ຂປລ
*ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ຫວຽດນາມ ຄົບຮອບ 77 ປີ ທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນ ຜົນສຳເລັດແຫ່ງການ ສ້າງສາພັດທະນາ ປະເທດຫວຽດນາມ ຕະໄລຍະ 77 ປີ ພາຍໃຕ້ການນຳພາ ອັນສະ ຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍປະການ ແລະ ຍາດໄດ້ໄຊຊະນະ ອັນໃຫຍ່ຫລວງ.

(ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ຫວຽດນາມ ຄົບຮອບ 77 ປີ 02/9/1945-02/9/2022)
*ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ຫວຽດນາມ ຄົບຮອບ 77 ປີ ທ່ານ ຫງວຽນບ່າຮຸ່ງ ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຍົກໃຫ້ເຫັນ ຜົນສຳເລັດແຫ່ງການ ສ້າງສາພັດທະນາ ປະເທດຫວຽດນາມ ຕະໄລຍະ 77 ປີ ພາຍໃຕ້ການນຳພາ ອັນສະ ຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍປະການ ແລະ ຍາດໄດ້ໄຊຊະນະ ອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ, ບັນດາການຕໍ່ສູ້ ຕ້ານຜູ້ຮຸກຮານ ໄດ້ດໍາເນີນໄປຢ່າງມີໄຊ, ປະຕິບັດພາລະກິດ ປ່ຽນແປງໃໝ່ຢ່າງສຳເລັດຜົນ, ໄດ້ບັນລຸຜົນສຳເລັດ ອັນຍິ່ງໃຫຍ່ຫລາຍຢ່າງ ແລະ ສຳຄັນ.
ຫວຽດນາມໄດ້ພົ້ນອອກຈາກສະພາບການດ້ອຍພັດທະນາຢ່າງເຕັມປ່ຽມ, ຍູ້ແຮງການຫັນເປັນອຸດສາຫະກຳ, ຫັນເປັນທັນສະໄໝ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ປັບປຸງ, ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ມີຄວາມເຂັ້ມແຂງ, ການເມືອງ-ສັງຄົມ ມີສະຖຽນລະພາບ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ບັນລຸຫລາຍຜົນສຳເລັດອັນສຳຄັນ; ໄດ້ຍູ້ແຮງວຽກງານ ການຕ່າງປະເທດ ແລະ ເຊື່ອມໂຍງສາກົນ, ບົດບາດ ແລະ ຖານະຂອງຫວຽດນາມ ໃນເວທີສາກົນ ແລະ ພາກພື້ນໄດ້ຮັບການຍົກສູງ ຢ່າງບໍ່ຢຸດຢັ້ງ. ພິເສດ, ນັບແຕ່ພາຍຫລັງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ມາເຖິງປັດຈຸບັນ, ປະເທດຫວຽດນາມ ໄດ້ມີຫລາຍບາດກ້າວ ພັດທະນາໃຫຍ່ຢ່າງຕັ້ງໜ້າ ແລະ ແຂງແຮງ, ພາລະກິດກໍ່ສ້າງພັກ ໃຫ້ປອດໃສ ແລະ ຍົກສູງຄວາມສາມາດ ໃນການນຳພາຂອງພັກ ໄດ້ຜັນຂະຫຍາຍຢ່າງເຂັ້ມແຂງ, ບັນລຸໄດ້ຫລາຍ ຜົນສຳເລັດອັນສຳຄັນ. ໃນປີນີ້, ພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ ບັນດາມະຕິ ທີ່ມີຄວາມສຳຄັນຍິ່ງ ກ່ຽວກັບການພັດທະນາ ເສດຖະກິດ ແລະ ຈະສືບຕໍ່ ວາງອອກບັນດາ ນະໂຍບາຍຊີ້ຂາດ ກ່ຽວກັບເສດຖະກິດ, ການເມືອງທີ່ມີຄວາມໝາຍ ຕັດສິນຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນຊຸມປີຕໍ່ໜ້າ. ວຽກງານຄຸ້ມຄອງ, ບໍລິຫານລັດ ສືບຕໍ່ໄດ້ເພີ່ມທະວີ ແລະ ຜັນຂະຫຍາຍ ຢ່າງຄົບຊຸດກັບການ ຍູ້ແຮງວຽກງານ ກໍ່ສ້າງລັດຖະບານ ຊື່ກົງບໍລິສຸດ, ມີແນວຄິດສ້າງສັນ, ລົງມືເຮັດ, ຮັບໃຊ້ປະຊາຊົນ ແລະ ວິສາຫະກິດ.
ເປັນເວລາ 2 ປີກວ່າ ຕ້ອງຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວປະເທດ, ຫວຽດນາມ ໄດ້ປະຕິບັດ ສອງເປົ້າໝາຍພ້ອມໆກັນ ໄດ້ປະສົບຜົນສໍາເລັດຢ່າງມີໄຊ ທັງຕ້ານກັບການແພ່ລະບາດ ຂອງພະຍາດ ທັງພັດທະນາເສດຖະກິດ, ເປັນໜຶ່ງໃນຈຳນວນໜ້ອຍ ປະເທດຢູ່ທະວີບອາຊີ ທີ່ມີການເຕີບໂຕ ດ້ານເສດຖະກິດ ໃນທາງບວກ. ກ້າວເຂົ້າສູ່ປີ 2022, ຫວຽດນາມ ໄດ້ຕັ້ງໜ້າເສີມຂະຫຍາຍຈິດໃຈ ຄວາມເປັນເຈົ້າການ ຢ່າງມີພິກໄຫວ ແລະ ຫົວຄິດປະດິດສ້າງ, ສຸມໃສ່ຟື້ນຟູ, ພັດທະນາເສດຖະກິດ ພາຍຫລັງພະຍາດໂຄວິດ-19, ສ້າງທ່ວງທ່າ ເພື່ອໃຫ້ສຳເລັດຄາດໝາຍ ຂອງແຜນການ 5 ປີ ໃນການພັດທະນາ ເສດຖະກິດ-ສັງຄົມ ໄລຍະ 2021-2025 ສະເພາະໃນ 7 ເດືອນຕົ້ນປີ 2022 ຄວາມດຸນດ່ຽງ ທຸກຂົງເຂດມະຫາພາກ ມີຄວາມຮັບປະກັນ, ເງິນເຟີ້ຢູ່ໃນລະດັບ ທີ່ຄວບຄຸມໄດ້ ແລະ ຫລາຍຢ່າງທີ່ພົ້ນເດັ່ນ ດັ່ງຄື: CPI ເພີ່ມ 2,54% ທຽບກັບໄຕມາດ ດຽວກັນຂອງປີ 2021; ມູນຄ່າການຄ້າ ການນໍາເຂົ້າ-ສົ່ງອອກ ບັນລຸກວ່າ 431,94 ຕື້ໂດລາ, ເພີ່ມຂຶ້ນ 14,8%; ຈຳນວນແຂກທ່ອງທ່ຽວ ມາຫວຽດນາມຄາດວ່າ ບັນລຸ 9 ແສນກວ່າ ຖ້ຽວຄົນ, ຫຼາຍກວ່າ 10 ທົບທຽບໄຕມາດ ດຽວກັນຂອງປີຜ່ານມາ; ທຶນລົງທຶນຕ່າງປະເທດ ໂດຍກົງຄາດວ່າບັນລຸ 11,57 ຕື້ໂດລາ, ເພີ່ມ 10,2%.
ບົນພື້ນຖານຈິດໃຈ “ຫວຽດນາມມີຄວາມປາຖະໜາຢາກເປັນເພື່ອນກັບທຸກໆປະເທດ ໃນວົງຄະນາຍາດສາກົນ, ສູ້ຊົນເພື່ອຄວາມສັນຕິພາບ, ເອກະລາດ ແລະ ພັດທະນາ”, ຫວຽດນາມ ໄດ້ສ້າງສຳເລັດຜົນ ສາຍພົວພັນຄູ່ຮ່ວມມື ຢ່າງມີປະສິດທິຜົນ ກັບບັນດາປະເທດ ທີ່ເຄີຍເປັນສັດຕູ ໃນສົງຄາມ; ມີສາຍພົວພັນກັບກວ່າ 500 ອົງການຈັດຕັ້ງສາກົນ, ມີສາຍພົວພັນການທູດກັບ 189/193 ປະເທດທີ່ເປັນສະມາຊິກ ຂອງສະຫະປະຊາຊາດ; ສ້າງຕັ້ງສາຍພົວພັນ ການທູດກັບ 30 ຄູ່ຮ່ວມມືຍຸດທະສາດ ແລະ ຮອບດ້ານ (ເປັນປະເທດດຽວ ໃນອາຊີອາຄະເນ ສ້າງຂອບສາຍພົວພັນ ລະດັບນີ້ກັບທັງໝົດ 5 ປະເທດ ສະມາຊິກ ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ); ມີສາຍພົວພັນ ດ້ານເສດຖະກິດກັບ 224 ຄູ່ຮ່ວມມື, ເຂົ້າຮ່ວມ 90 ສົນທິສັນຍາ ການຄ້າສອງຝ່າຍ, ເກືອບ 60 ສົນທິສັນຍາ ວ່າດ້ວຍການສົ່ງເສີມ ແລະ ປົກປ້ອງການລົງທຶນ, ລົງນາມ ແລະ ປະຕິບັດ 17 ສົນທິສັນຍາການຄ້າເສລີ (AFT). ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາປະເທດ ແຖວໜ້າຂອງພາກພື້ນ ໃນການສ້າງຂອບ ການຮ່ວມມື ເສດຖະກິດຫລາຍຝ່າຍ; ເຊື່ອມໂຍງເສດຖະກິດ ຢ່າງເລິກເຊິ່ງ ແລະ ກວ້າງຂວາງ ໃນຫລາຍລະດັບ ແລະ ຫລາຍຮູບແບບ ຜ່ານການເຂົ້າຮ່ວມ ບັນດາກົນໄກລະບຽບການ ເສດຖະກິດໂລກ ຢ່າງຕັ້ງໜ້າ ແລະ ເລິກເຊິ່ງ.
ຕໍ່ກັບການຮ່ວມມື ລາວ-ຫວຽດນາມ, ທ່ານເອອັກຄະລັດຖະທູດໄດ້ຕີລາຄາວ່າ: ໃນຊຸມປີຜ່ານມາ, ສາຍພົວພັນມິດຕະພາບ, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ພັດທະນາຢ່າງຕໍ່ເນື່ອງ, ນັບມື້ນັບເລິກເຊິ່ງ ແລະ ກວ້າງຂວາງ, ແທດເໝາະຕົວຈິງ ແລະ ມີປະສິດທິຜົນ, ນຳເອົາຜົນປະໂຫຍດຢ່າງແທ້ຈິງ ແລະ ໃຫຍ່ຫລວງ ໃຫ້ແກ່ສອງປະເທດ. ພິເສດ ແມ່ນໃນປີ 2022, ສອງຝ່າຍໄດ້ປະສານສົມທົບ ຈັດຕັ້ງສຳເລັດຢ່າງຈົບງາມ ພິທີໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນ ການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ຄົບຮອບ 45 ປີ ຢູ່ທີ່ນະຄອນຫລວງ ຂອງສອງປະເທດ ແລະ ຫລາຍກິດ ຈະກຳສະເຫລີມສະຫລອງ ດ້ວຍຫລາຍຮູບແບບ, ສົມກຽດ, ແທດຈິງ ບໍ່ພຽງແຕ່ຢູ່ແຕ່ລະປະເທດ ຫາກຍັງຢູ່ທັງບັນດາ ອົງການຕາງໜ້າ ຂອງຫວຽດນາມ ແລະ ລາວ ຢູ່ຕ່າງປະເທດ. ການຮ່ວມມື ດ້ານເສດຖະກິດ ມີບາດກ້າວກະໂດດ, ຫວຽດນາມສືບຕໍ່ ແມ່ນໜຶ່ງໃນບັນດາ ປະເທດນຳໜ້າ ກ່ຽວກັບການລົງທຶນ ແລະ ເປັນຄູ່ຮ່ວມມື ການຄ້າໃຫຍ່ຂອງລາວ, ຄຸນນະພາບ ການລົງທຶນຂອງຫວຽດນາມ ພວມໄດ້ຍົກສູງຂຶ້ນ.
ພິເສດ, ໃນເວລາຜ່ານມາ, ສາຍໃຈຫວຽດ-ລາວ ຍັງໄດ້ສະແດງຢ່າງເລິກເຊິ່ງ ໃນບັນດາເວລາທີ່ສອງປະເທດ ຮ່ວມກັນຜ່ານຜ່າ ຄວາມຫຍຸ້ງຍາກ ຫລາຍຢ່າງຍ້ອນການແພ່ລະບາດ ຂອງພະຍາດໂຄວິດ-19 ເກີດຂຶ້ນ. ປີ 2021, ພັກ, ລັດລາວ ໄດ້ມີຫລາຍຮູບແບບ ໃນການສະໜັບສະໜູນ, ຊ່ວຍເຫລືອ, ໃນນັ້ນມີການສະໜັບສະໜູນເງິນທອງ, ວັດຖຸ, ປະກອບສ່ວນເຂົ້າ ໃນຜົນສຳເລັດ ຂອງການສະກັດກັ້ນ ກັບພະຍາດຂອງຫວຽດນາມ. ພວກເຮົາມີຄວາມຕື່ນຕັ້ນໃຈຢ່າງຍິ່ງ ເມື່ອໄດ້ຮັບການສະໜັບສະໜູນ ຂອງການນຳ ແລະ ປະຊາຊົນລາວ ເຖິງແມ່ນວ່າຍັງພົບຂໍ້ ຫຍຸ້ງຍາກຫລາຍປະການ ແຕ່ຍັງໄດ້ບິແບ່ງ, ຊ່ວຍເຫລືອໃຫ້ແກ່ປະຊາຊົນຫວຽດນາມ. ຫວຽດນາມ ກໍເຊັ່ນກັນເຖິງມີຄວາມຫຍຸ້ງຍາກ, ບັນດາກະຊວງ, ຂະແໜງການ, ອຳນາດການປົກຄອງ ແລະ ປະຊາຊົນ ໃນທົ່ວປະເທດຫວຽດນາມ ລ້ວນແລ້ວແຕ່ ຫັນມາສູ່ປະເທດລາວອ້າຍນ້ອງ, ຮ່ວມໄມ້ຮ່ວມມື ປະກອບກຳລັງແຮງ ຊ່ວຍເຫລືອດ້ວຍຫລາຍຮູບແບບ ທັງກຳລັງແຮງງານຄົນ, ກຳລັງວັດຖຸສິ່ງຂອງ ແລະ ຈິດໃຈ. ປັດຈຸບັນ, ສອງປະເທດພວກເຮົາ ພວມຢືນຢູ່ຫລາຍ ກາລະໂອກາດ ແຫ່ງການພັດທະນາ ແຕ່ກໍຕ້ອງຜະເຊີນກັບຄວາມ ຫຍຸ້ງຍາກ, ສິ່ງທ້າທາຍບໍ່ໜ້ອຍ. ຍິ່ງກວ່າເວລາໃດ, ພວກເຮົາຕ້ອງເພີ່ມທະວີ ແລະ ເສີມຂະຫຍາຍ ສາຍພົວພັນ ສາມັກຄີພິເສດ ຫວຽດນາມ-ລາວ ຫລາຍກວ່າເກົ່າ. ປະຫວັດສາດ ແຫ່ງການພັດທະນາ ຢູ່ສອງປະເທດໃຫ້ເຫັນວ່າ, ຖ້າບໍ່ມີສາຍພົວພັນພິເສດນັ້ນ ແມ່ນພາລະກິດ ຕໍ່ສູ້ປົດປ່ອຍຊົນຊາດ ໃນເມື່ອກ່ອນ, ກໍຄືພາລະກິດສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ຂອງສອງປະເທດປັດຈຸບັນ, ບໍ່ສາມາດ ມີໄດ້ຜົນສຳເລັດອັນໃຫຍ່ຫຼວງ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍຢູ່ຄຽງຂ້າງ ກັບປະຊາຊົນລາວອ້າຍນ້ອງ, ຮ່ວມແຮງ ກາຍແຮງໃຈ, ຊ່ວຍເຫລືອລາວ ຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ພັດທະນາແບບຍືນຍົງ, ເພີ່ມພູນຄຸນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ຍືນຍົງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.
KPL