ອາຊຽນ ເພີ່ມວິໄສທັດຮັບປະກັນຄວາມໝັ້ນຄົງ ທາງທະເລ

24/11/2022 17:52
Email Print 435
ຂປລ ເວທີປາໄສ ເຈົ້າໜ້າທີ່ ຕຳຫລວດ ທະເລ ອາຊຽນ ພາຍໃຕ້ ຫົວຂໍ້ “ວິໄສທັດ ໃຫ້ແກ່ ເຂດທະເລ ແຫ່ງສັນຕິພາບ, ຄວາມປອດໄພ ແລະ ໝັ້ນຄົງ” ຄັ້ງທຳອິດ ໄດ້ຈັດຕັ້ງ ຂຶ້ນຢູ່ ​ເກາະບາຫລີ (Bali) ປະເທດ ອິນໂດເນເຊຍ ແຕ່ວັນທີ 22–25 ພະຈິກນີ້ ເພື່ອປະກອບສ່ວນ ຊອກຫາ ວິໄສທັດລວມ, ຮັບປະກັນ ໃຫ້ພາກພື້ນ ມີຄວາມ ປອດໄພ ແລະ ສະດວກ ເພື່ອແກ້ໄຂ ບັນດາ ບັນຫາ ທີ່ຍັງຄົງຄ້າງ.

ຂປລ.ຕາມຂ່າວຈາກ ວິທະຍຸ ສາກົນ ຫວຽດນາມ, ເວທີປາໄສ ເຈົ້າໜ້າທີ່ ຕຳຫລວດ ທະເລ ອາຊຽນ ພາຍໃຕ້ ຫົວຂໍ້ “ວິໄສທັດ ໃຫ້ແກ່ ເຂດທະເລ ແຫ່ງສັນຕິພາບ, ຄວາມປອດໄພ ແລະ  ໝັ້ນຄົງ ຄັ້ງທຳອິດ ໄດ້ຈັດຕັ້ງ ຂຶ້ນຢູ່ ​ເກາະບາຫລີ (Bali) ປະເທດ ອິນໂດເນເຊຍ ແຕ່ວັນທີ 22–25 ພະຈິກນີ້ ເພື່ອປະກອບສ່ວນ ຊອກຫາ ວິໄສທັດລວມ, ຮັບປະກັນ ໃຫ້ພາກພື້ນ ມີຄວາມ ປອດໄພ ແລະ ສະດວກ ເພື່ອແກ້ໄຂ ບັນດາ ບັນຫາ ທີ່ຍັງຄົງຄ້າງ. ຫລັງຈາກ ບັນດາຜູ້ແທນ ເຂົ້າຮ່ວມ ເວທີປາໄສ ໄດ້ປຶກສາ ຫາລືກ່ຽວກັບ ການຮ່ວມມື ໃນການເດີນທະເລ ກໍ່ຄື ແຜນການ ທີ່ໄດ້ແບ່ງປັນ ຂໍ້ມູນ ຂ່າວສານ ລະຫວ່າງອົງການ ຄວາມໝັ້ນຄົງ ການເດີນເຮືອ ຢູ່ພາກພື້ນ ອາຊຽນ ໃນແຕ່ລະເດືອນ./. (ບັນນາ ທິການຂ່າວ: ຕ່າງ ປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top