ຂປລ
ຂປລ. ວັນທີ 28 ທັນວາ 2022 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດຖະແຫລງຜົນການພິຈາລະນາວຽກງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ວາລະແຫ່ງຊາດ

ຂປລ. ວັນທີ 28 ທັນວາ 2022 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດຖະແຫລງຜົນການພິຈາລະນາວຽກງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX.
ທ່ານ ສົມມາດ ພົນເສນາ ໃຫ້ຮູ້ວ່າ: ຕໍ່ກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ບັນດາທ່ານ ສະມາຊິກ ສະພາແຫ່ງຊາດ ໄດ້ມີຄໍາເຫັນຄື: ສູ້ຊົນເຮັດໃຫ້ເສດຖະກິດແຫ່ງຊາດ ຂະຫຍາຍຕົວ ໃນລະດັບ 4,5% ຂຶ້ນໄປ ແລະ ເຮັດໃຫ້ລາຍໄດ້ຕໍ່ຫົວຄົນ ລວມທັງ GNI ເພີ່ມຂຶ້ນ ເພາະເຫັນວ່າ ອີງໃສ່ສະພາບເງື່ອນໄຂຕົວຈິງ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ ແມ່ນມີທ່າແຮງ ແລະ ຄວາມອາດສາມາດ ໃນການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ກຸ້ມຕົນເອງ ແລະ ເກີນດູນ; ຄົ້ນຄວ້າລະດົມທຶນຈາກແຫລ່ງຕ່າງໆ ເປັນຕົ້ນ ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ທຶນຊ່ວຍເຫລືອທາງການເພື່ອການພັດທະນາ (ODA), ການພັດທະນາຕະຫລາດຫລັກຊັບ, ການນໍາໃຊ້ກອງທຶນຕ່າງໆ ເພື່ອສະໜອງທຶນໃຫ້ພຽງພໍ ແລະ ຮັບປະກັນການຈັດຕັ້ງ ປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ບັນລຸຕາມແຜນການ; ເອົາໃຈໃສ່ຊຸກຍູ້ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍຖອດຖອນບົດຮຽນ ຈາກປະເທດອ້ອມຂ້າງ ແລະ ສາກົນ ເພື່ອດຶງດູດການລົງທຶນໃຫ້ເປັນຮູບປະທຳ ໃນເຂດເສດຖະກິດພິເສດ ແລະ ສະເພາະ; ຄຸ້ມຄອງການລົງທຶນຂອງລັດ ຢ່າງເຂັ້ມງວດ, ຈັດສັນທຶນໃຫ້ແກ່ໂຄງການລົງທຶນຂອງລັດ ປີ 2023 ຕາມອັດຕາສ່ວນໃຫ້ຊໍາລະໜີ້ສິນກວມ 60%, ໂຄງການສືບຕໍ່ກວມ 30% ແລະ ໂຄງການສະເໜີໃໝ່ກວມ 10%, ຄວນເນັ້ນໃສ່ໂຄງການຊໍາລະໜີ້ສິນທີ່ຈັດຕັ້ງປະຕິບັດສໍາເລັດແລ້ວ 100% ເປັນບຸລິມະສິດ ໃຫ້ສອດຄອ່ງກັບມາດ ຕາ 19 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ.
ສໍາລັບໂຄງການສືບຕໍ່ ຄວນມີການປະເມີນ ແລະ ກວດກາແລ້ວຈຶ່ງໃຫ້ສືບຕໍ່ຈັດຕັ້ງປະຕິບັດຢ່າງມີຈຸດສຸມ, ສ່ວນໂຄງການສະເໜີໃໝ່ ໃຫ້ກວດກາ ວ່າມີຄວາມສໍາຄັນຈໍາເປັນ ແລະ ມີຄວາມສາມາດໃນການຊຳລະສະສາງ ເພື່ອບໍ່ສ້າງໜີ້ຕື່ມ; ເອົາໃຈໃສ່ຄົ້ນຄວ້າມາດຕະການການນໍາໃຊ້ທ່າແຮງໄດ້ປຽບຂອງປະເທດໃນການເຊື່ອມຈອດ ເປັນຕົ້ນ ທາງລົດໄຟ, ທ່າບົກ, ເຂດເສດຖະກິດພິເສດ ແລະ ບັນດາຂະແໜງການເສດຖະກິດ ໃຫ້ເກີດປະໂຫຍດສູງສຸດ, ຊຸກຍູ້ສົ່ງເສີມ ການຜະລິດພາຍໃນໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການສົ່ງອອກໃຫ້ໄດ້ຫລາຍຂຶ້ນ; ຊຸກຍູ້ທຸລະກິດບັນດາພາກທຸລະກິດ ໃຫ້ເຂົ້າເຖິງກອງທຶນກາກບອນ; ຮີບຮ້ອນຄົ້ນຄວ້າ ສ້າງແຜນຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເຂົ້າໃສ່ວຽກງານດັ່ງກ່າວ ຕາມກົດໝາຍວ່າດ້ວຍທີ່ດິນ ໃຫ້ສໍາເລັດຕາມຄາດໝາຍ ໂດຍເພີ່ມງົບປະມານ ຈຳ ນວນ 20 ຕື້ກີບ; ສືບຕໍ່ເອົາໃຈໃສ່ ປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ, ສິ່ງແວດ ລ້ອມ ທີ່ບໍ່ທັນບັນລຸຄາດໝາຍ ຕາມມະຕິສະພາແຫ່ງຊາດ ແລະ ບັນດາຄາດໝາຍໃໝ່ທີ່ຈະກຳນົດ ໃນແຜນປີ 2023 ໃຫ້ບັນລຸຕາມແຜນ; ຮັບປະກັນການພັດທະນາໃຫ້ມີຄວາມດຸນດ່ຽງລະຫວ່າງ ການພັດທະນາເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ, ສຸມໃສ່ສ້າງພື້ນຖານໂຄງລ່າງຂອງການສຶກສາ ຢ່າງ ເໝາະສົມ, ຈັດສັນໂກຕາລັດຖະກອນໃໝ່ ແລະ ມີນະໂຍບາຍຕໍ່ຄູອາສາສະໝັກ ແລະ ແພດອາສາສະໝັກ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ, ສະໜອງອຸປະກອນການຮຽນ-ການສອນ ແລະ ປຶ້ມຕໍາລາຮຽນໃນສາຍສາມັນສຶກສາ ໃຫ້ທຸກໂຮງຮຽນຢ່າງທົ່ວເຖິງ, ສຸມໃສ່ແກ້ໄຂບັນຫາການ ປະລະການຮຽນ ໃນທຸກຊັ້ນທຸກສາຍຂອງການສຶກສາ ແລະ ສົ່ງເສີມໃຫ້ນັກຮຽນຈົບມັດທະຍົມຕອນຕົ້ນ-ຕອນປາຍ ເຂົ້າຮຽນຕໍ່ສາຍອາຊີວະສຶກສາ, ອົບຮົມວິຊາຊີບ ແລະ ການສຶກສາຊັ້ນສູງໃຫ້ຫລາຍຂຶ້ນ; ຮີບຮ້ອນຄົ້ນຄວ້າ ພິຈາລະນາການກໍານົດພະລາກອນຄູ ເພື່ອສ້າງລະບົບທົດແທນ ອັດຕາການສູນເສຍຄູໃນຮູບແບບຕ່າງໆໃນແຕ່ລະປີ; ເອົາໃຈໃສ່ວຽກງານໂພຊະນາການໃຫ້ສາມາດ ບັນລຸຄາດໝາຍການຂາດສານອາຫານໃນເດັກ; ປັບປຸງລະບົບປະກັນ ສຸຂະພາບໂດຍໃຫ້ຜູ້ມີເງື່ອນໄຂຕ້ອງປະກອບສ່ວນຈ່າຍເບ້ຍປະກັນເຂົ້າກອງທຶນປະກັນສຸຂະພາບ ເພື່ອເຮັດໃຫ້ກອງທຶນເຂັ້ມແຂງ ແລະ ຍືນຍົງ; ຊຸກຍູ້ ແລະ ສົ່ງເສີມບັນດາພາກ ສ່ວນທຸລະກິດໃຫ້ສືບຕໍ່ລົງທຶນພັດທະນາພຶ້ນຖານໂຄງລ່າງ, ອະນຸລັກ ແລະ ຟື້ນຟູ ແຫລ່ງທ່ອງທ່ຽວ ຢ່າງມີຈຸດສຸມ; ຄົ້ນຄວ້າປັບປຸງຄ່າແຮງງານຂັ້ນຕໍ່າ ໃຫ້ເໝາະສົມກັບສະພາບ ຄ່າຄອງຊີບໃນປັດຈຸບັນ, ປັບປຸງຖານຂໍ້ມູນແຮງງານໃຫ້ເປັນລະບົບ; ສຸມໃສ່ ການສ້າງວິຊາຊີບ, ການພັດທະນາສີມື ແຮງງານໃຫ້ມີຄຸນະພາບ ແລະ ມີວິໄນແຮງງານ; ເພີ່ມງົບປະມານໃສ່ຂົງເຂດວັດທະນາທໍາ-ສັງຄົມ ແລະ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຈໍານວນ 200 ຕຶ້ກີບ, ແຕ່ໃຫ້ມີການປະເມີນຜົນໄດ້ຮັບຈາກການເພີ່ມງົບປະມານນັ້ນ ຢ່າງມີປະສິດພາບ ແລະ ປະສິດທິຜົນ. ນອກຈາກນັ້ນ, ສະພາແຫ່ງຊາດ ຍັງໄດ້ພິຈາລະນາ ໃຫ້ເພີ່ມງົບປະມານ ເຂົ້າໃນວຽກງານການກວດສອບ, ກວດກາ, ສານ ແລະ ໄອຍະການ ເພື່ອໃຫ້ອົງການດັ່ງກ່າວ ສາມາດເຄື່ອນໄຫວວຽກງານ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ພ້ອມນີ້, ໃຫ້ສືບຕໍ່ປະຕິຮູບ ລັດວິສາຫະກິດ ດ້ວຍການປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ເພື່ອຫລຸດຜ່ອນລາຍຈ່າຍທີ່ບໍ່ຈຳເປັນ ເຮັດໃຫ້ການດຳເນີນທຸລະກິດ ມີກຳໄລ ແລະ ປະກອບພັນທະເຂົ້າງົບປະມານແຫ່ງລັດ ຕາມກົດໝາຍ; ເອົາໃຈໃສ່ປະເມີນຄວາມຄືບໜ້າ ແລະ ສືບຕໍ່ເອົາໃຈໃສ່ປະຕິບັດວຽກຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນເຂດຈຸດສຸມ ແລະ ເມືອງເປົ້າໝາຍ ທີ່ໄດ້ກຳນົດ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ເອົາໃຈໃສ່ການຄຸ້ມຄອງບໍລິຫານລັດຕາມກົດໝາຍໃຫ້ມີຜົນສັກສິດ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນທຸກຂົງເຂດຂອງສັງຄົມ ໃຫ້ໄປຕາມ ກົດໝາຍ, ຕາມຫລັກການ ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ, ມີປະສິດທິພາບ, ປະສິດທິຜົນສູງ ແລະ ມີຄວາມເຂັ້ມງວດ ໂດຍສະເພາະປະຕິບັດມາດຕະການເດັດຂາດ ຕໍ່ຫົວໜ່ວຍງົບປະມານ ທີ່ລະເມີດວິໄນ ແຜນການ-ການເງິນ; ເອົົາໃຈໃສ່ ປະຕິບັດວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີຈຸດສຸມ, ມີການແບ່ງຂັ້ນຄຸ້ມຄອງ ລະ ຫວ່າງ ສູນກາງ ແລະ ທ້ອງຖິ່ນ ຢ່າງຈະແຈ້ງ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງ ຂັ້ນທ້ອງຖິ່ນ ມີຄວາມເປັນເຈົ້າການຫລາຍຂຶ້ນ ໃນການພັດທະນາທ້ອງຖິ່ນ, ສືບຕໍ່ກໍານົດຕົວເລກການຈັດສັນລາຍຈ່າຍ ໃຫ້ແກ່ຂະແໜງການສູນກາງ ແລະ ທ້ອງຖິ່ນ ໃຫ້ລະອຽດ ແລະ ຊັດເຈນ; ເອົາໃຈໃສ່ຕໍ່ມາດຕະ ການ ແລະ ວິທີການໃນການເກັບລາຍຮັບຈາກຖານລາຍຮັບທີ່ມີໃນປັດຈຸບັນ ແລະ ຂຸດຄົ້ນເອົາໃຈໃສ່ຖານລາຍຮັບໃໝ່, ຍົກສູງຄວາມຮັບຜິດຊອບຂອງອົງການລັດທີ່ກ່ຽວຂ້ອງ ໃນການຊີ້ນຳ-ນຳພາ ການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ເພີ່ມທະວີການຕິດຕາມກວດກາຂໍ້ມູນຖານລາຍຮັບໃຫ້ຕໍ່ເນື່ອງ ແລະ ເຂັ້ມງວດ, ແກ້ໄຂບັນຫາການຮົ່ວໄຫລຂອງການຈັດເກັບລາຍຮັບໃຫ້ຂາດຕົວ ໂດຍສະເພາະລາຍຮັບຈາກພາສີ, ຄ່າທຳນຽມ ແລະ ຄ່າບໍລິການ ຢູ່ບັນດາດ່ານ, ອາກອນ ແຕ່ລະປະເພດຂອງວິສາຫະກິດ, ອາກອນທີ່ດິນ ແລະ ຄ່າທຳນຽມທາງ, ແຮ່ທາດຕ່າງໆ ແລະ ການເຊື່ອງອຳລາຍຮັບຂອງບາງຫົວໜ່ວຍງົບປະມານ; ເອົາໃຈໃສ່ຄຸ້ມຄອງ ແລະ ນຳໃຊ້ປະລິມານເງິນ M2 ໃຫ້ມີຄວາມກົມກຽວ ແລະ ມີຄວາມສົມດຸນໃນລະດັບມະຫາພາກ ໂດຍສຸມໃສ່ການຄົ້ນຄວ້ານະໂຍບາຍສິນເຊື່ອ ເພື່ອສົ່ງເສີມ ແລະ ຕອບສະໜອງໃຫ້ແກ່ໂຄງການລົງທຶນ, ພັດທະນາເສດຖະກິດ-ສັງຄົມ ແລະ ທຸລະກິດພາຍໃນໃຫ້ມີການຂະ ຫຍາຍຕົວ, ພ້ອມທັງເອົາໃຈໃສ່ຄົ້ນຄວ້າມາດຕະການຄຸ້ມຄອງ, ຕ້ານ ແລະ ສະກັດກັ້ນເງິນເຟີ້ ແລະ ການເໜັງຕີງອັດຕາແລກປ່ຽນ ຂອງເງິນກີບທຽບກັບເງິນຕາສະກຸນຫລັກ (ໂດລາສະຫາລັດ) ໃຫ້ມີສະ ຖຽນລະພາບ ແລະ ມີຄວາມໝັ້ນທ່ຽງກັບຄືນສູ່ສະພາບປົກກະຕິໂດຍໄວ; ຄົ້ນຄວ້າກົນໄກ ແລະ ມາດຕະການຄຸ້ມຄອງລາຄາສິນຄ້າຍຸດທະສາດ ແລະ ສິນຄ້າທີ່ຈໍາເປັນ ສໍາລັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີສະຖຽນລະພາບ ເພື່ອບໍ່ໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນສູງ.
ຂ່າວ: ສົມຫວັງ
ພາບ: ເກດສະໜາ
KPL