ສປ ຈີນ ຈັດພິທີໄວ້ອາໄລ ສະຫາຍ ຈ່ຽງ ເຈີມິນ ຢ່າງຍິ່ງໃຫຍ່

06/12/2022 19:55
Email Print 406
ຂປລ ຄະນະ ກຳມະການ ສູນກາງພັກ ກອມມູນິດຈີນ, ຄະນະປະຈຳ ສະພາ ປະຊາຊົນ ແຫ່ງຊາດຈີນ, ຄະນະລັດ ຖະບານຈີນ, ສະພາ ປຶກສາ ການເມືອງ ປະຊາຊົນ ແຫ່ງຊາດຈີນ, ຄະນະ ກຳມະການການ ທະຫານ ສູນກາງຈີນ ໄດ້ຈັດພິທີ ໄວ້ອາໄລ ສະຫາຍ ຈ່ຽງ ເຈີມິນ ຢ່າງຍິ່ງໃຫຍ່ ແລະ ສົມກຽດ ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດທີ່ ນະຄອນຫລວງ ປັກກິ່ງ.


ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ​ໃນວັນທີ 6 ທັນວາ 2022ນີ້, ຄະນະ ກຳມະການ ສູນກາງພັກ ກອມມູນິດຈີນ, ຄະນະປະຈຳ ສະພາ ປະຊາຊົນ ແຫ່ງຊາດຈີນ, ຄະນະລັດ ຖະບານຈີນ, ສະພາ ປຶກສາ ການເມືອງ ປະຊາຊົນ ແຫ່ງຊາດຈີນ, ຄະນະ ກຳມະການການ ທະຫານ ສູນກາງຈີນ ໄດ້ຈັດພິທີ ໄວ້ອາໄລ ສະຫາຍ ຈ່ຽງ ເຈີມິນ ຢ່າງຍິ່ງໃຫຍ່ ແລະ ສົມກຽດ ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດທີ່ ນະຄອນຫລວງ ປັກກິ່ງ.​ໃນ​ໂອກາດ​ນີ້ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່ ຄະນະ ກຳມະ ການ ສູນກາງພັກ ກອມມູນິດຈີນ, ປະທານ ປະເທດຈີນ ໄດ້ກ່າວຄຳ ໄວ້ອາໄລ ໃນພິທີ ດັ່ງກ່າວ.

ສະຫາຍ ຈ່ຽງ ເຈີມິນ ເປັນຜູ້ນຳ ທີ່ປີຊາ ສາມາດ ແລະ ມີອິດທິພົນສູງສົ່ງ ທີ່ໄດ້ຮັບ ການສະໜັບ ສະໜູນ ຈາກທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນ ບັນດາເຜົ່າ ທົ່ວປະເທດຈີນ, ເປັນນັກລັດທິມາກ ທີ່ຍິ່ງໃຫຍ່, ນັກປະຕິວັດ ຊົນຊັ້ນ ກຳມະຊີບ, ນັກການເມືອງ, ນັກການທະຫານ ແລະ ນັກການທູດ ທີ່ຍິ່ງໃຫຍ່, ເປັນນັກຮົບກອມມູນິດ ທີ່ໄດ້ຜ່ານ ການທົດສອບ ເປັນໄລຍະ ຍາວນານ, ເປັນຜູ້ນຳທີ່ ຍອດຍິ່ງ ຂອງ ພາລະກິດຍິ່ງໃຫຍ່ ແຫ່ງສັງຄົມ ນິຍົມ ທີ່ມີ ສີສັນ ພິເສດ ຂອງຈີນ, ເປັນແກນກາງ ໃນໝູ່ຄະນະນຳ ສູນກາງ ຮຸ່ນທີ 3 ຂອງພັກ ແລະ ເປັນຜູ້ສ້າງຕົ້ນຕໍ ຂອງ ແນວຄິດ ສຳຄັນ “3 ຕົວແທນ”.(ບັນນາ ທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top