ກະຊວງການເງິນ ມອບເຄື່ອງຊ່ວຍ​ເຫລືອ ສູນເສຍອົງຄະພິເສດ 790

23/01/2023 14:41
Email Print 511
ຂປລ ຂປລ. ວັນ​ທີ 20 ມັງກອນ 2023 ຜ່ານ​ມາ, ກະຊວງ​ການ​ເງິນ ນໍາ​ໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມຄະນະ ໄດ້ນຳເອົາ ຜ້າຫົ່ມ ແລະ ມຸ້ງຈໍານວນ 188 ຊຸດ ​ແລະ ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກຈໍານວນ​ໜຶ່ງ, ພ້ອມດ້ວຍເງິນຊຸກຍູ້ 50 ລ້ານກີບ,

ຂປລ. ວັນ​ທີ 20 ມັງກອນ 2023 ຜ່ານ​ມາ, ກະຊວງ​ການ​ເງິນ ນໍາ​ໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ພ້ອມຄະນະ ໄດ້ນຳເອົາ ຜ້າຫົ່ມ ແລະ ມຸ້ງຈໍານວນ 188 ຊຸດ ​ແລະ ​ເຄື່ອງ​ອຸປະ​ໂພ​ກ-ບໍລິ​ໂພ​ກຈໍານວນ​ໜຶ່ງ, ພ້ອມດ້ວຍເງິນຊຸກຍູ້ 50 ລ້ານກີບ, ລວມມູນຄ່າທັງໝົດເກືອບ 100 ລ້ານກີບມອບໃຫ້ສູນຜູ້ເສຍອົງຄະພິເສດ 790 ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 74 ປີ (20ມັງກອນ 1949-20 ມັງກອນ 2023) ທັງ​ນີ້ ກໍ​ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈຮັກຊາດນ້ຳໃຈເສຍສະຫລະຢ່າງພິລະອາດຫານ ຂອງເຫລົ່ານັກຮົບປະຕິວັດ ຕາງໜ້າຮັບ​ໂດຍ ທ່ານ ພັທ ບຸນມີ ອິນທະວົງສ າຫົວໜ້າຫ້ອງການເມືອງສູນເສຍອົງຄະພິເສດ 790 ພ້ອມດ້ວຍຄະນະເຂົ້າຮ່ວມ.
  ໂອກາດນີ້
, ທ່ານລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນບາງຕອນສຳຄັນວ່າ: ເນື່ອງໃນວັນສ້າງຕັ້ງ ກອງທັບປະຊາຊົນປະຕິວັດລາວ ຄົບຮອບ 74 ປີ, ຕາງໜ້າໃຫ້ພະນັກງານ-ລັດຖະກອນຂະແໜງການເງິນທົ່ວປະເທດ, ຂໍສະແດງຄວາມຮູ້ບຸນຄຸນອັນລົ້ນເຫລືອ ຕໍ່ນ້ຳໃຈເສຍສະລະທັງກາຍ ແລະ ໃຈ ຕໍ່ພາລະກິດຕໍ່ສູ້ກູ້ຊາດ, ເຮັດໃຫ້ປະເທດຊາດຢູ່ເຢັນເປັນສຸກຈົນຮອດທຸກມື້ນີ້, ພວກເຮົາເປັນພະນັກງານໜຸ່ມນ້ອຍຂະແໜງການເງິນ ຂໍຮຽນຮູ້ຄວາມຄວາມພິລະອາດຫານ, ນ້ຳໃຈເສຍສະ ຫລະຂອງບັນດາພະນັກງານເສຍອົງຄະ ແລະ ພະນັກງານບຳນານອາວຸໂສ ມາໝູນໃຊ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຍືນຍົງຂຶ້ນເປັນກ້າວໆ. ຕໍ່ກັບພະນັກງານເສຍອົງຄະທາງການນຳຂັ້ນສູງ ຍາມໃດກໍຖືເປັນບັນຫາສຳຄັນໃນການຊ່ວຍເຫລືອພະນັກງານ ແລະ ໄດ້ມີການຄົ້ນ ຄວ້ານະໂຍບາຍຕ່າງໆ ໃຫ້ການຊ່ວຍເຫລືອເບິ່ງແຍງນັກຮົບປະຕິວັດ ຢ່າງເອົາໃຈໃສ່ດ້ວຍດີຕະ ຫລອດມາ.

ຂ່າວ-ພາບ: ກະຊວງ​ການ​ເງິນ

KPL

ຂ່າວອື່ນໆ

ads
ads

Top