ເຂື່ອນໄຟຟ້ານໍ້າຄານ 2 ແລະ 3 ຈະເປີດປະຕູ ລະບາຍນໍ້າ ໃຫ້ປະຊາຊົນທີ່ອາໄສຢູ່ກ້ອງເຂື່ອນເຝົ້າລະວັງ

19/08/2022 15:44
Email Print 572
ຂປລ ຂປລ. ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ໃນວັນທີ 19-31 ສິງຫາ 2022 ເຂື່ອນໄຟຟ້ານໍ້າຄານ 2 ແລະ ນໍ້າຄານ 3 ຢູ່ແຂວງຫລວງພະບາງ ຈະເປີດປະຕູນໍ້ານອງ ເພື່ອລະບາຍນໍ້າອອກ ຈາກອ່າງເກັບນໍ້າຂອງເຂື່ອນ, ເນື່ອງຈາກປັດຈຸບັນ ລະດັບນໍ້າຂອງເຂື່ອນ ແມ່ນຢູ່ໃນລະດັບ ໃກ້ກັບລະດັບສູງສຸດ

ຂປລ. ກົມນະໂຍບາຍ ແລະ ແຜນພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ໃນວັນທີ 19-31 ສິງຫາ 2022 ເຂື່ອນໄຟຟ້ານໍ້າຄານ 2 ແລະ ນໍ້າຄານ 3 ຢູ່ແຂວງຫລວງພະບາງ ຈະເປີດປະຕູນໍ້ານອງ ເພື່ອລະບາຍນໍ້າອອກ ຈາກອ່າງເກັບນໍ້າຂອງເຂື່ອນ, ເນື່ອງຈາກປັດຈຸບັນ ລະດັບນໍ້າຂອງເຂື່ອນ ແມ່ນຢູ່ໃນລະດັບ ໃກ້ກັບລະດັບສູງສຸດ, ທັງສອງໂຄງການ ຈະປ່ອຍນໍ້າອອກ ຕາມປະລິມານນໍ້າໄຫລ ເຂົ້າອ່າງ ເຊິ່ງນໍ້າຄານ 2 ຈະປ່ອຍ 103 m3/s ລວມທັງຜ່ານກົງຫັນຜະລິດໄຟຟ້າ, ນໍ້າຄານ 3 ຈະປ່ອຍ 155 m3/s ລວມທັງຜ່ານກົງຫັນ ຜະລິດໄຟຟ້າ ເຊິ່ງຈະເຮັດໃຫ້ລະດັບນໍ້າ ຢູ່ຕອນລຸ່ມຂອງ ເຂື່ອນສູງຂຶ້ນຢ່າງກະທັນຫັນ ເຊິ່ງອາດຈະສົ່ງຜົນກະທົບ ຕໍ່ປະຊາຊົນ ທີ່ອາໄສຢູ່ກ້ອງເຂື່ອນ.

ເພື່ອເປັນການຮັບມືຈາກ ຜົນກະທົບທີ່ອາດຈະເກີດຂຶ້ນ ໃນເຂດພື້ນທີ່ຕອນລຸ່ມເຂື່ອນ ແລະ ຕາມສາຍນໍ້າຄານ, ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຫ້ອງວ່າການປົກຄອງ ແຂວງຫລວງພະບາງ ແຈ້ງຫາອຳນາດ ການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ລວມທັງບ້ານທີ່ຢູ່ໃກ້ ຂອບເຂດພື້ນທີ່ລຸ່ມເຂື່ອນ ກະກຽມຍົກຍ້າຍສິ່ງ ຂອງທີ່ຈຳເປັນ ໂດຍສະເພາະ ກິດຈະການຕ່າງໆ ທີ່ຢູ່ແຄມນໍ້າ ເພື່ອຮັບປະກັນ ບໍ່ໃຫ້ໄດ້ຮັບຜົນກະທົບ ຕໍ່ການປ່ຽນແປງ ຂອງລະດັບນໍ້າ ຈາກການເປີດປະຕູລະບາຍນໍ້າ, ພ້ອມທັງ ໃຫ້ກິດຈະການ ທ່ອງທ່ຽວ, ບັນເທີງອື່ນໆ ທີ່ຢູ່ຕາມສາຍນໍ້າຄານ ຢຸດຮັບນັກທ່ອງທ່ຽວຊົ່ວຄາວ ເລະ ເກັບມ້ຽນສິ່ງຂອງທີ່ສໍາຄັນ ຂຶ້ນໄວ້ບ່ອນທີ່ສູງ ໃນໄລ ຍະດັ່ງກ່າວ.

ພ້ອມນັ້ນ, ໃຫ້ປະຊາຊົນທີ່ຢູ່ເຂດ ພື້ນທີ່ຕອນລຸ່ມ ໂຄງການນໍ້າຄານ 2 ນໍ້າຄານ 3 ກະກຽມຄວາມພ້ອມ ເພື່ອຮັບມືຕໍ່ເຫດການສຸກເສີນ ທີ່ອາດຈະເກີດຂຶ້ນ ທຸກກໍລະນີ ຖ້າໄດ້ຮັບການແຈ້ງເຕືອນ ແມ່ນໃຫ້ກະກຽມຍົກຍ້າຍ ຊັບສິນລວມທັງ ກິດຈະການຕ່າງໆ ເອົາໄປໄວ້ບ່ອນທີ່ສູງ, ພ້ອມທັງ ໃຫ້ພະແນກການທີ່ກ່ຽວຂ້ອງ ກະກຽມຮັບມືຕາມ ພາລະບົດບາດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຂະແໜງການຕົນ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

ads
ads

Top