ຂປລ
ຂປລ. ກອງປະຊຸມລະດັບວິຊາການ ໃນຂອບຮ່ວມມື ດ້ານການທ່ອງທ່ຽວ ປະເທດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 50 ຈັດຂຶ້ນໃນວັນທີ 10-11 ຕຸລາ 2022 ທີ່ ແຂວງກວາງນາມ, ສສ ຫວຽດນາມ ພາຍໃຕ້ການເປັນປະທານ ຂອງຮ່ວມຂອງທ່ານ ເຈີນຟູເກືອງ ຫົວໜ້າກົມຮ່ວມມືສາກົນ, ທະບວງທ່ອງທ່ຽວ ສສ ຫວຽດນາມ, ທ່ານ ສະຕີເວັນ ຊີປານີ ຜູ້ຮັບຜິດຊອບວຽກງານການທ່ອງທ່ຽວ, ທະນາຄານພັດທະນາອາຊີປະຈໍາ ສປປ ລາວ
ຂປລ. ກອງປະຊຸມລະດັບວິຊາການ ໃນຂອບຮ່ວມມື ດ້ານການທ່ອງທ່ຽວ ປະເທດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທີ 50 ຈັດຂຶ້ນໃນວັນທີ 10-11 ຕຸລາ 2022 ທີ່ ແຂວງກວາງນາມ, ສສ ຫວຽດນາມ ພາຍໃຕ້ການເປັນປະທານ ຂອງຮ່ວມຂອງທ່ານ ເຈີນຟູເກືອງ ຫົວໜ້າກົມຮ່ວມມືສາກົນ, ທະບວງທ່ອງທ່ຽວ ສສ ຫວຽດນາມ, ທ່ານ ສະຕີເວັນ ຊີປານີ ຜູ້ຮັບຜິດຊອບວຽກງານການທ່ອງທ່ຽວ, ທະນາຄານພັດທະນາອາຊີປະຈໍາ ສປປ ລາວ ແລະ ທ່ານ ນາງ ສຸວິມົນ ທະນະກຣິດ ຫົວໜ້າຫ້ອງການປະສານງານ ດ້ານການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງປະຈຳ ບາງກອກ ປະເທດໄທ (MTCO) ມີຜູ້ແທນເຂົ້າຮ່ວມຈາກ ປະເທດກໍາປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ, ຫວຽດນາມ ແລະ ຜູ້ຕ່າງໜ້າຈາກ ທະນາຄານພັດທະນາອາຊີີ (ADB), ສູນອາຊຽນ-ຢີ່ປຸ່ນ ແລະ ສະມາຄົມການທ່ອງທ່ຽວ ອາຊີ-ປາຊີຟິກ (PATA).
ກອງປະຊຸມ ໄດ້ຕີລາຄາສູງ ຜົນສຳເລັດເບື້ອງຕົ້ນ ໃນການຈັດຕັ້ງປະຕິບັດ ແຜນຍຸດທະສາດ ການຮ່ວມມືດ້ານການທ່ອງທ່ຽວ ໃນອະນຸພາກພື້ນແມ່ນໍ້າຂອງ 2016-2025, ແຜນການຟື້ນຟູການທ່ອງທ່ຽວ ພາຍຫລັງການແພ່ລະບາດຂອງ ພະຍາດໂຄວິດ-19, ນະໂຍບາຍການປະເທດ ຕ້ອນຮັບນັກທ່ອງທ່ຽວຄືນໃໝ່, ການຈັດກິດຈະກຳ ການທ່ອງທ່ຽວຮ່ວມກັນ. ໃນໄລຍະ 8 ເດືອນປີ 2022 ມີນັກທ່ອງທ່ຽວສາກົນ ມາທ່ຽວໃນປະເທດ ອະນຸພາກພື້ນແມ່ນໍ້າຂອງ ແມ່ນ 6.131.437 ເທື່ອຄົນ. ເພື່ອເປັນການຮອງຮັບ ນັກທ່ອງທ່ຽວສາກົນ ຈະເພີ່ມຂຶ້ນໃນຕໍ່ໜ້າ, ກອງປະຊຸມຄັ້ງນີ້ ຍັງໄດ້ສຸ່ມໃສ່ແຜນປະຕິບັດງານຄື: ເພີ່ມທະວີການຮ່ວມມືພາຍໃນ, ສືບຕໍ່ຈັດຕັ້ງປະຕິບັດ ແຜນຍຸດທະສາດ ການທ່ອງທ່ຽວ 2016-2025, ສ້າງຜະລິດຕະພັນ ການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ, ປັບປຸງພື້ນຖານໂຄງລ່າງ ດ້ານການທ່ອງທ່ຽວ ແລະ ຄຸນນະພາບການບໍລິການ, ປັບປຸງເວັບໄຊ ການທ່ອງທ່ຽວຄືນໃໝ່ ແນໃສ່ເຮັດໃຫ້ການໂຄສະນາ ຜະລິດຕະພັນການທ່ອງທ່ຽວ ໃຫ້ເຂົ້າເຖິງນັກທ່ອງທ່ຽວ ແລະ ສາມາດແຂ່ງຂັນ ກັບຕະຫລາດໃນພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ ຍັງຈະສຸມໃສ່ໃນບັນດາ ແຜນປະຕິບັດງານການທ່ອງທ່ຽວ ທີ່ມີສ່ວນຮ່ວມຂອງພາກລັດ, ຜູ້ປະກອບການທຸລະກິດ ແລະ ຊຸມຊົນ ເພື່ອຮັບປະກັນວຽກງານ ການທ່ອງທ່ຽວ ຮັບປະກັນທາງດ້ານສຸຂະພາບ, ຄວາມປອດໄພ ແລະ ມີຄວາມຍືນຍົງ. ກອງປະຊຸມຍັງໄດ້ສະເໜີ ໃຫ້ປະເທດສະມາຊິກ ສືບຕໍ່ເພີ່ມທະວີ ການຮ່ວມມືແລກປ່ຽນ ຂໍ້ມູນເຊິ່ງກັນ ແລະ ກັນ, ສົ່ງເສີມກິດຈະກຳ ການທ່ອງທ່ຽວ ທີມີລັກສະນະເຊືອມຈອດ, ສ້າງລາຍການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ.
ໃນຕົ້ນປີ 2022 ລັດຖະບານ ລາວ ໄດ້ມີນະໂຍບາຍ ເປີດການທ່ອງທ່ຽວ ໃນຮູບແບບເຂດການທ່ອງທ່ຽວສີຂຽວ ເຊິ່ງໄດ້ດຳເນີນຮັບນັກທ່ອງທ່ຽວ ໂດຍໃຫ້ມີການບໍລິການ ຂອງບໍລິສັດທ່ອງທ່ຽວລາວ ແລະ ໃນເດືອນ ພຶດສະພາ 2022 ລັດຖະບານໄດ້ປະກາດ ເປີດປະເທດເຕັມຮູບແບບ ຢ່າງເປັນທາງການ, ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ ປີ 2022 ນັກທ່ອງທ່ຽວສາກົນມາທ່ຽວ ສປປ ລາວ ຈໍານວນ 644.756 ເທື່ອຄົນ.
ໃນວັນທີ 12-13 ຕຸລາ 2022 ຄະນະຜູ້ແທນຝ່າຍລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມ ເວທີສົນທະນາດ້ານການທ່ອງທ່ຽວໃນຫົວຂໍ້ ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໃຫ້ກັບສູ່ສະພາບປົກກະຕິ. ເວທີດັ່ງກ່າວ ມີຜູ້ແທນ ມາຈາກຂະແໜງ ການທ່ອງທ່ຽວພາກລັດ, ພາກທຸລະກິດ, ຜູ້ຊ່ຽວຊານການທ່ອງທ່ຽວ, ອົງການຈັດຕັ້ງສາກົນ ແລະ ສື່ມວນຊົນສາກົນ ເຂົ້າຮ່ວມຫລາຍກ່ວາ 200 ຄົນ ແລະ ມີຮ້ານວາງສະແດງ ການທ່ອງທ່ຽວ ຂອງອະນຸ ພາກພື້ນແມ່ນໍ້າ ຈຳນວນ 16 ຮ້ານ.
ການເຂົ້າຮ່ວມຄັ້ງນີ້, ຄະນະຜູ້ແທນວິຊາການລາວປະກອບມີ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາການທ່ອງທ່ຽວ, ທ່ານ ນາງ ພອນມະລີ ອິນທະພົມ ຫົວໜ້າກົມພັດທະນາ ການທ່ອງທ່ຽວ, ທ່ານ ສູນ ມະນີວົງ ຫົວໜ້າໂຄງການພັດທະນາ ພື້ນຖານໂຄງລາງ ເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2, ຜູ້ຕ່າງໜ້າຈາກ ສະຖານທູດລາວ ປະຈຳ ສສ ຫວຽດນາມ, ຜູ້ປະກອບການທຸລະກິດ ການທ່ອງທ່ຽວລາວ, ໂຮງແຮມ, ໂຄງການ Sus Tour ຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ແລະ ສື່ມວນຊົນລາວເຂົ້າຮ່ວມ.
ເວທີດັ່ງກ່າວ ເປັນເຫດການໜຶ່ງທີ່ສໍາຄັນ, ພາຍຫລັງທີ່ປະເທດ ສະມາຊິກອະນຸພາກພື້ນ ແມ່ນໍ້າຂອງ ໄດ້ເປີດປະເທດຕ້ອນຮັບ ນັກທ່ອງທ່ຽວ ແລະ ເປັນໂອກາດທີ່ດີສຳລັບ ສປປ ລາວ ໄດ້ນຳສະເໜີນະໂຍບາຍ ຂອງລັດຖະບານ ສົ່ງເສີມການທ່ອງທ່ຽວລາວ, ແຜນການຟື້ນຟູ ການທ່ອງທ່ຽວ 2021-2025, ນະໂຍບາຍການເປີດປະເທດ ແບບເຕັມຮູບແບບ, ນຳສະເໜີ ແລະ ໂຄສະນາຜະລິດຕະພັນການທ່ອງທ່ຽວ ໃນເວທີວາງສະແດງ, ທັງເປັນສ້າງໂອກາດ ໃຫ້ບັນດາທຸລະກິດ ການທ່ອງທ່ຽວລາວ ໄດ້ພົບປະແລກປ່ຽນ, ຊື້-ຂາຍ ລາຍການນຳທ່ຽວ ກັບບັນດາບໍລິສັດ ທ່ອງທ່ຽວສາກົນ ແລະ ທັງໄດ້ເຊີນຊວນ ນັກທ່ອງທ່ຽວສາກົນໄປທ່ຽວ ສປປ ລາວ.
KPL