ຂປລ
ທ່າມກາງສະພາບຫຍຸ້ງຊົ່ວຄາວທາງດ້ານເສດຖະກິດ ອັນເປັນຜົນສະທ້ອນ ຈາກປັດໄຈພາຍນອກ ກະທົບໃສ່ເປັນສໍາຄັນ ບວກກັບສະພາບ ພັດທະນາຢູ່ພາຍໃນ ເຮົາກໍ່ມີຫລາຍອັນ ບໍ່ທັນເຂັ້ມແຂງ ເທົ່າທີ່ຄວນ, ການປະຢັດ ເປັນທາງເລືອກສໍາຄັນ ແລະ ໄດ້ຮັບໝາກຜົນເປັນຢ່າງດີ ທີ່ຫລາຍປະເທດ ໄດ້ມີການປຸກລະດົມ ສົມທົບທຸກຮູບການ ໃນການຂັບເຄື່ອນພັດທະນາ.
ທ່າມກາງສະພາບຫຍຸ້ງຊົ່ວຄາວທາງດ້ານເສດຖະກິດ ອັນເປັນຜົນສະທ້ອນ ຈາກປັດໄຈພາຍນອກ ກະທົບໃສ່ເປັນສໍາຄັນ ບວກກັບສະພາບ ພັດທະນາຢູ່ພາຍໃນ ເຮົາກໍ່ມີຫລາຍອັນ ບໍ່ທັນເຂັ້ມແຂງ ເທົ່າທີ່ຄວນ, ການປະຢັດ ເປັນທາງເລືອກສໍາຄັນ ແລະ ໄດ້ຮັບໝາກຜົນເປັນຢ່າງດີ ທີ່ຫລາຍປະເທດ ໄດ້ມີການປຸກລະດົມ ສົມທົບທຸກຮູບການ ໃນການຂັບເຄື່ອນພັດທະນາ. ເຖິງຢ່າງໃດກໍ່ດີ ຕາມຄໍາເຫັນ ຂອງຜູ້ອາວຸໂສຫລາຍຄົນກໍ່ວ່າ ປະຢັດແດ່ ແຕ່ກໍ່ຕ້ອງພະຍາຍາມ ຊອກຫາເພີ່ມຕື່ມ ຈຶ່ງຈະມີກິນມີໃຊ້ ຕາມ ສົມ ມາພາຄວນ.
ໄດ້ອ່ານຫລໍາໄປຫລໍາມາ ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ(ເລກທີ 205/ລບ,ວັນທີ 22 ກໍລະກົດ 2022) ມື້້ວານນີ້ ສາຍຕາມາຈຶ້ງຢູ່ມາດຕາ 13 ການນໍາໃຊ້ໄຟຟ້າ ຊຶ່ງໄດ້ລະບຸເອົາໄວ້ 13 ຂໍ້ຄື:
1. ການນໍາໃຊ້ໄຟຟ້າ ໃຫ້ທຸກຄົນມີສະຕິສູງ ແລະ ເປັນເຈົ້່າການ ໃນການປະຢັດ ມອດໄຟ, ປິດແອເຢັນ, ຖອດປັກສຽບໄຟ ໃນເວລາເລີກການ ຫລື ບໍ່ໄດ້ຢູ່ຫ້ອງການ ຕາມແຕ່ລະຫ້ອງເຮັດວຽກ, ສະຖານທີ່ລວມ ຫລື ສະຖານທີ່ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນ ຍົກເວັ້ນກໍລະນີ ຈໍາເປັນທາງດ້ານເຕັກນິກກໍານົດ ເຊັ່ນ: ຫ້ອງຄວບຄຸມອຸປະກອນ, ເຄື່ອງຈັກ ແລະ ຖານຂໍ້ມູນ; ສໍາລັບໃນເວລາພັກທ່ຽງ 12:00 – 13:00 ໂມງ ໃຫ້ມີສະຕິມອດໄຟ ໃນສໍານັກງານອົງການ.
2. ສໍານັກງານຫ້ອງການ, ທາງຍ່າງ, ຫ້ອງນໍ້າລວມ ແຕ່ລະຊັ້ນຂອງຕຶກອາຄານ ທີ່ສາມາດນໍາໃຊ້ແສງສະຫວ່າງ ທາງນອກໄດ້ພຽງພໍແລ້ວ ແມ່ນບໍ່ໃຫ້ເປີດໄຟຟ້າໃຊ້, ຫ້ອງເຮັດວຽກ ທີ່ສາມາດເປີດຮັບ ແສງສະຫວ່າງ ຈາກທາງນອກໄດ້ ແມ່ນໃຫ້ປິດດອກ ໄຟ.
3. ໃຫ້ມີການກວດກາລະບົບການຕິດຕັ້ງກະແສໄຟຟ້າຂອງສໍານັກງານຫ້ອງການຄືນໃໝ່ ແລະ ເປັນປົກກະຕິ ຖ້າເຫັນວ່າລະບົບທີ່ນໍາໃຊ້ ຫາກມີຄວາມສິ້ນເປືອງ ແມ່ນໃຫ້ຄົ້ນຄວ້າແກ້ໄຂ ແລະ ປັບປຸງ ເພື່ອປະຢັດການນໍາໃຊ້ກະແສໄຟຟ້າ.
4.ສໍາລັບການກໍ່ສ້າງສໍານັກງານຫ້ອງການໃໝ່ ໃຫ້ອອກແບບຕິດຕັ້ງ ລະບົບກະແສໄຟຟ້າ ເປັນຕົ້ນ ກົງຕັກໄຟ, ລະບົບແອເຢັນ, ຈຸດຕິດຕັ້ງຫລອດໄຟຟ້າ ແສງສະຫວ່າງ ແລະ ອຸປະກອນໄຟຟ້າອື່ນໆ ຄວນເປັນແບບປະຢັດ, ບໍ່ຟຸມເຟືອຍ ແລະ ໃຫ້ ເໝາສົມ ຕາມຄຸນລັກສະນະ ຂອງແຕ່ລະສໍານັກງານຫ້ອງການ.
5. ລະບົບດອກໄຟ ຖ້າເປັນການຕິດຕັ້ງ ຫລື ປ່ຽນຖ່າຍ ໃຫ້ຫັນໄປນໍາໃຊ້ ຮູບແບບປະຢັດພະລັງງານ; ສໍາລັບດອກໄຟລວມ ຢູ່ທາງຍ່າງ ແລະ ບໍລິເວນຫ້ອງນໍ້າ ຕິດຕັ້ງອຸປະກອນ ທີ່ເປັນລະບົບເຊັນເຊີ ເປີດ-ປິດອັດຕະໂນມັດ ເພື່ອໃຫ້ຫລອດໄຟຮຸ່ງ ສະ ເພາະເວລາທີ່ມີຄົນເຂົ້າໃຊ້ ຫລື ແສງສະຫວ່າງບໍ່ພຽງພໍ ເທົ່ານັ້ນ ແລະ ຫລີກລ່ຽງ ການຕິດຕັ້ງລະບົບເປີດ-ປິດດອກໄຟ ແບບລວມເອົາຫລາຍດອກ ໃນປຸ່ມເປີດບປິດອັນດຽວ.
6. ການນໍາໃຊ້ແອເຢັນ ໃນຫ້ອງການ, ສໍານັກງານ ຕ້ອງຮັບປະກັນ ການຄວບຄຸມ ອຸນຫະພູມຄວາມເຢັນ ໃຫ້ພຽງພໍ ໃນລະດັບ 25 ອົງສາເຊ, ພ້ອມທັງຕ້ອງປິດປະຕູ ແລະ ປ່ອງຢ້ຽມ ໃຫ້ແໜ້ນ ເພື່ອຫລຸດຜ່ອນ ການແລ່ນຈັກແອເຢັນ ຕະຫລອດເວ ລາ ແລະ ຕ້ອງມີການອະນາໄມ ແຜງກອງອາກາດ ເປັນປົກກະຕິ. ໃນກໍລະນີບໍ່ຢູ່ຫ້ອງການ, ສໍານັກງານ ບໍ່ໃຫ້ເປີດແອເຢັນປະໄວ້, ກໍລະນີ ສະພາບອາກາດເຢັນ ກໍ່ຄວນຫລຸດຜ່ອນ ການນໍາໃຊ້ແອ; ໃຫ້ປິດແອເຢັນ ກ່ອນອອກຈາກຫ້ອງການ ຢ່າງໜ້ອຍ 30 ນາທີ ຫລື ໃນເວລາ ທີ່ເໝາະສົມ ເພື່ອໃຫ້ມີຄວາມເຢັນ ທີ່ສາມາດຢູ່ໄດ້, ສໍາລັບຕອນທ່ຽງ 12:00-13:00 ໂມງ ໃຫ້ປິດແອເຢັນ.
7. ການໃຊ້ຄອມພິວເຕີ, ຈັກອັດສໍາເນົາ ແລະ ອຸປະກອນໄຟຟ້າອື່ນໆ ເມື່ອໃຊ້ແລ້ວ ໃຫ້ປິດເຄື່ອງ, ມອດໄຟກ່ອນ ອອກຈາກຫ້ອງການທຸກຄັ້ງ ແລະ ປະຕິບັດໃຫ້ຖືກຕ້ອງ ຕາມາດຕະຖານເຕັກນິກ ການນໍາໃຊ້ ເຄື່ອງໃຊ້ໄຟຟ້າທຸກຊະນິດ.
8. ການນໍາໃຊ້ຫ້ອງປະຊຸມ ຜູ້ຮັບຜິດຊອບກອງປະຊຸມ ຕ້ອງມີສະຕິເປີດ-ປິດ ເຄື່ອງໃຊ້ໄຟຟ້າທຸກຊະນິດ ເຊັ່ນ: ເວລາເປີດແອ ແມ່ນເປີດກ່ອນ ການດໍາເນີນກອງປະຊຸມ 15 ນາທີ ແລະ ປິດແອທັນທີ ພາຍຫລັງສໍາເລັດ ກອງປະຊຸມ, ສ່ວນແສງສະຫວ່າງ ແລະ ອຸປະກອນຮັບໃຊ້ ແມ່ນໃຫ້ເປີດໃນເວລາດໍາເນີນກອງປະຊຸມ.
9. ໃຫ້ຕິດປ້າຍເຕືອນສະຕິໃສ່ບ່ອນທີ່ເໝາະສົມ ເພື່ອເປັນການເຕືອນເປີດ-ປິດໄຟ ໃນເວລາທີ່ບໍ່ຈໍາເປັນໃຊ້.
10. ໃຫ້ແຕ່ລະພາກສ່ວນແຕ່ງຕັ້ງຜູ້ຮັບຜິດຊອບ ສັງຮວມຂໍ້ມູນບໍລິມາດ ໄຟຟ້າທີ່ນໍາໃຊ້ ແລະ ຈໍານວນເງິນຕ້ອງຈ່າຍ ເປັນແຕ່ລະກົງເຕີ ຕາມໃບບິນແຕ່ລະເດືອນ ເພື່ອເປັນຂໍ້ມູນວິໄຈ ການເພີ່ມຂຶ້ນ ຫລື ຫລຸດລົງຂອງບໍລິມາດ ແລະ ຄ່າໃຊ້ຈ່າຍ ເພື່ອ ລາຍງານ ຄະນະນໍາຂອງຕົນ ທັງເປັນຂໍ້ມູນ ໃຫ້ແກ່ການຈັດສັນ ແຜນງົບປະມານໃນແຕ່ລະປີໃຫ້ພຽງພໍ ໂດຍການຄິດໄລ່ ສະເລ່ຍຕໍ່ຄົນຕໍ່ປີ. ຖ້າເຫັນວ່າຄ່າໄຟຟ້າ ເພີ່ມຂຶ້ນຜິດປົກກະຕິ ຕ້ອງກວດກາຄືນ ການຈົດກ່າຍເລກກົງເຕີ, ການນໍາໃຊ້ ແລະ ບັນຫາເຕັກ ນິກຕ່າງໆ ເພື່ອແກ້ໄຂໃຫ້ທັນເວລາ.
11. ຊອກຫາວິທີ ແລະ ມາດຕະການອື່ນໆທີ່ເຫັນວ່າເໝາະສົມ ເພື່ອຫລຸດຜ່ອນ ການນໍາໃຊ້ ພະລັງງານໄຟຟ້າ ເປັນຕົ້ນ ການນໍາໃຊ້ລິບ ໃນສໍານັກງານອົງການ ຄວນໃຫ້ນໍາໃຊ້ ສໍາລັບການຂຶ້ນ-ລົງ ໃນສໍານັກງານ, ຫ້ອງການ ຕັ້ງແຕ່ 3 ຊັ້ນຂຶ້ນໄປ, ຖ້າ ເປັນການຂຶ້ນຊັ້ນດຽວ ຫລື ສອງຊັ້ນ ບໍ່ຄວນນໍາໃຊ້ລິບ.
12. ເພື່ອເປັນການປະຢັດແບບຍືນຍົງ ຄວນຄົ້ນຄວ້າການນໍາໃຊ້ພະລັງງານທົດແທນ (ພະລັງງານຈາກແສງຕາເວັນ).
13. ຫ້າມນໍາໃຊ້ ຫລື ຕໍ່ເອົາໄຟຟ້າຈາກກົງຕັກຂອງສໍານັກງານ, ອົງການຂອງລັດ ໄປໃຊ້ໃນຄອບຄົວ ຫລື ຜົນປະໂຫຍດສ່ວນບຸກຄົນ.
ສະຫລຸບວ່າ ການນໍາໃຊ້ໄຟຟ້າກໍ່ຕ້ອງໃຫ້ກຸ້ມຄ່າ ບໍ່ໃຫ້ຟຸມເຟືອຍ ໂດຍສໍານັກງານອົງການຕ່າງໆ ເປັນເຈົ້າການພ້ອມໃຈກັນ “ເຢີກ” , ບ່ອນໃດຜັນຂະຫຍາຍ ເຮັດໄດ້ດີໃນການປະຢັດ ກໍ່ຄວນໃຫ້ບົດຮຽນແກ່ຜູ້ອື່ນໆ, ສື່ມວນຊົນອອກຂ່າວ ຍ້ອງຍໍຊົມເຊີຍ, ບັນຫານີ້ ບໍ່ອາດລໍຖ້າ ເພາະວ່າ ດໍາລັດວ່າດ້ວຍ ການປະຢັດ ແລະ ຕ້ານການຟຸມເຟືອຍ ໄດ້ມີການປັບປຸງ ມາເປັນໄລຍະໆ, ອັນມາຍວ່າມີມາ ເປັນເວລາດົນພໍຄວນ, ການຈັດຕັ້ງ ຜັນຂະຫຍາຍໄດ້ດີ ຫລື ບໍທັນໄດ້ຄືແນວໃດ ຄວນມີການຖອດຖອນ ບົດຮຽນຢ່າງ ເປັນຮູບປະທໍາແທ້ໆ.
* ຄ້ອງໃໝ່
KPL