ຊຽງຂວາງ ແລະ ກະຊວງປ້ອງກັນປະເທດ ເປັນເຈົ້າຫລຽນຄຳ ກິລາຢູໂດ ໃນຊຽງຂວາງເກມ

20/12/2022 15:23
Email Print 3368
ຂປລ ຂປລ. ການແຂ່ງຂັນກິລາຢູໂດ ໃນຊຽງຂວາງເກມ 2022 ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 16-19 ທັນວາ 2022 ຢູ່ສະໂມສອນໂຮງຮຽນ ມສ ພອນສະຫວັນ ເມືອງແປກ ແຂວງຊຽງຂວາງ ຜ່ານການແຂ່ງຂັນ ແຂວງຊຽງຂວາງ ແລະ ກະຊວງປ້ອງກັນປະເທດ ສ້າງຜົນງານໄດ້ດີ ທັງນັກກິລາຍິງ ແລະ ຊາຍ ສາມາດຍາດໄດ້ 4 ຫລຽນຄຳ ຈັດຢູ່ໃນອັນດັບ 1

ຂປລ. ການແຂ່ງຂັນກິລາຢູໂດ ໃນຊຽງຂວາງເກມ 2022 ທີ່ຈັດຂຶ້ນ ໃນລະຫວ່າງວັນທີ 16-19 ທັນວາ 2022 ຢູ່ສະໂມສອນໂຮງຮຽນ ມສ ພອນສະຫວັນ ເມືອງແປກ ແຂວງຊຽງຂວາງ ຜ່ານການແຂ່ງຂັນ ແຂວງຊຽງຂວາງ ແລະ ກະຊວງປ້ອງກັນປະເທດ ສ້າງຜົນງານໄດ້ດີ ທັງນັກກິລາຍິງ ແລະ ຊາຍ ສາມາດຍາດໄດ້ 4 ຫລຽນຄຳ ຈັດຢູ່ໃນອັນດັບ 1 ແລະ 2 ຂອງຕາຕະລາງການແຂ່ງຂັນ, ເຊິ່ງແຂວງຊຽງຂວາງ ເຈົ້າພາບ ອັນດັບ 1, ສາມາດຍາດໄດ້ 4 ຫລຽນຄຳ, 6 ຫລຽນເງິນ, 7 ຫລຽນທອງ; ກະຊວງປ້ອງກັນປະເທດ ອັນດັບ 2, ຍາດໄດ້ 4 ຫລຽນຄຳ, 2 ຫລຽນເງິນ, 3 ຫລຽນທອງ; ແຂວງຄໍາມ່ວນ ອັນດັບ 3, ໄດ້ 3 ຫລຽນຄຳ, 2 ຫລຽນເງິນ, 4 ຫລຽນທອງ; ແຂວງອັດຕະປື ອັນດັບ 4, ໄດ້ 3 ຫລຽນຄຳ, 2 ຫລຽນເງິນ, 1 ຫລຽນທອງ; ສະຫວັນນະເຂດ ອັນດັບ 5, ໄດ້ 2 ຫລຽນຄຳ, 4 ຫລຽນເງິນ, 5 ຫລຽນທອງ, ນະຄອນຫລວງວຽງຈັນ ອັນດັບ 6, ໄດ້ 2 ຫລຽນຄຳ, 3 ຫລຽນເງິນ, 7 ຫລຽນທອງ ແລະ ແຂວງວຽງຈັນ ອັນດັບ 7 ຍາດໄດ້ 1 ຫລຽນຄຳ, 4 ຫລຽນທອງ.

ການແຂ່ງຂັນກິລາຢູໂດ ໃນຊຽງຂວາງເກມ 2022, ມີການແຂ່ງຂັນທັງໝົດ 2 ປະເພດ ຄື: ປະ ເພດຟ້ອນກະຕະ (ຊາຍ-ຍິງ), ຊີງຫລຽນຄໍາ 2 ລາຍການ ແລະ ປະເພດຕໍ່ສູ້ ຊີງຫລຽນຄໍາ 17 ຫລຽນ, ປະກອບມີ 17 ຮຸ່ນນ້ຳໜັກ, ມີນັກກິລາເຂົ້າຮ່ວມທັງໝົດ 65 ຄົນ, ຍິງ 23 ຄົນ. ໃນນັ້ນ, ມາຈາກ 7 ພາກສ່ວນຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ຊຽງຂວາງ, ນະຄອນຫລວງວຽງຈັນ, ວຽງຈັນ, ອັດຕະປື ແລະ ກະຊວງປ້ອງກັນປະເທດ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ສົກສຶກສາ 2024-2025 ມຊ ຈະຮັບ ເອົານັກສຶກສາໃໝ່ເຂົ້າຮຽນ 5.920 ຄົນສຶກສາ-ກິລາ

      ສົກສຶກສາ 2024-2025 ມຊ ຈະຮັບ ເອົານັກສຶກສາໃໝ່ເຂົ້າຮຽນ 5.920 ຄົນ

      7/17/2024 4:48:14 PM

      ຂປລ. ໃນສົກສຶກສາ 2024-2025 ນີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ມີແຜນຈະຮັບເອົານັກສຶກສາໃໝ່ ເຂົ້າຮຽນຈຳນວນ 5.920 ຄົນ ເຊິ່ງຈະຈະດໍາເນີນການສອບເສັງໃນວັນທີ 10 ສິງຫາ 2024 ນີ້. ປັດຈຸບັນ, ມຊ ມີຫລັກສູດການຮຽນທັງໝັດ 244 ຫລັກສູດ.

    • ສະຖານທູດລາວ ປະຈຳ ຫວຽດນາມ ສະຫລຸບ ວຽກຄຸ້ມຄອງການສຶກສາລາວ ສົກປີ 2023-2024 ສຶກສາ-ກິລາ

      ສະຖານທູດລາວ ປະຈຳ ຫວຽດນາມ ສະຫລຸບ ວຽກຄຸ້ມຄອງການສຶກສາລາວ ສົກປີ 2023-2024

      7/16/2024 6:17:09 PM

      ຂປລ. ເມື່ອບໍ່ດົນມານີ້, ສະ​ຖານເອກ​ອັກ​ຄະ​ລັດ​ຖະ​ທູດ​ລາວ ປະ​ຈຳ ສ​ສ ຫວຽດ​ນາມ ​ຈັດກອງ​ປະ​ຊຸມ ​ສະຫລຸບ​ວຽກ​ງານ ການ​ຄຸ້ມ​ຄອງ​ການ​​ສຶກ​ສາ​ລາວ ສົກ​​ປີ 2023-2024 ແລະ ວາງ​ທິດ​ທາງແຜນ​ການ ສົກ​ປີ 2024-2025 ຢູ່​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກິວລອງ ແຂວງຫວິງລອງ ສ​ສ ຫວຽດ​ນາມ ໂດຍມີ ທ່ານ ສຳ​ລານ ພັນ​ຄະ​ວົງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ແຫ່ງ ສປປ ລາວ, ທ່ານ ຄຳ​ຕັນ ສົມ​ວົງ ທີ່​ປຶກ​ສາ​ສຶກ​ສາ-ວັດ​ທະ​ນະ​ທຳ ສະ​ຖານ​ທູດ​ລາວ​ ປະ​ຈຳ ສ​ສ ຫວຽດ​ນາມ, ທ່ານ ຫງວຽນ ວັນ​ຟຸກ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ສຶກ​ສາ ແລະ ກໍ່​ສ້າງ​ພະ​ນັກ​ງານ​ຫວຽດ​ນາມ, ທ່ານ ຫງວຽນ ທິກວຽນ​ແທັກ ຮອງປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງຫວິງ​ລອງ, ມີຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ມະ​ຫາ​ວິ​ທະ​ຍາ​ໄລ ກິວລອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເລີ່ມຈັດຕັ້ງປະຕິ ບົດຮຽນຝຶກເວົ້າພາສາລາວ ທົ່ວປະເທດ ໃນສົກຮຽນ 2024-2025ສຶກສາ-ກິລາ

      ເລີ່ມຈັດຕັ້ງປະຕິ ບົດຮຽນຝຶກເວົ້າພາສາລາວ ທົ່ວປະເທດ ໃນສົກຮຽນ 2024-2025

      7/12/2024 10:41:02 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານ ອົດສະຕຣາລີ ໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບິຄວາ) ຈັດກອງປະຊຸມສະຫລຸບ ກ່ຽວກັບການທົດລອງ ສື່ການຮຽນ-ການສອນ ຝຶກເວົ້າພາສາລາວ ໃຫ້ນັກຮຽນ ຂັ້ນ ປ1 ເວົ້າພາສາອື່ນ ທີ່ບໍ່ແມ່ນພາສາລາວ ເປັນຫລັກໃນຄອບຄົວ ໃນວັນທີ 11 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ

    • ປະທານປະເທດຫວຽດນາມ ຢ້ຽມຢາມ  ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູສຶກສາ-ກິລາ

      ປະທານປະເທດຫວຽດນາມ ຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ

      7/12/2024 10:15:11 PM

      ຂປລ. ໃນໂອກາດການຢ້ຽມຢາມທາງລັດຖະກິດທີ່ ສປປ ລາວ, ວັນທີ 12 ກໍລະກົດ 2024 ນີ້, ສະຫາຍ ໂຕ ເລິມ ປະທານປະເທດແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ ໂດຍການຕ້ອນຮັບຂອງ ທ່ານ ນາງ ສີວັນເຮືອງ ເພັງຄໍາໄມ ຜູ້ອໍານວຍການ ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫວງຽນຢູ.

    • ລັດຖະບານເຢຍລະມັນ ສະໜັບສະໜູນ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນສຶກສາ-ກິລາ

      ລັດຖະບານເຢຍລະມັນ ສະໜັບສະໜູນ ວຽກງານສົ່ງເສີມອາຫານທ່ຽງໃນໂຮງຮຽນ

      7/2/2024 4:40:41 PM

      ຂປລ. ພິທີເຊັນບົດບັນທຶກການຮ່ວມມື ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ລັດ ຖະບານເຢຍລະມັນ ຈັດ​ຂຶ້ນ​ໃນວັນທີ 2 ກໍລະກົດ 2024 ທີ່ນະຄອນຫລວງວຽງຈັນ ແນໃສ່ສະໜັບສະໜູນເຄືອຂ່າຍ ຄວາມປອດໄພທາງສັງຄົມ ກໍຄື ວຽກງານສົ່ງເສີມ ອາຫານທ່ຽງໃນໂຮງຮຽນ, ລວມທັງ ການສົ່ງເສີມການຜະລິດກະສິກຳທ້ອງຖິ່ນ ເພື່ອສະໜອງສະບຽງອາຫານ ໃຫ້ໂຮງຮຽນຢ່າງຕໍ່ເນື່ອງ ແນໃສ່ຫລຸດຜ່ອນຄວາມທຸກຍາກໃນເຂດຊົນນະບົດ

ads
ads

Top