ຂປລ
ງານວາງສະແດງສິນຄ້າລາວ-ຫວຽດ ປະຈໍາປີ 2022, ໄດ້ມີນັກທຸລະກິດຂອງທັງສອງປະເທດນຳສິນຄ້າຂອງຕົນເຂົ້າມາວາງສະແດງ ໂດຍສະເພາະແມ່ນຜູ້ປະກອບການຂອງຫວຽດນາມ ມີຄວາມຫວັງເປັນຢ່າງຍິ່ງທີ່ຈະເຫັນຜູ້ຊົມ ໃຊ້ຂອງ ສປປ ລາວ ໃຫ້ຄວາມສົນໃຈຜະລິດຕະພັນຈາກຫວຽດນາມຫລາຍຂຶ້ນຜ່ານຕົວແທນຈຳໜ່າຍ ຢູ່ ສປປ ລາວ .

ງານວາງສະແດງສິນຄ້າລາວ-ຫວຽດ ປະຈໍາປີ 2022, ໄດ້ມີນັກທຸລະກິດ ຂອງທັງສອງປະເທດ ນຳສິນຄ້າຂອງຕົນ ເຂົ້າມາວາງສະແດງ ໂດຍສະເພາະແມ່ນ ຜູ້ປະກອບການ ຂອງຫວຽດນາມ ມີຄວາມຫວັງເປັນຢ່າງຍິ່ງ ທີ່ຈະເຫັນຜູ້ຊົມໃຊ້ຂອງ ສປປ ລາວ ໃຫ້ຄວາມສົນໃຈ ຜະລິດ ຕະພັນ ຈາກ ຫວຽດນາມ ຫລາຍຂຶ້ນ ຜ່ານຕົວແທນ ຈຳໜ່າຍ ຢູ່ ສປປ ລາວ ເປັນຕົ້ນ: ແມ່ນເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ໄຟຟ້າ, ຢາປົວພະຍາດ ແລະ ຜະລິດຕະພັນອື່ນໆ ພາຍຫລັງນຳສິນ ຄ້າເຂົ້າຮ່ວມງານ ວາງສະແດງສິນຄ້າ ລາວ-ຫວຽດນາມ 2022.
ການຈັດງານວາງສະແດງຄັ້ງນີ້ ເພື່ອເປັນການສົ່ງເສີມ, ແລກປ່ຽນຂໍ້ມູນຂ່າວສານ ແລະ ເປີດໂອກາດໃຫ້ນັກທຸລະກິດ ລາວ-ຫວຽດນາມ ຊອກຫາຄູ່ຄ້າ ຮ່ວມລົງທຶນ ແລະ ສ້າງເງື່ອນໄຂ ໃນການໂຄສະນາ ດ້ານທຸລະກິດ ຂອງສອງປະເທດ; ງານວາງສະແດງຄັ້ງນີ້ ພາຍໃຕ້ຫົວຂໍ້ “ຂົວຕໍ່ ແຫ່ງຜົນສໍາເລັດ ໃຫ້ແກ່ການຄ້າ-ການລົງທຶນ 2 ຊາດລາວ-ຫວຽດ ນາມ”, ເປັນເຫດການ ທາງການເມືອງ, ເສດຖະກິດ-ສັງຄົມ ທີ່ມີຄວາມໝາຍ ຄວາມສໍາຄັນ ທັງປະກອບສ່ວນ ຊຸກຍູ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ພິເສດ ໃນປີນີ້ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ເພື່ອສະເຫລີມສະຫລອງ ປີສາມັກຄີມິດ ຕະພາບລາວ-ຫວຽດນາມ 2022.
ທ່ານນາງ ຮວາງ ແຄັງ ລີ ຜູ້ອໍານວຍການ ບໍລິສັດອາຫານເພື່ອສຸຂະພາບ Charm ກ່າວວ່າ: ບໍລິສັດຂອງພວກຂ້າພະເຈົ້າ ຖືວ່າເປັນຜູ້ສະໜອງ ຜະລິດຕະພັນອາຫານ ເພື່ອສຸຂະພາບ ໂດຍສະເພາະແມ່ນ ບັນດາເຫັດທີ່ຫາຍາກ, ຢູ່ຫວຽດ ນາມ ສິນຄ້າດັ່ງກ່າວ ໄດ້ຮັບສຽງຕອບຮັບ ແລະ ເປັນທີ່ຮູ້ຈັກ ຂອງຄົນຫວຽດນາມ, ສະນັ້ນ ຜ່ານການເຂົ້າຮ່ວມງານວາງ ສະແດງຄັ້ງນີ້ ຫວັງວ່າ ບໍລິສັດຈະເປັນສ່ວນໜຶ່ງ ໃນການນໍາສະເໜີສິນຄ້າ ທີ່ມີຄຸນນະພາບ, ເປັນປະໂຫຍດຕໍ່ສຸຂະພາບ ໃຫ້ປະຊາຊົນລາວ ໄດ້ທົດລອງ ເພື່ອກ້າວໄປສູ່ ການວາງຈໍາໜ່າຍຢູ່ ສປປ ລາວ ໃນອະນາ ຄົດ.
ທ່ານ ນາງ ຫງວຽນ ທິ ມິງ ຫງ໋ອກ ຫົວໜ້າການຕະຫລາດ ບໍລິສັດ ຮຸ້ນສ່ວນການຄ້າຂາອອກ-ຂາເຂົ້າ ຊວນ ເຈື່ອງຟາດ ກ່າວວ່າ: ບໍລິສັດເປັນຜູ້ຜະລິດ ແລະ ຈໍາໜ່າຍສິນຄ້າ ກ່ຽວກັບເຄື່ອງໃຊ້ຄົວເຮືອນ ເຊັ່ນ: ນໍ້າຢາລ້າງຈານ, ນໍ້າຢາຖູພື້ນ, ນໍ້າຢາປັບຜ້ານຸ້ມ ແລະ ເຄື່ອງຊັກ ຜ້າ ທີ່ມີລັກສະນະພິເສດ ຍ້ອນຂະບວນການ ຜະລິດທີ່ໃສ່ໃຈ ຕໍ່ຜີວໜັງຂອງຜູ້ບໍລິໂພກ, ການເຂົ້າຮ່ວມ ງານວາງສະແດງຄັ້ງນີ້ ແມ່ນເພື່ອຊອກຫາຕະຫຼາດ ແລະ ເຊື່ອມໂຍງກັບຕົວແທນ ຈໍາໜ່າຍສິນຄ້າຂອງລາວ ຫລື ບັນດາຮ້ານຊັບພະສິນຄ້າ ເພື່ອສະໜອງ ຜະລິດຕະພັນ ທີ່ມີຄຸນນະ ພາບ, ພິເສດລາຄາ ແມ່ນຈັບຕ້ອງໄດ້ ຖ້າທຽບກັບສິນຄ້າທີ່ມີວາງຈໍາໜ່າຍຢູ່ລາວ.

ທ່ານນາງ ເຈີ່ນ ຖຸຍ ມາຍ ຮອງປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນຜະລິດ ອຸປະກອນກໍ່ສ້າງ ເພື່ອປ້ອງກັນ ການຮົ່ວຊຶມຂັ້ນສູງ ກ່າວວ່າ: ບໍລິສັດມີຫລາກຫລາຍ ຜະລິດຕະພັນ ມານຳສະເໜີເຊັ່ນ: ນໍ້າສີທາເຮືອນ, ສີທາເຫລັກກັນຂີ້ໝ້ຽງ, ສີຮອງພື້ນ, ຢາແນວກັນຊຶມ ແລະ ອື່ນໆ ວັດຖຸດິບສ່ວນໃຫຍ່ ແມ່ນນໍາເຂົ້າ ຈາກປະເທດເຢຍລະມັນ; ພາຍຫລັງການ ມາຊອກຮູ້ຕະຫລາດ ຢູ່ ສປປ ລາວ ເຫັນວ່າມີຜະລິດຕະພັນໜຶ່ງ ທີ່ເໝາະສົມ ກັບຕະຫລາດລາວ ຄື: ສີກັນຄວາມຮ້ອນ ໃຫ້ໂຄງຫລັງຄາອາລູຊິງ ຊຶ່ງຈຸດພິເສດ ຂອງສີກັນຄວາມຮ້ອນ ແມ່ນສາມາດ ຊ່ວຍ ຫຼຸດຄວາມຮ້ອນ ພາຍໃນອາຄານ ໄດ້ຫລາຍກວ່າ 30 ອົງສາ. ສະນັ້ນ ບໍລິສັດຂອງພວກ ຂ້າພະເຈົ້າຫວັງວ່າ ປະຊາຊົນລາວ ຈະຮູ້ຈັກກັບຜະລິດຕະພັນ ທີ່ມີຄຸນນະພາບ ຈາກໂຮງງານ ຜ່ານການຊອກຫາ ຕົວແທນຈໍາໜ່າຍ ແລະ ບັນດາຮ້ານຂາຍ ເຄື່ອງກໍ່ສ້າງຢູ່ລາວ.
ທ່ານນາງ ຫງວຽນ ທິ ແອັງ ປະທານສະພາບໍລິຫານ ບໍລິສັດຮາເທີກຣຸບ ຜູ້ຊ່ຽວຊານຜະລິດ ແລະ ຈໍາໜ່າຍເຄື່ອງສໍາອາງ ກ່າວວ່າ: ບໍລິສັດຮາເທີກຣຸບ ເປັນຜູ້ຊ່ຽວຊານຜະລິດ ແລະ ຈໍາໜ່າຍເຄື່ອງສໍາອາງ ເຊັ່ນ: ຄີມກັນແດດ, ນໍ້າຢາເຊັດເຄື່ອງສໍາອາງ, ໂຟມລ້າງໜ້າ, ຄີມບໍາລຸງ ຜິວ ແລະ ອື່ນໆ, ຂະບວນການຜະລິດສິນຄ້າ ຂອງບໍລິສັດ ໄດ້ຮັບມາດຕະຖານສາກົນ ຍ້ອນວັດຖຸດິບ ທີ່ໄດ້ມາຈາກທໍາມະຊາດ ຈຶ່ງຮັບປະກັນໄດ້ວ່າ ບໍ່ສົ່ງຜົນກະທົບ ຕໍ່ຜີວໜັງຂອງຜູ້ຊົມໃຊ້, ປັດຈຸ ບັນສິນຄ້າ ຂອງບໍລິສັດ ໄດ້ສົ່ງອອກ ໄປຫລາຍປະເທດ ໃນທົ່ວໂລກ, ພວກຂ້າພະເຈົ້າຫວັງ ວ່າສິນຄ້າດັ່ງກ່າວ ຈະໄດ້ຮັບການຕອບຮັບ ແລະ ເປັນທີ່ຮູ້ຈັກ ຂອງຄົນລາວຫລາຍຂຶ້ນ ຄືກັນກັບນໍ້າໃຈ ສາມັກຄີມິດຕະພາບ ຂອງປະຊາຊົນສອງຊາດ ທີ່ມອບໃຫ້ກັນ ໂດຍສະເພາະແມ່ນ ສ້າງໂອກາດໃຫ້ແມ່ຍິງລາວ ໄດ້ຊົມໃຊ້ຜະລິດຕະພັນ ທີ່ມີຄຸນນະພາບ, ລາຄາທີ່ເໝາະສົມ.
ການຈັດງານຄັ້ງນີ້ ຖືເປັນການຈັດຕັ້ງຜັນຂະຫຍາຍ ການຮ່ວມມືຮອບດ້ານ ໃນຂົງເຂດເສດຖະກິດ ແລະ ການລົງທຶນ ໃຫ້ກ້າວເຂົ້າສູ່ລວງເລິກ, ມູນຄ່າການຄ້າລາວ-ຫວຽດນາມ ໃນປີຜ່ານມາ ເພື່ມຂຶ້ນ 33,3% ຖ້າທຽບໃສ່ປີ 2020 ບັນລຸໄດ້ຫລາຍກວ່າ 1,37 ຕື້ໂດລາ, ປັດຈຸບັນ ການລົງທຶນ ຂອງວິສາຫະກິດຫວຽດນາມ ຢູ່ລາວມີຫລາຍກວ່າ 214 ໂຄງ ການ, ມູນຄ່າຈົດທະບຽນ 5,33 ຕື້ໂດລາ.
ໂດຍ: ແສງຈັນ
KPL