ຂປລ
ທ່ານ ຟ້າມ ມິງຈິງ, ນາຍົກ ລັດຖະ ມົນຕີ ຫວຽດນາມ ສະເໜີວ່າ: ໃນໄລຍະ ຈະມາເຖິງ, ແຂວງບິ່ງທ້ວນ ຕ້ອງພັດທະນາ ສີຂຽວ, ໄວແລະ ແບບຍືນຍົງ. ໂດຍສົ່ງເສີມ ການປະຕິບັດ 5 ວິທີການ ແກ້ໄຂ ດ້ານວຽກງານ ການພັດທະນາ ຢ່າງໝັ້ນຄົງ

ຂປລ.ຕາມຂ່າວຈາກ VOVWORLD,ວັນທີ 31 ສິງຫານີ້, ທ່ານ ຟ້າມ ມິງຈິງ, ນາຍົກ ລັດຖະ ມົນຕີ ຫວຽດນາມ ສະເໜີວ່າ: ໃນໄລຍະ ຈະມາເຖິງ, ແຂວງບິ່ງທ້ວນ ຕ້ອງພັດທະນາ ສີຂຽວ, ໄວແລະ ແບບຍືນຍົງ. ໂດຍສົ່ງເສີມ ການປະຕິບັດ 5 ວິທີການ ແກ້ໄຂ ດ້ານວຽກງານ ການພັດທະນາ ຢ່າງໝັ້ນຄົງຄື: ວຽກງານ ຊີ້ນຳນຳພາ , ບໍລິຫານ, ຈັດຕັ້ງປະຕິບັດ; ບຳລຸງສ້າງ ແຫລ່ງຊັບພະຍາກອນ ມະນຸດ ໃຫ້ມີຄຸນນະພາບ, ພັດທະນາ ພື້ນຖານ ໂຄງລ່າງ ຍຸດທະສາດ; ສ້າງກົນໄກ, ນະໂຍບາຍ; ປົກປັກຮັກສາ ສິ່ງແວດລ້ອມ, ຮັບມືກັບ ການປ່ຽນແປງ ຂອງດິນຟ້າ ອາກາດ, ຫັນປ່ຽນ ພະລັງງານ, ບັນດາວິທີການແກ້ໄຂເຫລົ່ານີ້ ຕ້ອງຮັບໃຊ້ ການພັດທະນາ ຕາມເປົ້າໝາຍ ດັ່ງກ່າວ. ນອກ ຈາກນີ້ ທ່ານ ຟ້າມ ມິງຈິງ ຮຽກຮ້ອງ ໃຫ້ແຂວງບິ່ງທ້ວນ ຄວນສຸມໃສ່ ທຸກແຫລ່ງ ກຳລັງ ເພື່ອພັດທະນາ ໂຄງປະກອບ ໂຄງລ່າງ ເສດຖະກິດ-ສັງຄົມ, ພັດທະນາ ແຫລ່ງຊັບ ພະຍາກອນ ມະນຸດ ໃຫ້ມີ ຄຸນນະພາບ; ປະຕິບັດ ບັນດາ ວິທີການແກ້ໄຂ ກ່ຽວກັບ ການປະຕິຮູບ ການບໍລິຫານ, ປັບປຸງ ສະພາບ ແວດລ້ອມ ແຫ່ງການລົງທຶນດຳ ເນີນ ທຸລະ ກິດ ຢ່າງຄົບຊຸດ; ເອົາໃຈໃສ່ ພັດທະນາ ວັດທະນະທຳ, ສັງຄົມ ແລະ ປົກປັກ ຮັກສາສິ່ງແວດ ລ້ອມ./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ
KPL