ຍາດເວລາໄປສໍາຜັດທະເລໝອກເທີງພູພຽງຟ້າ

10/01/2023 09:56
Email Print 2897
ຂປລ *ເວລາ 365 ວັນຂອງປີ 2022 ໄດ້ຜ່ານໄປໝາດໆນັ້ນອາດເຮັດໃຫ້ຫລາຍທ່ານອາດມີຄວາມສຸກ, ມີຄວາມທຸກ, ມີຄວາມສໍາເລັດ, ສົມຫວັງ, ຜິດຫວັງ ແລະ ມີຄວາມຊົງຈໍາດີໆບໍ່ໜ້ອຍ ແຕ່ເຖິງແນວໃດກໍດີ ການກ້າວສູ່ປີ 2023 ຫລາຍທ່ານອາດຕັ້ງຄວາມຫວັງ ແຕກຕ່າງ ກັນ ໄປເພື່ອພິຊິດເປົ້າໝາຍ ແລະ ສ້າງສິ່ງມະຫັດສະຈັນໃນຊີວິດຂອງຕົນ




*ເວລາ 365 ວັນຂອງປີ 2022 ໄດ້ຜ່ານໄປໝາດໆນັ້ນອາດເຮັດໃຫ້ຫລາຍທ່ານ ອາດມີຄວາມສຸກ, ມີຄວາມທຸກ, ມີຄວາມສໍາເລັດ, ສົມຫວັງ, ຜິດຫວັງ ແລະ ມີຄວາມຊົງຈໍາດີໆບໍ່ໜ້ອຍ ແຕ່ເຖິງແນວໃດກໍດີ ການກ້າວສູ່ປີ 2023 ຫລາຍທ່ານອາດຕັ້ງຄວາມຫວັງ ແຕກຕ່າງ ກັນ ໄປເພື່ອພິຊິດເປົ້າໝາຍ ແລະ ສ້າງສິ່ງມະຫັດສະຈັນໃນຊີວິດຂອງຕົນ ໂດຍສະເພາະປາຖະໜາ ໃນໃຈຂໍໃຫ້ທຸລະກິດ, ໜ້າທີ່ການງານ, ວຽກງານຕ່າງໆ ແລະ ການເດີນທາງໄປມານັ້ນ ເດີນແມ່ນແລ່ນສະດວກສະບາຍບໍ່ຂ້ອງບໍ່ຄາ.

ຜູ້ຂຽນຮູ້ສຶກ ແລະ ເຫັນພາບລວມວ່າການເດີນທາງໄປມາ ແລະ ການທ່ອງທ່ຽວຂອງພໍ່ແມ່ພີ່ນ້ອງປະຊາຊົນລາວເຮົາ ລວມທັງນັກທ່ອງທ່ຽວຕ່າງປະເທດ ເລີ່ມເຄື່ອນໄຫວໄປມາຫາສູ່ກັນຫລາຍຂຶ້ນ ແລະ ຄຶກຄັກເປັນພິເສດ ພາຍຫລັງພະຍາດໂຄວິດ ຈາງຫາຍໄປ ແລະ ລັດ ຖະບານກໍໄດ້ເປີດປະເທດ ຢ່າງເປັນທາງການແລ້ວນັບແຕ່ຕົ້ນປີ 2022 ຜ່ານມາ ທີ່ຜູ້ຂຽນເຫັນພາບປະທັບໃຈ ໃນບັນດານັກທ່ອງທ່ຽວທັງຊາວລາວ ແລະ ຕ່າງປະເທດ ໄດ້ແຫ່ເຂົ້າມາ ໃນໄລຍະສົ່ງທ້າທາຍປີເກົ່າ 2022 ຕ້ອນຮັບປີໃໝ່ 2023 ເຊິ່ງໂດຍສ່ວນໃຫຍ່ ຂອງນັກ ທ່ອງທ່ຽວ ມຸ່ງໜ້າຂຶ້ນໄປທາງພາກເໜືອຂອງ ສປປ ລາວ ຢ່າງຄັບຄາໜາແໜ້ນ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ, ລົດໂດຍສານຜ່ານຊ່ອງທາງ ເຂດຊາຍແດນລະຫວ່າງປະເທດ ແລະ ເຮືອບິນຕ່າງໆ ແຕ່ສິ່ງທີ່ເປັນຈຸດສົນໃຈພິເສດ ຄື: ນັກທ່ອງທ່ຽວໄດ້ຈັບຈ່ອງ ຂີ່ລົດໄຟແຕ່ ລະຂະບວນຄັບຄາໜາແໜ້ນ ບໍ່ເຄີຍເຫັນມາກ່ອນ ໃນນັ້ນສ່ວນໃຫຍ່ ແມ່ນນັກທ່ອງທ່ຽວຈາກໄທ, ເອີຣົບ ແລະ ອື່ນໆ ເຊິ່ງມີປາຍທາງໄປ ເມືອງມໍລະດົກໂລກຫລວງພະບາງ, ຫລວງນໍ້າທາ, ອຸດົມໄຊ, ວັງວຽງ ແລະ ປາຍທາງອື່ນໆ. ສໍາລັບມື້ນີ້ ຜູ້ຂຽນ ຈະໄປອີກຈຸດໝາຍ ປາຍທາງ ທີ່ນັກທ່ອງທ່ຽວກໍນິຍົມໄປ ເຊັ່ນກັນຄື ພູຄູນເຖິງແມ່ນວ່າເປັນພຽງຈຸດຊົມທິວທັດກໍຕາມ ແຕ່ເປັນແຫລ່ງທ່ອງທ່ຽວທີ່ໜ້າຄົ້ນຫາ ເພື່ອສໍາຜັດບັນຍາກາດງຽບສະຫງົບ ແລະ ອາກາດໜາວນັ້ນເອງ.



ການສຳຜັດທິວທັດທຳມະຊາດງາມໆຢູ່ເທີງພູພຽງຟ້າສະຫວັນບົນດິນ ແຫ່ງສາລາຄຳພູຄູນ ກັບບັນຍາກາດໃນຕອນເຊົ້າໆ ຈະເຫັນມີນ້ຳໝອກຂຸ້ນ, ກ້ອນເມກ ແລະ ລະອອງຝົນ ຈັບໂຕກັນເປັນກຸ່ມຍາວປົກຫຸ້ມ ເອົາໝ່ວຍພູເກືອບໝົດໃນບໍລິເວນ ບາງຄັ້ງກໍພໍແນມເຫັນ ພຽງ ບາງຈອມເທົ່ານັ້ນ ທີ່ພົ້ນຂຶ້ນຈາກເມກໝອກໃນຍາມເຊົ້າ ເມື່ອເວລາທີ່ດວງຕາເວັນ ກຳລັງເລີ່ມໂຜ່ຂຶ້ນພົ້ນຈາກຂອບຟ້າ ສ່ອງແສງລົງສູ່ພື້ນບ່ອນທີ່ປ່າໄມ້ຢູ່ຕໍ່າກວ່າ ຈະເຫັນໄດ້ເຖິງທະເລໝອກ ອັນສວຍສົດງົດງາມ ພ້ອມທັງບ້ານນ້ອຍ-ໃຫຍ່ຕັ້ງຢັງຢາຍ ເລາະລຽບແຄມ ເສັ້ນ ທາງ 13 ເໜືອ ເຊິ່ງເຮັດໃຫ້ທ່ານສາມາດ ສໍາຜັດອາກາດບໍລິສຸດ ແບບທຳມະຊາດເທີງພູພຽງຢ່າງໃກ້ຊິດ ແລະ ຖ່າຍຮູບພາບທີ່ງາມໆ ດ້ວຍຄວາມສຸກກາຍສຸກໃຈ ໄດ້ຕະຫລອດການທ່ອງທ່ຽວ.

ພູພຽງຟ້າ ເປັນພູພຽງແຫ່ງໜຶ່ງ ທີ່ຕັ້ງຢູ່ລຽບຕາມເສັນທາງ 13 ເໜືອ ເຊິ່ງສາມາດຂັບລົດຕົນເອງ ຫລື ຂີ່ລົດຕູ້ໂດຍສານ ຈາກເສັ້ນທາງນະຄອນຫຼວງວຽງຈັນ ຫາ ເມືອງພູຄູນ (ແຂວງຫລວງພະບາງ) ຕາມສາຍທາງເລກທີ 13 ເໜືອ ໄລຍະທາງປະມານ 260 ກິໂລແມັດ ຖ້າ ຫາກອອກເດີນທາງມາຈາກທາງວຽງຈັນ ກໍຈະຮອດພູຟ້າກ່ອນ ເມືອງພູຄູນປະມານ 20 ນາທີ.

ພູພຽງຟ້ານີ້ ເປັນຈຸດຊົມທໍາມະຊາດທີ່ສວຍງາມ ແລະ ເປັນຈຸດແວ່ພັກໃຫ້ເຊົາເມື່ອຍສໍາລັບຜູ້ເດີນທາງຜ່ານໄປມາ, ທໍາມະຊາດຂອງທີ່ນີ້ຈະມີພູພຽງ ທີ່ຕັ້ງສູງເດັ່ນສະຫງ່າສວຍງາມ ແລະ ສາມາດຊົມທິວທັດໄດ້ ໂດຍຮອບໆກວ້າງຂວາງສຸດສາຍຕາ ແລະ ຍັງສາມາດແນມເຫັນ ພູພະເຈົ້າ ທີ່ຢູ່ເທິງເສັ້ນທາງໄປວັງວຽງ (ສາເຫດທີ່ຊື່ພູພະເຈົ້າເພາະວ່າ ເປັນພູສາມຫລ່ຽມ ຄືກັບພະເຈົ້ານັ້ນເອງ).

ນອກຈາກຄວາມງົດງາມຂອງທິວທັດທໍາມະຊາດແລ້ວ ເທິງພູພຽງຟ້າແຫ່ງນີ້ ຍັງມີສະຖານທີ່ກວ້າງຂວາງ ບໍ່ແອອັດ ມີມູມໃຫ້ຖ່າຍຮູບງາມໆ, ມີບ່ອນປິກນິກ, ມີການບໍລິການກາງເຕັ້ນ ນອນຊົມດາວ ແລະ ທີ່ສໍາຄັນຍັງມີຮ້ານອາຫານພູພຽງຟ້າ ເຊິ່ງເປັນທີ່ພັກຜ່ອນ ຮັບປະ ທານອາຫານ, ດື່ມກາເຟຮ້ອນໆເຂົ້າກັບບັນຍາກາດໄດ້ເປັນຢ່າງດີ.

ເຂດບໍລິເວນລະຫວ່າງພູພຽງຟ້າ ແລະ ພູຄູນແຫ່ງນີ້ ເຖິງຈະເປັນເສັ້ນທາງທີ່ຄົດໂຄ້ງອັນຕະລາຍ ແຕ່ການເດີນທາງຈະໄດ້ລົດຊາດ ກັບການເພີດເພີນໄປນໍາທໍາມະຊາດ, ວິຖີວິຊີວິດຂອງຊົນເຜົ່າຕ່າງໆ ທີ່ມາຕັ້ງບ້ານແຄມທາງ, ໄດ້ແວ່ຊົມຕະຫລາດທ້ອງຖິ່ນ, ໄດ້ກິນອາຫານພື້ນ ບ້ານ ແລະ ອື່ນໆ ບາງຄັ້ງທ່ານຈະເຫັນນັກທ່ອງທ່ຽວຕ່າງປະເທດ ທັງຂີ່ລົດຖີບ, ລົດຈັກທ້າທາຍກັບຕື່ນເຕັ້ນ ຕະຫລອດໄລຍະເສັ້ນທາງ 13 ເໜືອ.

ສະນັ້ນ ຖ້າທ່ານໃດພາດໂອກາດໃນໄລຍະນັບຖອຍຫລັງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຜ່ານມາກໍບໍ່ເປັນຫຍັງ ຖ້າທ່ານມີໂອກາດ ຫລື ມີເວລາ, ຜູ້ຂຽນແນະນໍາໃຫ້ທ່ານລອງໄປສໍາຜັດ ແລະ ໄປພິຊິດພູພຽງຟ້າກ່ອນ ເພື່ອຈະໄດ້ຢູ່ໄກ້ກັບທໍາມະຊາດຢ່າງແທ້ຈິງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ


KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top