ມຽນມາ ໃຊ້ມາດຕະຖານສະກັດກັ້ນບໍ່ໃຫ້ເງິນຈາດອ່ອນຄ່າລົງຕື່ມອີກ

01/09/2022 14:31
Email Print 412
ຂປລ ທະນາຄານກາງ ມຽນມາ ຈະປ່ອຍເງິນ 200 ລ້ານໂດລາ ສະຫະລັດ ເຂົ້າສູ່ຕະຫລາດ ເພື່ອສະກັດກັ້ນ ບໍ່ໃຫ້ ເງິນຈາດ ມຽນມາ ອ່ອນຄ່າລົງ ແລະ ສະກັດກັ້ນ ບໍ່ໃຫ້ລາຄາ ນ້ຳມັນ ເຊື້ອໄຟ ແລະ ລາຄາ ສິນຄ້າ ພື້ນຖານ ເພີ່ມສູງຂຶ້ນ ຢ່າງວ່ອງໄວ.

ຂປລ.ຕາມ​ຂ່າວ​ຈາກ CRI: ຕອນຄ່ຳວັນທີ 31 ສິງຫານີ້, ທະນາຄານກາງ ມຽນມາ ຈະປ່ອຍເງິນ 200 ລ້ານໂດລາ ສະຫະລັດ ເຂົ້າສູ່ຕະຫລາດ ເພື່ອສະກັດກັ້ນ ບໍ່ໃຫ້ ເງິນຈາດ ມຽນມາ ອ່ອນຄ່າລົງ ແລະ ສະກັດກັ້ນ ບໍ່ໃຫ້ລາຄາ ນ້ຳມັນ ເຊື້ອໄຟ ແລະ ລາຄາ ສິນຄ້າ ພື້ນຖານ ເພີ່ມສູງຂຶ້ນ ຢ່າງວ່ອງໄວ.ສະ​ເພາະ ອັດຕາ ແລກປ່ຽນ ລະຫວ່າງ ເງິນຈາດ ມຽນມາ ຕໍ່ເງິນໂດລາ ສະຫະລັດ ໃນວັນທີ 31 ສິງຫານີ້ ໄດ້ຕົກຕ່ຳລົງ ເປັນ 4.300 ຈາດຕໍ່ 1 ໂດລາ ເຊິ່ງໄດ້ສ້າງ ສະຖິຕິ ຕ່ຳສຸດ ໃນປະຫວັດສາດ. ສ່ວນອັດຕາ ແລກປ່ຽນ ທາງການ ຂອງມຽນມາ ຍັງຮັກສາໄວ້ ຢູ່ໃນ ລະດັບ 2.100 ຈາດຕໍ່ 1 ໂດລາ./. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top