ຄູຄືຜູ້ໃຫ້ ຜູ້ເສຍສະລະ ເພື່ອສ້າງຊັບພະຍາກອນມະນຸດ

03/10/2022 15:28
Email Print 493
ຂປລ ໃນໂອກາດວັນຄູແຫ່ງຊາດ ທີ່ຈະໝູນວຽນມາຄົບຮອບ 28 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2022), ຕົນເອງ (ຜູ້ຂຽນ) ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ຄູທຸກໆທ່ານ ທີ່ໄດ້ເສຍສະລະຕົນເອງ ໃນການປະກອບສ່ວນ ສ້າງຊັບພະ ຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ ສົມແລ້ວທີ່ຄູ ໄດ້ຮັບສົມຍານາມວ່າ ເປັນແມ່ ພິມ ຂອງຊາດ.



(ເນື່ອງໃນວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 28 ປີ)


ໃນໂອກາດວັນຄູແຫ່ງຊາດ ທີ່ຈະໝູນວຽນມາຄົບຮອບ 28 ປີ (ວັນທີ 7 ຕຸລາ 1994 - ວັນທີ 7 ຕຸລາ 2022), ຕົນເອງ (ຜູ້ຂຽນ) ຂໍສະແດງຄວາມຮູ້ບຸນຄຸນ ຕໍ່ຄູທຸກໆທ່ານ ທີ່ໄດ້ເສຍສະລະຕົນເອງ ໃນການປະກອບສ່ວນ ສ້າງຊັບພະ ຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ ສົມແລ້ວທີ່ຄູ ໄດ້ຮັບສົມຍານາມວ່າ ເປັນແມ່ພິມຂອງຊາດ ເພາະບົດບາດຂອງຄູ ໄດ້ຕິດພັນກັບວິວັດທະນາການ ຂອງການພັດທະນາ ປະເທດຊາດ, ຊັບພະຍາກອນມະນຸດ ຈະມີຄວາມຮູ້ຄວາມສາມາດ, ຮັກຮີດຄອງປະເພນີ, ຂະນົບທໍານຽມ, ຮູ້ຈັກການອອກແຮງງານ ລ້ວນແຕ່ແມ່ນຄູ ເປັນຜູ້ຖ່າຍຄວາມຮູ້ ແລະ ປະສົບການໃຫ້. ສະນັ້ນ, ເພື່ອຈາລຶກເຖິງບຸນຄູ ມື້ນີ້ ຜູ້ຂຽນຂໍນຳສະເໜີ ບາງຄວາມຮູ້ສຶກ, ຄວາມຄິດເຫັນ ກ່ຽວກັບການພັດທະນາ ລະບົບ ການສຶກສາ ຢູ່ປະເທດເຮົາຈາກສັງຄົມ ໃຫ້ໄດ້ຮັບຮູ້ ແລະ ແລກປ່ຽນນຳກັນ.  





ທ່ານນາງ ວຽງວິໄລ ດວງດາລາ ໄດ້ສະແດງທັດສະນາຂອງຕົນວ່າ: ໃນນາມຜູ້ປົກຄອງ ຄິດວ່າອາຊີບຄູສອນ ບໍ່ແມ່ນເລື່ອງງ່າຍ, ຄູ່ປຽບເໝືອນພໍ່ແມ່ ຜູ້ທີສອງຂອງເດັກ ດັ່ງນັ້ນກ່ອນທີ່ຈະເປັນຄູ ຕ້ອງມີຄວາມມັກຮັກ ພາກພູມໃຈ​ ແລະ ຮັກອາ ຊີບຄູແທ້ໆ, ຮັກເດັກນ້ອຍ ດ້ວຍຄວາມຈິງໃຈແທ້ໆ ແລະ ມີລະບຽບວິໄນ ຈຶ່ງສາມາດເປັນຄູໄດ້. ໃນເມື່ອເປັນຄູແລ້ວ ເຮົາຕ້ອງກໍາຈຸດພິເສດ ຂອງນັກຮຽນແຕ່ລະຄົນໃຫ້ໄດ້ ຈຶ່ງສາມາດຮູ້ວ່າ ເດັກນ້ອຍຜູ້ນີ້ ມີຄວາມສາມາດດ້ານໃດ ເຮົາຈຶ່ງສາມາດ ສົ່ງເສີມ ເຂົາເຈົ້າ. ນອກຈາກນັ້ນ, ກໍປູກຈິດສໍານຶກໃຫ້ແກ່ເຂົາ ມີຄວາມຮູ້ຄວາມສາມາດ ຫລື ວ່າມີຄວາມສາມັກຄີຮັກແພງ ຢູ່ພາຍໃນຫ້ອງກໍຄືໂຮງຮຽນ ຈຶ່ງສ້າງຄວາມສົນໃຈ ໃຫ້ກັບນັກຮຽນ ຢາກສົນໃຈຮຽນນໍາຄູ.





ພ້ອມນີ້, ທ່ານ ສົມພອນ ມອນຈັນດີ ໃຫ້ທັດສະນະວ່າ: ຕາມທັດສະນະຂອງຕົນເອງ ຄໍາວ່າຄູດີເດັ່ນ ສາມາດແຍກອອກ ເປັນສອງດ້ານຄື: ດ້ານດີ ຄູແມ່ນສາມາດປະຕິບັດ ດ້ວຍຕົນເອງ ກໍຄືຄຸນສົມບັດດີ ກິລິຍາມາລະຍາດດີ ຮູ້ຮັກອາຊີບແພງ ເດັກ ມີຈິດໃຈໂອບອ້ອມອາລີ ຕໍ່ນັກຮຽນ, ພ້ອມມີຄວາມສາມັກຄີຮັກແພງ ກັບພະນັກງານ ໃນອົງກອນຂອງຕົນ ແລະ ຄໍາວ່າເດັ່ນແມ່ນສະແດງອອກ ໃນດ້ານຜົນງານ ເປັນຮູບປະທໍາ ກໍຄືຜົນງານທີ່ສາມາດ ສ້າງນັກຮຽນ ໃຫ້ເປັນຄົນເກັ່ງ, ເສັງໄດ້ຕາມ ຄາດໝາຍ ແລະ ໄດ້ຮັບຄວາມຍົກຍ້ອງ ຈາກອົງການຈັດຕັ້ງ, ຈາກຜູ້ປົກຄອງ ແລະ ນ້ອງນັກຮຽນ. ໃນໂອກາດວັນຄູແຫ່ງຊາດ ທີ່ຈະມາເຖິງນີ້, ອວຍພອນໃຫ້ແກ່ຄູທຸກຄົນ ຢູ່ໃນທົ່ວປະເທດລາວ, ບ່ອນທີ່ທຸລະກັນດານ ຫ່າງໄກສອກຫລີກ ຈົ່ງພ້ອມພາ ກັນເອົາໃຈໃສ່ ຕໍ່ລູກ-ຫລານ ໃນການຕັ້ງໃຈ ສຶກສາຮໍ່າຮຽນ ເພາະປັດຈຸບັນນີ້ ເຕັກໂນໂລຊີ ກໍທັນສະໄໝຫລາຍ ຢູ່ເຂດຊົນນະບົດບາງພື້ນທີ່ ກໍສາມາດຮຽນ ທາງອອນລາຍໄດ້ແລ້ວ, ຄູສາມາດຊອກຮູ້ ບົດຮຽນໃໝ່ໆ ເພື່ອນໍາໄປສິດສອນ ນັກຮຽນໃຫ້ມີ ຄວາມຫ້າວຫັນ ໃນການພັດທະນາຕົນເອງຢູ່ສະເໝີ, ຄູທຸກຄົນຈົ່ງມີ ສຸຂະພາບເຂັ້ມແຂງ ເຖິງວ່າຈະມີບັນຫາຫຍຸ້ງຍາກ ກໍຕ້ອງໄດ້ສູ້ຊົນຜ່ານຜ່າໃຫ້ໄດ້ ຮູ້ນຳໃຊ້ຫລາຍຮູບແບບ, ຫລາຍວິທີສອນເຊັ່ນ: ສອນທາງອອນລາຍ, ບໍ່ວ່າຈະເປັນທາງກູໂກມິດ (Google meet), ກູໂກຊູມ (Google zoom) ແລະ ອື່ນໆ ທີ່ຄູແຕ່ລະທ່ານສາມາດ ເລືອກເອົາສິ່ງທີ່ຕົນຖະນັດ ເພື່ອສະດວກ ນໍາໃຊ້ເຂົ້າໃນການສອນ ແລະ ໃຫ້ນັກຮຽນໄດ້ຮຽນເປັນປົກກະຕິ.

ບັນດາທັດສະນະຈາກສັງຄົມລ້ວນແຕ່ເປັນການປະກອບສ່ວນເພື່ອພັດທະນາຄູ ກໍຄືລະບົບການຮຽນ-ການສອນ ຂອງຄູ ໃຫ້ມີຄຸນນະພາບຍິ່ງໆຂຶ້ນ ເພື່ອຕອບສະໜອງ ກັບການພັດທະນາ ປະເທດຊາດໃນໄລຍະໃໝ່. ເຖິງຢ່າງໃດກໍຕາມ ໃນໂອ ກາດວັນຄູແຫ່ງຊາດ ທີ່ໝູນວຽນ ມາບັນຈົບຄົບຮອບ ອີກວາລະໜຶ່ງນີ້ ຂໍອວຍໄຊໃຫ້ພອນຄູທຸກຄົນ ໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ພ້ອມກັນປະຕິບັດໜ້າທີ່ ອັນມີກຽດສະຫງ່າ ດ້ວຍຜົນສຳເລັດຍິ່ງໆຂຶ້ນ.


ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top