ຂປລ
ເວລາໃດພັກ-ລັດເຮົາ ກໍມີນະໂຍບາຍສົ່ງເສີມຜະລິດຕະພັນລາວ ໃຫ້ນັບມື້ຂະຫຍາຍຕົວ ເພື່ອຊຸກຍູ້ເສດຖະກິດລາວໃຫ້ເຂັ້ມແຂງ ຊຶ່ງກໍເປັນເງື່ອນໄຂ ໃຫ້ສິນຄ້າລາວຫາຍປະເພດ, ຫລາຍຍີ່ຫໍ້ມີການພັດທະນາ ຢ່າງຕໍ່ເນືອງຈົນມີຊື່ສຽງ ແລະ ສາມາດຄອງໃຈ ຜູ້ບໍລິໂພກຢູ່ພາຍໃນປະເທດ ແລະ ຕ່າງແດນ.
ເວລາໃດພັກ-ລັດເຮົາ ກໍມີນະໂຍບາຍສົ່ງເສີມຜະລິດຕະພັນລາວ ໃຫ້ນັບມື້ຂະຫຍາຍຕົວ ເພື່ອຊຸກຍູ້ເສດຖະກິດລາວໃຫ້ເຂັ້ມແຂງ ຊຶ່ງກໍເປັນເງື່ອນໄຂ ໃຫ້ສິນຄ້າລາວຫາຍປະເພດ, ຫລາຍຍີ່ຫໍ້ມີການພັດທະນາ ຢ່າງຕໍ່ເນືອງຈົນມີຊື່ສຽງ ແລະ ສາມາດຄອງໃຈ ຜູ້ບໍລິໂພກຢູ່ພາຍໃນປະເທດ ແລະ ຕ່າງແດນ ທັງກໍມີ ຜະລິດຕະພັນ ທີ່ໄດ້ຮັບການຢັ້ງຢືນ ຄຸນນະພາບລະດັບໂລກ ນັ້ນກໍຄື ຊາ ຈາກສວນຊາ 36 ທີ່ຜະລິດ ແລະ ຈໍາໜ່າຍໂດຍ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ.
ໂດຍນັບແຕ່ປີ 2003 ເປັນຕົ້ນມາງານວາງສະແດງຊາໂລກ ໄດ້ຈັດຂຶ້ນທຸກໆປີ ຊຶ່ງເປັນ 1 ໃນ 50 ງານວາງສະແດງສາກົນ ທີ່ຍິ່ງໃຫຍ່ທີ່ສຸດໃນອາເມລິກາເໜືອ, ງານແຕ່ລະປີແມ່ນໄດ້ດຶງດູດ ຜູ້ເຂົ້າຮ່ວມຈາກຫລາຍເຊື້ອຊາດ ນັບຮ້ອຍລ້ານຄົນ, ນັກຊື້ມືອາຊີບຈາກ 50 ກວ່າປະເທດ ແລະ ຮ້ານວາງສະແດງຈາກ ຫລາຍຮ້ອຍແຫ່ງທົ່ວໂລກ ຊຶ່ງໃນປັດຈຸບັນເປັນງານວາງສະແດງ ສິນຄ້າອຸດສາຫະກຳສາກົນ ທີ່ມີຫລາຍປະເທດເຂົ້າຮ່ວມ. ເມື່ອເດືອນກັນຍາ ປີ 2021, ຄະນະກຳມະການ ຈັດຕັ້ງລາງວັນອຸດສາຫະກຳຊາໂລກ ໄດ້ທົບທວນປະຫວັດຂອງບໍລິສັດ, ປະລິມານການຜະລິດ, ຄຸນນະພາບຂອງຜະລິດຕະພັນ, ສະພາບແວດລ້ອມ ທ້ອງຖິ່ນ ທີ່ເປັນເອກະລັກ, ພາຊະນະການຫຸ້ມຫໍ່ ແລະ ມາດຕະຖານສາກົນອື່ນໆ ຂອງຫລາຍໆບໍລິສັດທີ່ເຂົ້າຮ່ວມ ແລະ ສຸດທ້າຍຄະນະກຳມະການ ກໍໄດ້ຕັດສິນມອບລາງວັນ ຊະນະເລີດໃນປີ 2021 ປະເພດຊາແດງ ໃຫ້ແກ່ຊາຂອງສວນຊາ 36.
ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ແມ່ນໄດ້ຮວບຮວມການອະນຸຮັກ, ເກັບກ່ຽວຜະລິດ ແລະ ຈຳໜ່າຍຊາບູຮານ ໄດ້ຢືນຢັນທີ່ຈະກະຈາຍ ຜະລິດຕະພັນຊາທຳມະຊາດ ຂອງປະເທດລາວທີ່ປອດສານພິດ, ອຸດົມສົມບູນໄປດ້ວຍຄຸນປະໂຫຍດ ໃຫ້ຄົນໃນທ້ອງຖິ່ນ ແລະ ຕ່າງຊາດໄດ້ດື່ມ ໂດຍຮັບປະກັນ ຄຸນນະພາບຂອງຜະລິດຕະພັນ ແມ່ນໄດ້ຜ່ານການກວດກ າມາດຕະຖານສາກົນ ຂອງສະຫະພາບເອີຣົບ, ໃບຢັ້ງຢືນກະສິກຳອິນຊີ, ໃບຢັ້ງຢືນແຫລ່ງກຳເນີດຂອງລາວ ແລະ ອື່ນໆ ໄດ້ເຮັດໃຫ້ຊາບູຮານຂອງສວນຊາ 36 ກາຍເປັນຕົວແທນຊາລາວ ໃນງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 18, ງານ ວາງສະແດງສິນຄ້າ ນຳເຂົ້າສາກົນຈີນ ຄັ້ງທີ 4, ງານວາງສະແດງໂລກ ທີ່ເມືອງດູໄບ ສະຫະລັດອາຣັບເອເມເຣັດ ແລະ ຍັງເປັນທີ່ຕ້ອງການ ຂອງຄົນຮັກຊາຈາກທົ່ວທຸກມູມໂລກ. ພິທີມອບລາງວັນຊະນະເລີດ ຫລຽນຄຳຊາໂລກ ແມ່ນຈັດຂຶ້ນໃນນະຄອນຫລວງນິວຢອກ ສະຫະລັດອາເມລິກາ ໃນຕົ້ນປີນີ້ 2022 ຊຶ່ງຊາ ຂອງສວນຊາ 36 ໄດ້ຮັບລາງວັນຊະນະເລີດ ປະເພດຊາແດງ ເພື່ອຢຢັ້ງຢືນຄຸນນະພາບ ຂອງຊາຈາກສວນຊາ 36 ທ່ານ Robert ປະທານສະມາຄົມຊາໂລກ ໄດ້ກ່າວກ່າວ: ຊາຈາກສວນຊາ 36 ເປັນຊາທີ່ມີຄຸນນະພາບດີ, ປອດສານພິດ, ມີຂະບວນການຜະລິດ ທີ່ເອົາໃຈໃສ່ເປັນພິເສດ, ມີວັດທະນະທຳ ແລະ ທຳມະຊາດ ທີ່ເປັນເອກະລັກ.
ນີ້ນັບວ່າເປັນອີກໜຶ່ງຜະລິດຕະພັນຄຸນນະພາບ ທີ່ມີຕົ້ນກໍາເນີດໃນລາວ ທ່ານທີ່ສົນໃຈກໍສາມາດຫາຊື້ຫາຊີມໄດ້ ສໍານັກງານ ບໍລິສັດ ລາວທີຊິກມາເນີ ການຄ້າ ຂາເຂົ້າ-ຂາອອກ ຈຳກັດ ຜູ້ຜະລິດ ແລະ ຈໍາໜ່າຍ ຕັ້ງຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ໂດຍ: ສາວບ້ານໂນນ
KPL