ຮອງລັດຖະມົນຕີກະຊວງຕ່າງປະເທດ ລົງຕິດຕາມ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V

22/09/2022 16:30
Email Print 820
ຂປລ ຂປລ. ໃນວັນທີ 21 ກັນຍາ ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຄະນະກໍາມະການຊີ້ນໍາລວມ ພິທີວາງສີລາລືກເປີດການກໍ່ສ້າງ ໂຄງການກໍ່ສ້າງຂົວ ມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ພ້ອມຄະນະ ລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງຂົວດັ່ງກ່າວ ທີ່ແຂວງບໍລິຄໍາໄຊ ເພື່ອກະກຽມໃຫ້ແກ່ພິທີ ວາງສີລາລຶກໂຄງການດັ່ງກ່າວ ທີ່ຈະມີຂຶ້ນໃນມໍ່ໆນີ້.

ຂປລ. ໃນວັນທີ 21 ກັນຍາ ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຄະນະກໍາມະການຊີ້ນໍາລວມ ພິທີວາງສີລາລືກເປີດການກໍ່ສ້າງ ໂຄງການກໍ່ສ້າງຂົວ ມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ພ້ອມຄະນະ ລົງຕິດຕາມຄວາມຄືບໜ້າ ໂຄງການກໍ່ສ້າງຂົວດັ່ງກ່າວ ທີ່ແຂວງບໍລິຄໍາໄຊ ເພື່ອກະກຽມໃຫ້ແກ່ພິທີ ວາງສີລາລຶກໂຄງການດັ່ງກ່າວ ທີ່ຈະມີຂຶ້ນໃນມໍ່ໆນີ້.

     ທ່ານ ລິດຕາ ຂັດທິຍະ ຫົວໜ້າກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນ ສົ່ງ ​ໄດ້ໃຫ້​ຮູ້ວ່າ: ໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ມີຄວາມຄືບໜ້າຫລາຍສົມຄວນ ແລະ ບາງໜ້າວຽກກໍ່ເຮັດສໍາເລັດລື່ນຄາດໝາຍ, ມາຮອດປັດຈຸບັນ, ການກໍ່ສ້າງຢູ່ເບື້ອງລາວ ແມ່ນສໍາເລັດແລ້ວຫລາຍກວ່າ 50% ພາຍ ຫລັງໄດ້ເລີ່ມດໍາເນີນການກໍ່ສ້າງ ນັບແຕ່ເດືອນ ມັງກອນ 2021 ເປັນຕົ້ນມາ ແລະ ຄາດວ່າຈະໃຫ້ສໍາເລັດ ໃນປີ 2024.

​ໂອກາດ​ນີ້, ທ່ານ ໂພໄຊ ໄຂຄໍາພິທູນ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບ ຜິດຊອບ ທີ່ສາມາດຈັດຕັ້ງປະຕິບັດໂຄງການ ໃຫ້ສໍາເລັດຕາມຄາດໝາຍເປັນກ້າວໆມາ, ພາຍຫລັງສໍາເລັດໂຄງການ ແລະ ເປີດການນໍາໃຊ້ຢ່າງເປັນທາງການ ກໍຈະເປັນທ່າແຮງອັນໃໝ່ ໃນການກະຕຸກຊຸກຍູ້ ເສດຖະກິດໂດຍລວມຂອງ ສປປ ລາວ ກໍຄື ຊຸກຍູ້ການຍົກລະດັບການພົວພັນ ແລະ ຮ່ວມມືເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາ ແບບຍືນຍົງ ໄລຍະ 5 ປີ (2022-2026) ຂອງສອງປະເທດ ລາວ-​ໄທ. ພ້ອມ​ນີ້, ທ່ານຍັງໄດ້ເນັ້ນໃຫ້ ຄະນະຮັບຜິດຊອບ ສືບຕໍ່ກະກຽມຄວາມພ້ອມ ໃນວຽກງານດ້ານຕ່າງໆ ໃຫ້ແກ່ການຈັດພິທີ ວາງສີລາລຶກໂຄງການດັ່ງກ່າວ, ຄາດວ່າຈະຈັດຂຶ້ນໃນ ທ້າຍເດືອນຕຸລາ 2022 ທີ່​ຈະ​ມາ​ເຖິງນີ້ ໂດຍສະເພາະ ແມ່ນກະກຽມວາລະຕ່າງໆຂອງພິທີ, ດ້ານພິທີການ, ສະຖານທີ່ ແລະ ການປ້ອງກັນຄວາມສະຫງົບ.

ຂ່າວ​-ພາບ: ກຕທ

KPL

ຂ່າວອື່ນໆ

ads
ads

Top