັນນາທິການ ໜັງສືພິມກອງທັບ ໄດ້ໃຫ້ສໍາພາດວ່າ: ທາດແທ້ອັນດີງາມ ຂອງກອງທັບປະຊາຊົນລາວ ມີ 3 ປະການ ຄື: ທາດແທ້ ຊົນຊັ້ນກໍາມະກອນ, ທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນ. ພັກປະຊາຊົນປະຕິວັດລາວ ເປັນພັກຢຶດໝັ້ນລັດທິມາກ-ເລນິນ ຍຶດໝັ້ນຊົນຊັ້ນກໍາມະກອນນໍາໜ້າ, ສະນັ້ນ ກອງທັບຈຶ່ງມີທາດແທ້ ຊົນຊັ້ນກໍາມະກອນ. ກອງທັບປະຊາຊົນລາວ ກໍາເນີດມາຈາກປະຊາຊົນ, ໂດຍປະຊາຊົນ ແລະ ຕໍ່ສູ້ເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ ແລະ ສືບຕໍ່ພາລະກິດ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

   ສໍາລັບມູນເຊື້ອອັນສະຫງ່າງາມ ຂອງກອງທັບປະຊາຊົນລາວ ປະກອບມີ 6 ມູນເຊື້ອຄື:1. ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຕໍ່ປະເທດຊາດ ແລະ ອຸດົມການສັງຄົມນິຍົມ: ກອງທັບປະຊາຊົນລາວ ແມ່ນກໍາເນີດມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະ ຊາ ຊົນພາຍໃຕ້ການນຳພາ ແລະ ສຶກສາອົບຮົມຈາກພັກ, ຍາມໃດກໍ່ມຄວາມຈົງຮັກພັກດີ, ມີຄວາມບໍລິສຸດຜຸດຜ່ອງ, ມີລະບຽບແບບແຜນທີ່ເຂັ້ມງວດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເຊື່ອໝັ້ນປະຊາຊົນ ແລະ ເຊື່ອໝັ້ນກຳລັງແຮງຂອງຕົນ, ມີຄວາມເດັດດ່ຽວໜຽວແໜ້ນ, ພິ ລະອາດຫານ, ມີນ້ຳໃຈເສຍສະະອັນສູງສົ່ງ ຕໍ່ສູ້ເພື່ອຊາດ, ເພື່ອປະຊາຊົນ, ເພື່ອອຸດົມການສັງຄົມນິຍົມ, 2. ມີນ້ຳໃຈສູ້ຮົບພິລະອາດຫານ ກ້າແກ່ນໜຽວແໜ້ນ, ມີພິກໄຫວຊຶ່ງຜ່ານພຶດຕິກຳ ແຫ່ງການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານ, ແຕ່ກອງທັບຍາມໃດ ກໍເດັດດ່ຽວໜຽວ ແໜ້ນ, ມີຄວາມອາດຫານ, ບໍ່ຫວັ່ນໄຫວຄອນແຄນ ຕໍ່ອຸປະສັກຕ່າງໆ ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ ແລະ ມີໄຊຊະນະ, ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກອງທັບໄດ້ຕັ້ງໜ້າ ເຮັດວຽກງານປ້ອງກັນຊາດ ສາມາດທັບມ້າງ ທຸກກົນອຸບາຍ ທໍາລາຍມ້າງ ເພຂອງກຳລັງປໍລະປັກ, ເຮັດໃຫ້ສະພາບ ມີຄວາມສະຫງົບຢ່າງໝັ້ນຄົງ. ດັ່ງນັ້ນ, ກອງທັບພວກເຮົາ ຈຶ່ງເກີດມີນັກຮົບວິລະຊົນ, ນັກຮົບແຂ່ງຂັນ, ນັກຮົບດີເດັ່ນຢ່າງຫຼວງຫຼາຍ, 3. ມີນ້ຳໃຈດຸໝັ່ນຂະຫຍັນພຽນ ໃນການອອກແຮງງານ ເພີ່ມພູນຜະລິດຜົນ ແລະ ປະຢັດສັດ ທ່ຽງ: ກອງທັບເຮົາ ຊຶ່ງແມ່ນລູກຫຼານ ຂອງປະຊາຊົນລາວ ບັນດາເຜົ່ານັ້ນ ກໍໄດ້ສືບຕໍ່ຮັກສາ ມູນເຊື້ອອັນດີງາມດັ່ງກ່າວ ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ. ກົມກອງຕັ້ງທັບຢູ່ໃສ ກໍໄດ້ເພີ່ມພູນຜະລິດຜົນ ຢູ່ບ່ອນນັ້ນ (ເອີ້ນວ່າ ຂະບວນ ສ້າງພະລາທິການກັບທີ່) ແມ່ນໜ້າທີ່ໃຫຍ່ ອັນໜຶ່ງຂອງກອງທັບ, ເພື່ອຮັບປະກັນໃຫ້ກົມກອງ ມີຄວາມສາມາດກຸ້ມຕົນເອງ ທາງດ້ານສະບຽງອາຫານພຽງພໍ ເພື່ອຮັບປະກັນໃນການສູ້ຮົບ ແລະ ເຂົ້າຮ່ວມໃນການພັດທະນາ ເສດຖະກິດ-ສັງຄົມ, ປະກອບສ່ວນ ເຂົ້າໃນການ ສ້າງສາ ພັດທະນາພື້ນຖານ ວັດຖຸເຕັກນິກ ໃຫ້ແກ່ປະເທດຊາດ, ເພີ່ມພູນຜະລິດຜົນ ໃຫ້ແກ່ສັງຄົມ, ປັບປຸງຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃນກອງທັບໃຫ້ດີຂຶ້ນ ເທື່ອລະກ້າວ, 4. ກອງທັບປະຊາຊົນລາວ ຍາມໃດກໍມີຄວາມສາມັກຄີ ອັນແໜ້ນແຟ້ນ ກັບປະຊາ ຊົນບັນດາເຜົ່າ: ຄວາມສາມັກຄີ ປອງດອງເປັນປຶກແຜ່ນ ແມ່ນມູນເຊື້ອອັນປະເສີດ ຂອງຊາດລາວເຮົາ, ກອງທັບເວລາໃດກໍຖືວ່າ ຄວາມສາມັກຄີເປັນປັດໄຈສໍາຄັນກວ່າໝູ່ ຂອງກໍາລັງແຮງສັງລວມ ແລະ ຄວາມເປັນເອກະພາບແຫ່ງຊາດ ແມ່ນກຳລັງແຮງສູ້ຮົບ ເອົາຊະນະ ສັດຕູ. ສະນັ້ນ ກອງທັບຖືເອົາວຽກງານ ຫັນລົງຮາກຖານ ເປັນໜ້າທີ່ໜຶ່ງໃນ 3ໜ້າທີ່ໃຫຍ່ຂອງກອງທັບ ໃນເມື່ອກ່ອນ, ປັດຈຸບັນແມ່ນສືບຕໍ່ຫັນລົງ ກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ແລະຕາມມະຕິ 3 ສ້າງຂອງກົມ ການເມືອງສູນກາງພັກ. ກອງທັບເຮົາຍາມໃດ ກໍມີການພົວພັນລະຫວ່າງ “ກອງທັບກັບປະຊາຊົນຄືປາກັບນໍ້” ແລະ ປະຕິບັດຂໍ້ກໍານົດ ກົດລະບຽບຂອງກອງທັບ ຕໍ່ປະຊາຊົນຢ່າງເຂັ້ມງວດ, 5. ກອງທັບໄດ້ປະຕິບັດ ແນວທາງການຕ່າງປະເທດ ຂອງພັກຢ່າງຖືກຕ້ອງ: ເລີ່ມແຕ່ ຫົວທີກອງທັບ ໄດ້ສາມັກຄີກັບກອງທັບບັນດາ ປະເທດເພື່ອນມິດ ຍາດແຍ່ງຄວາມເປັນໃຈ ສະໜັບສະໜູນ ແລະ ຊ່ວຍເຫລືອ ຂອງບັນດາປະເທດເພື່ອນມິດ ທີ່ກ້າວໜ້າໃນໂລກ, ພິເສດແມ່ນການຊ່ວຍເຫລືອ ຈາກພັກ-ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ, ພົວ ພັນຮ່ວມມື ແລະ ຮັບການສະໜັບສະໜູນ ຂອງບັນດາປະເທດເພື່ອນມິດອື່ນ ເຊັ່ນ: ກອງທັບປົດປ່ອຍປະຊາຊົນຈີນ, ກອງທັບຣາຊະອານາ ຈັກກໍາປູເຈຍ ແລະ ອື່ນໆໃນພູມີພາກອາຊຽນ ແລະ ທົ່ວໂລກ, 6. ກອງທັບປະຊາຊົນລາວ ມີປະຊາທິປະໄຕ ແລະ ມີລະບຽບວິໄນ ເຂັ້ມງວດ: ການ ໍເສີມຂະຫຍາຍ ປະຊາທິປະໄຕ ແມ່ນຂະບວນວິວັດໜຶ່ງ ທີ່ຕິດພັນກັບ ຈັງຫວະການຂະຫຍາຍຕົວ ໃນທຸກດ້ານຂອງປະເທດຊາດ ດ້ວຍທັດສະນະດັ່ງກ່າວ ໃນຖານະທີ່ເປັນກອງທັບ ປະຊາຊົນລາວ, ເປັນເຄື່ອງມືອັນແຫມຄົມຂອງພັກ ກອງທັບເຮົາເວລາໃດ ກໍໄດ້ຍົກສູງ ແລະ ເປີດກວ້າງປະຊາທິປະໄຕ ຢູ່ໃນທຸກຂົງເຂດວຽກງານ ເປັນຕົ້ນ: ແມ່ນປະຊາທິປະໄຕ ດ້ານການເມືອງ, ການທະຫານ ແລະ ດ້ານເສດຖະກິດ.





ທ່ານ ຄໍາສາວ ແກ້ວວິເສດ ກ່າວຕື່ມອີກວ່າ: ພະນັກງານ-ນັກຮົບກອງທັບ ຍາມໃດກໍມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບວິໄນ ຂອງກອງທັບຢ່າງເຂັ້ມງວດຢູ່ທຸກເວລາ, ໃນທຸກຂົງເຂດການເຄື່ອນໄຫວ ດຳລົງຊີວິດ ແລະໃນທຸກວຽກງານ ຈຶ່ງກາຍເປັນຄະຕິເຕືອນໃຈ ທີ່ ວ່າ: ກົດລະບຽບວິໄນ ແມ່ນຄວາມເຂັ້ມແຂງຂອງກອງທັບ ຍ້ອນແນວນັ້ນ ກອງທັບເຮົາຈຶ່ງໄດ້ເອົາໃຈໃສ່ ໃນການຝຶກຝົນຫລໍ່ອມ ໃຫ້ມີຄວາມກ້າແກ່ນ ແລະ ປັບປຸງໃຫ້ເຕີບໃຫຍ່ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.  ພັກ,ລັດ ແລະ ປະຊາຊົນລາວບັນດາເຜົ່າ ມີຄວາມເຊື່ອໝັ້ນ ຢ່າງໜັກແໜ້ນວ່າ ກອງທັບເວລາໃດກໍສືບຕໍ່ ເສີມຂະຫຍາຍທາດແທ້ມູນເຊື້ອ ອັນດີງາມຂອງກອງທັບເຮົາຕະຫຼອດມາ, ນາຍ ແລະ ພົນທະຫານທຸກຄົນ ເດັດດ່ຽວ,ຜ່ານຜ່າຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອສ້າງຜົນງານ ແລະໄຊຊະຊະໃໝ່ ໃຫຍ່ຫຼວງກວ່າເກົ່າ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ຂອງພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ສູງຂຶ້ນ,ໃຫ້ສົມກັບນາມມະຍົດ ເປັນກອງທັບວິລະຊົນ ຂອງຊາດລາວວິລະຊົນ.

ໂດຍ:ແສງຈັນ

KPL

ຂ່າວອື່ນໆ

ads
ads

Top