ສໍາມະນາການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ ສໍາລັບປະ​ເທດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ

23/11/2022 16:18
Email Print 571
ຂປລ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ຮ່ວມກັບ ສູນອາຊຽນ-ຢີປຸ່ນ(ASEAN Japan-Center) ຈັດສໍາມະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ສໍາລັບປະເທດ ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ສສ ຫວຽດນາມ(CLMV)



 

ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ຮ່ວມກັບ ສູນອາຊຽນ-ຢີປຸ່ນ(ASEAN Japan-Center) ຈັດສໍາມະນາການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ສໍາລັບປະເທດ ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ສສ ຫວຽດນາມ(CLMV) ຈັດຂຶ້ນໃນລະຫວ່າງວັນທີ 23-25 ພະຈິກ 2022 ທີ່ນະຄອນຫລວງພະບາງ ເຊິ່ງເປັນຈຸດໝາຍປາຍທາງການທ່ອງທ່ຽວທາງວັດທະນະທໍາ ແລະ ມໍຣະດົກ ຂອງນັກທ່ອງທ່ຽວຈາກທົ່ວໂລກ, ທັງເປັນສະຖານທີ່ທີ່ມີທ່າແຮງດ້ານການທ່ອງ ທ່ຽວແບບປະຊາຊົນມີສ່ວນຮ່ວມຢູ່ ສປປ ລາວ ແລະ ເປັນທີ່ນິຍົມຂອງນັກທ່ອງທ່ຽວ ຈາກພາຍໃນ ແລະ ຈາກທົ່ວໂລກ ໂດຍມີ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ, ກະຊວງ ຖວທ, ມີຜູ້ຕາງໜ້າຈາກສູນອາຊຽນ-ຍີ່ປຸ່ນ, ຜູ້ຕາງໜ້າຈາກອົງການພັດທະນາພື້ນທີ່ພິເສດ ຈາກປະເທດໄທ (DASTA), ມີຜູ້ແທນຈາກພາກລັດ ແລະ ພາກທຸລະກິດທີ່ຮັບຜິດຊອບວຽກງານ ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈາກບັນດາປະເທດ CLMV  ​ເຂົ້າ​ຮ່ວມ.
  ການຈັດສໍາມະນາໃນຄັ້ງນີ້, ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການທ່ອງທ່ຽວ ຜູ້ທີ່ຮັບຜິດ ຊອບວຽກງານການທ່ອງທ່ຽວແບບປະຊົນມີສ່ວນຮ່ວມ ຈາກພາກລັດ
, ຜູ້ປະກອບການທຸລະກິດທ່ອງທ່ຽວຈາກບັນດາປະເທດ CLMV, ບັນດາຜູ້ຊ່ຽວຊານທີ່ມາຈາກປະເທດຍີ່ປຸ່ນ, ປະເທດໄທ ແລະ ຊ່ຽວຊານດ້ານການທ່ອງທ່ຽວໃນພາກພື້ນ ຈາກທະນາຄານພັດທະນາອາຊີ(ADB) ປະຈໍາຢູ່ ສປປ ລາວ ມາແລກປ່ຽນບົດຮຽນທາງພາກທິດສະດີ, ຕົວແບບທີ່ພົ້ນເດັ່ນໃນພາກພື້ນ ແລະ ການລົງພາກປະຕິບັດຕົວຈິ່ງຢູ່ແຕ່ລະປະເທດ ເພື່ອໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບການພັດທະນາການທ່ອງທ່ຽວຮູບແບບດັ່ງກ່າວ. ພ້ອມດຽວກັນນັ້ນ, ແຕ່ລະປະເທດ ຍັງຈະໄດ້ນໍາສະເໜີຜະລິດຕະພັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ທີ່ເປັນຕົວແບບຂອງປະເທດຕົນ ເພື່ອແລກປ່ຽນ ແລະ ຖອດຖອນບົດ ຮຽນ​ເຊິ່ງກັນ ແລະ ກັນ ເຮັດໃຫ້ການທ່ອງທ່ຽວໃນຮູບແບບດັ່ງກ່າວ ໄດ້ຮັບການພັດທະນາທີ່ດີຂຶ້ນເທື່ອລະກ້າວ.
  ການສໍາມະນາຄັ້ງນີ້, ຈະດໍາເນີນໄປເປັນເວລາ
3 ວັນ,ໃນນີ້ແບ່ງອອກເປັນການຝຶກພາກທິດສະດີ 2 ວັນ ແລະ ການຝຶກຢູ່ພາກສະໜາມ 1 ວັນ ເຊິ່ງຈະໄດ້ລົງຢ້ຽມຢາມຖອດຖອນບົດຮຽນຢູ່ ຕາດກວາງຊີ ແລະ ສະຖານທີ່ທ່ອງທ່ຽບແບບປະຊາຊົນມີສ່ວນຮ່ວມ (CBT) ທີ່ໂດດເດັ່ນຂອງແຂວງຫລວງພະບາງ ໂດຍຈະໄດ້ຮັບຟັງການປະກອບຄໍາຄິດເຫັນຕໍ່ການຈັດຕັ້ງປະຕິບັດ ແລະ ບໍລິການ ຂອງແຕ່ລະສະຖານທີ່ ຈາກບັນດາຜູ້ເຂົ້າຮ່ວມ ແລະ ຊ່ຽວຊານ ເພື່ອເປັນທິດທາງໃຫ້ແກ່ຜູ້ປະກອບການ ແລະ ພາກລັດ ໃຫ້ມີຄວາມເຂົ້າໃຈເປັນໃນທິດທາງດຽວກັນ.
  ການຈັດສຳ​ມະ​ນາຄັ້ງນີ້, ໄດ້ຮັບການສະໜັບສະໜູນຈາກ ໂຄງການພັດທະນາໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວໃນອະນຸພາກພື້ນແມ່ນໍ້າຂອງໄລຍະ 2
(Second Greater Mekong Subregion Tourism Infrastructure for Inclusive Growth Project) ແລະ ສູນອາຊຽນ-ຍີ່ປຸ່ນ.



KPL

ຂ່າວອື່ນໆ

ads
ads

Top