ສະມາຄົມນັກຂ່າວແຫ່ງ ສປປ ລາວສຳເລັກການຢ້ຽມຢາມ ສສ ຫວຽດນາມ

31/08/2022 16:02
Email Print 28359
ຂປລ ຂປລ. ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ແຈ້ງການຂອງກະຊວງ ການຕ່າງປະເທດ ທ່ານ ສະຫວັນ ຄອນຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຄື່ອນໄຫວເຮັດວຽກ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26- 30 ສິງຫາ 2022.



    ຂປລ. ໂດຍປະຕິບັດຕາມຂໍ້ຕົກລົງຂອງ ທ່ານ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ແຈ້ງການຂອງກະຊວງ ການຕ່າງປະເທດ ທ່ານ ສະຫວັນ ຄອນຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງເຄື່ອນໄຫວເຮັດວຽກ ຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 26- 30 ສິງຫາ 2022.

ໃນໂອກາດນີ້, ທັງສອງສະມາຄົມນັກຂ່າວ ລາວໄດ້ໄປຢ້ຽມຫໍພິພິຕະພັນສື່ມວນຊົນຫວຽດນາມ, ຊຶ່ງສ້າງຕັ້ງຂຶ້ນໃນປີ 2017 ປະກອບມີ 2 ຊັ້ນ, ມີເນື້ອທີ່ປະມານ 1.500 ຕາແມັດ ໄດ້ຈັດວາງສະແດງຮູບພາບ, ໜັງສືພີມເກົ່າໆ ຫລາຍຍຸກຫລາຍສະໄໝ ແລະ ຫລາຍສະບັບ, ມີວັດຖຸພັນເກົ່າແກ່ ທີ່ບໍ່ສາມາດ ນັບໄດ້ ສຳລັບໃຊ້ເຄື່ອນໄຫວ ໂຄສະນາສຳຫລັບສື່ມວນຊົນ ຫວຽດນາມ, ມີຫລຽນໄຊ, ທຸງໄຊ ແລະ ສິ່ງຂອງທີ່ລະນຶກ ຈາກພາຍໃນ ແລະ ຕ່າງປະເທດ ຈຳນວນໜຶ່ງ ແລະ ຈຸດສຸດທ້າຍ ແມ່ນຫ້ອງປະຊຸມ ຂະໜາດນ້ອຍ ແລະ ກະດານລາຍຊື່ ນັກຂ່າວທີ່ເສຍຊີວິດ ໃນການປະຕິບັດໜ້າທີ່ ດ້ວຍຕົວໜັງສືສີຂາວ ແລະ ພື້ນ ສີແດງ.





          ຈາກນັ້ນ, ຄະນະສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີພົບປະລະຫວ່າງ ສະມາຄົມນັກຂ່າວແຫ່ງ ສປປ ລາວ ແລະ ສະມາຄົມນັກຂ່າວ ສສ ຫວຽດນາມ ຢ່າງເປັນທາງການ ທີ່ເຕັມໄປດ້ວຍໄມຕີຈິດ ມິດຕະພາບແລະ ອົບອຸ່ນເປັນພິເສດ ໃນຕອນທ້າຍການພົບປະສອງຝ່າຍ ໄດ້ມີຄວາມເຫັນ ເປັນ ເອກະພາບ ຮ່ວມພິທີລົງນາມ ບົດ ບັນທຶກຄວາມເຂົ້າໃຈ ກ່ຽວກັບສັນຍາ ການຮ່ວມມືສອງຝ່າຍ. ໃນຕອນບ່າຍຂອງວັນດຽວກັນ ປະທານສະມາຄົມນັກຂ່າວລາວ ໄດ້ເຂົ້າຢ້ຽມຢາມ ທ່ານ ຫງຽນແມັງຮຸ່ງ ຮອງປະທານສະມາຄົມ ມິດຕະພາບ ຫວຽດນາມ-ລາວ ພ້ອມຄະນະ ໃຫ້ການຕ້ອນຮັບ, ກ່ອນອື່ນໝົດ ທ່ານໄດ້ສະ ແດງ ຄວາມພາກພູມໃຈ ແລະ ຖືເປັນການ ປະກອບສ່ວນສຳຄັນ ເຂົ້າ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່ ຄວາມສາມັກຄີພິແບບເສດ ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ແລະ ແມ່ນຊັບສົມບັດອັນລໍ້າຄ່າ ທີ່ບໍ່ມີຄູ່ ປະເທດໃດໃນໂລກເຮັດໄດ້.

          ໃນຕອນເຊົ້າວັນທີ 28 ສິງຫາ ຄະນະສະມາຄົມນັກຂ່າວໄດ້ເດີນທາງ ແລະ ໄປພົບປະກັບສະມາຄົມນັກຂ່າວ ນະຄອນຮາຍຟອງ, ໂດຍການຕ້ອນຮັບຂອງ ທ່ານ ຫງຽນຈິຕິນ ປະທານສະມາຄົມ ນັກຂ່າວນະຄອນຮາຍຟອງ. ໃນໂອກາດດຽວກັນ ທ່ານ  ທ່ານ ຫງຽນແທງຕຸ ໄດ້ມີຄວາມເຫັນບາງ ຕອນສຳຄັນວ່າ: ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະປະທານ ສະມາຄົມນັກຂ່າວລາວ ໃນຄັ້ງນີ້ ຖືເປັນນິມິດໝາຍທີ່ດີ ທີ່ສອງສະມາຄົມ ພວກເຮົາຈະໄດ້ແລກປ່ຽນ ບົດຮຽນ ແລະ ເຮັດວຽກຮ່ວມກັນ ກັບສະມາຄົມນັກຂ່າວ ນະຄອນຮາຍຟອງ. ສະມາຄົມນັກຂ່າວ ຮາຍຟອງແມ່ນອົງການ ການ ເມືອງທາງສັງຄົມ ທີ່ໄດ້ ເຄື່ອນໄຫວ ທາງດ້ານສັງຄົມ ແລະ ການເຄື່ອນໄຫວດັ່ງກ່າວ ແມ່ນຢູ່ ພາຍໃຕ້ ການຊີ້ນຳ ຂອງອົງຄະນະພັກ ແລະ ເຄື່ອນໄຫວ ຕາມພາລະບົດບາດ ລະບຽບການ ແລະ ກົດໝາຍສື່ມວນຊົນ.

ໃນວັນດຽວກັນ ປະທານສະມາຄົມນັກຂ່າວລາວພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ຄະນະປົກຄອງນະຄອນຮາຍຟອງ, ໂດຍການຮັບຕ້ອນຂອງ ທ່ານ ຮວງວັງເກືອງ ຮອງປະທານຄະນະກຳ ມະການປະຊາຊົນ ນະຄອນຮາຍຟອງ ທີ່ຫ້ອງການສຳນັກງານດັ່ງກ່າວ. ທ່ານ ຮວງວັງເກືອງ ໄດ້ສະແດງຄວາມ ຊົມເຊີຍ ແລະ ເປັນກຽດ ທີ່ໄດ້ຕ້ອນ ຮັບຄະນະສະມາຄົມ ນັກຂ່າວລາວ ແລະ ລາຍງານບາງບັນຫາສຳຄັນ ທີ່ທັງສອງຝ່າຍ ມີຄວາມເຫັນຮ່ວມກັນ ໃຫ້ກັນຊາບ ເພື່ອເປັນການເພີ່ມທະວີ ຮັດແໜ້ນສາຍພົວພັນ ມິດຕະພາບ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສອງພັກສອງລັດ ແລະ ປະຊາຊົນສອງຊາດ ຫວຽດ ນາມ-ລາວ, ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.



 


KPL

ຂ່າວອື່ນໆ

ads
ads

Top