ເສດຖະກິດຈີນ ເພີ່ມຂຶ້ນສູ່ລະດັບໃໝ່ໃນປີ2022

19/01/2023 23:27
Email Print 751
ຂປລ ລວມຍອດ ເສດຖະກິດຈີນ ໄດ້ເພີ່ມຂຶ້ນສູ່ ລະດັບໃໝ່, ລວມຍອດ ຜະລິດ ຕະພັນ ພາຍໃນ (GDP) ບັນລຸ ມູນຄ່າ121 ພັນຕື້ຢວນ, ເພີ່ມຂຶ້ນ 6,1ພັນຕື້ຢວນ ເມື່ອທຽບໃສ່ ປີກ່ອນ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້, ຫລາຍພາກສ່ວນ ໄດ້ປະກາດ ສະພາບ ການເຄື່ອນໄຫວ ດ້ານເສດຖະກິດ ແຫ່ງຊາດ ໃນປີ2022. ໃນນັ້ນ, ຄະນະກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ຈັດກອງປະຊຸມ ຖະແຫລງຂ່າວ, ຜູ້ຮັບຜິດຊອບ ທີ່ກ່ຽວຂ້ອງ ແນະນຳ ໃຫ້ຮູ້ວ່າ: ປີ2022, ລວມຍອດ ເສດຖະກິດຈີນ ໄດ້ເພີ່ມຂຶ້ນສູ່ ລະດັບໃໝ່, ລວມຍອດ ຜະລິດ ຕະພັນ ພາຍໃນ (GDP) ບັນລຸ ມູນຄ່າ121 ພັນຕື້ຢວນ, ເພີ່ມຂຶ້ນ 6,1ພັນຕື້ຢວນ ເມື່ອທຽບໃສ່ ປີກ່ອນ.ລວມຍອດ ເສດຖະກິດຈີນ ລະຫວ່າງ ປີ2020-2022 ໄດ້ເພີ່ມຂຶ້ນ 4,5%ຕໍ່ປີ, ສູງກວ່າ ລະດັບ ສະເລ່ຍ2%ຂອງໂລກ,ເສດຖະກິດຈີນ ຍັງແມ່ນແຫລ່ງແມ່ແຮງ ທີ່ສຳຄັນ ໃນການເຕີບໂຕ ຂອງເສດ ຖະກິດໂລກ. ກະຊວງ ການຄ້າຈີນ ປະກາດ ຂໍ້ມູນ ສະແດງ ໃຫ້ເຫັນວ່າ: ໃນປີ2022 ທຶນຕ່າງປະເທດ ທີ່ຈີນ ນຳໃຊ້ຕົວຈິງ ມີເຖິງ1.232 ຕື້ກວ່າຢວນ, ເພີ່ມຂຶ້ນ6,3% ເມື່ອທຽບໃສ່ ປີກ່ອນ. ອົງການ ພະລັງງານ ແຫ່ງຊາດ ປະກາດ ຂໍ້ມູນ ໂດຍສະແດງ ໃຫ້ເຫັນວ່າ: ປີ2022 ໃນທົ່ວປະເທດຈີນ ໄດ້ໃຊ້ໄຟຟ້າເຖິງ 8.637,2 ຕື້ກິໂລວັດໂມງ, ເພີ່ມຂຶ້ນ3,6% ເມື່ອທຽບໃສ່ ປີກ່ອນ ​ແລະ ລາຍໄດ້ສະເລ່ຍ ຂອງຊາວກະສິກອນ ທີ່ຈັບຈ່າຍໄດ້ ມີເຖິງ 20.133ຢວນ ເພີ່ມຂຶ້ນ4,2%./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top