ເວົ້າ ແລະ ຂຽນ ມີຈຸດມີຈໍ້າ...

18/08/2022 15:17
Email Print 1376
ຂປລ ທຸກທ່ານອາດເຄີຍໄດ້ຍິນຄໍາເຕືອນ ຫລື ບອກສອນກັນໃນການໃຊ້ພາສາແມ່ ໃຫ້ເປັນຫລັກການ ມີຂອບເຂດ... ທັງເວົ້າ ແລະ ຂຽນ ວ່າ ເວົ້າໃຫ້ມີຈຸດມີຈໍ້າແດ່, ເວົ້າໃຫ້ຄ່ອງໃຫ້ຄື ຫລື ຂຽນໃຫ້ເປັນ ວັກ ເປັນຕອນ, ມີຈຸດມີຈໍ້າ...

          ທຸກທ່ານອາດເຄີຍໄດ້ຍິນຄໍາເຕືອນ ຫລື ບອກສອນກັນໃນການໃຊ້ພາສາແມ່ ໃຫ້ເປັນຫລັກການ ມີຂອບເຂດ... ທັງເວົ້າ ແລະ ຂຽນ ວ່າ ເວົ້າໃຫ້ມີຈຸດມີຈໍ້າແດ່, ເວົ້າໃຫ້ຄ່ອງໃຫ້ຄື ຫລື ຂຽນໃຫ້ເປັນ ວັກ ເປັນຕອນ, ມີຈຸດມີຈໍ້າ...ຊຶ່ງໃນຄວາມເປັນຈິງ ທັງການເວົ້າ ແລະ ຂຽນ ລ້ວນຖືກກໍານົດໄວ້ ເປັນຫລັກການ ທີ່ເອີ້ນວ່າ ຫລັກໄວຍາກອນ ທີ່ເປັນພື້ນຖານສໍາຄັນ, ສະນັ້ນ ເພິ່ນຈຶ່ງກໍານົດ ມີເຄື່ອງໝາຍ ວັກ ຕອນ ໂດຍສະເພາະ ເປັນການບັງຄັບ ການຂຽນ ແລະ ການພິມ, ບໍ່ໃຫ້ຂຽນ ແລະ ພິມ ເປັນເຄືອຕິດຕໍ່ໜໍ່ເນື๋ອງ ຈົນບໍ່ຮູ້ບ່ອນຢຸດບ່ອນລົງ, ໃຫ້ສະດວກເວລາອ່ານ ຢ່າງຖືກຕ້ອງເປັນລະບົບ.

          ໃນພາສາລາວເຮົາ, ເຄື່ອງໝາຍວັກຕອນ ທີ່ອ່າວໃຊ້ຫລາຍກວ່າໝູ່ ສົມມຸດໃນໜັງສືໜ້າໜຶ່ງ ກໍ່ຈະເປັນ ໝາຍຈໍ້າ, ຈຸດ, ຈໍ້າຈຸດ, ໝາຍຊໍ້າ, ສາມຈໍ້າ ໄປຕາມເນື້ອໃນຕົວຈິງ, ບາງທີ ກໍ່ມີການໃຊ້ຮູບ ແບບຍະຫວ່າງ ເພື່ອໃຫ້ເຫັນ ຄວາມແຕກຕ່າງ ທາງຄວາມໝາຍ ຂອງຄໍາ, ວະລີ ຫລື ປະໂຫຍກ. ສະນັ້ນ ຜູ້ຂຽນ ຫລື ພິມຈຶ່ງຄວນຄໍານຶງ ເຖິງບັນຫານີ້. ໃນຂະນະດຽວກັນ ການເວົ້າຈາປາໄສ ກໍ່ຄ້າຍຄືກັນ, ມີວາທະ ໃນລັກສະນະ ມີຈຸດມີຈໍ້າ ຫລືມີຈັງຫວະ ທີ່ເຂົ້າກັບທ່າທີ ສີໜ້າ... “.ຈໍ້າ” ໃຊ້ໝາຍທ້າຍປະໂຫຍກ ເພື່ອສະແດງວ່າ ໝົດປະໂຫຍກ ຫລື ໝົດວັກ; ໃຊ້ໝາຍໄວ້ ຫລັງຕົວອັກສອນ ຫລື ຕົວເລກທີ່ ບອກ ລໍາດັບຂໍ້ ເຊັ່ນ: 1. ໂຮງຮຽນປະຖົມ 2. ໂຮງຮຽນມັດທະຍົມ; ໃຊ້ໝາຍໄວ້ ຫລັງຕົວອັກສອນ ເພື່ອສະແດງວ່າ ແມ່ນອັກສອນຫຍໍ້ ເຊັ່ນ: ປ.1, ມ.2; ໃຊ້ຂັ້ນຈໍານວນເລກ ນັບຈາກຫລັງໜ່ວຍໄປ ເທື່ອລະ 3 ຕົວ ເລກ ເຊັ່ນ: 1.000.  ໃຊ້ຈໍ້າ ແມ່ນ ຂຽນ ຫລື ພິມໃສ່ຕິດກັບທ້າຍຄໍາ, ຫລັງຈາກນັ້ນ ຈຶ່ງຍະຫວ່າງ ຫລືເຄາະ (ແປ້ນພິມ ຍະ) ເທື່ອໜຶ່ງ ແລ້ວຈຶ່ງພິມເນື້ອໃນຕໍ່ໄປ, ແຕ່ການໃຊ້ຈໍ້າ ລະຫວ່າງຕົວເລກ ແລະ ຕົວ ອັກສອນຫຍໍ້ແມ່ນບໍ່ຍະ.  ເວລາອ່ານພົບຈໍ້າ ແມ່ນໃຫ້ຢຸດຫາຍໃຈ ແລ້ວຈຶ່ງອ່ານຕໍ່, ເວລາຂຽນອັກສອນຫຍໍ້ ຢູ່ໃນເລກທີເອກະສານ ບໍ່ຕ້ອງໃສ່ຈໍ້າຂັ້ນ, ຍົກເວັ້ນແຕ່ ໃນຫລັງເລກທີນັ້ນ ມີສອງພາກສ່ວນ ຈຶ່ງຈໍ້າ ເພື່ອຂັ້ນກາງ.

       “, ຈຸດ” ໃຊ້ຂັ້ນຄໍາໃນລາຍການທີ່ຂຽນຕໍ່ໆກັນຕັ້ງແຕ່ສາມລາຍການຂຶ້ນໄປ ໂດຍຂຽນຂັ້ນແຕ່ລະລາຍກາຍ. ສ່ວນໜ້າຄໍາ “ແລະ”, “ຫລື” ທີ່ຢູ່ລາຍການສຸດທ້າຍ ແມ່ນບໍ່ຈໍາເປັນໃສ່ຈຸດ ຕົວຢ່າງ: ໃນເຮືອນ ຂອງຂ້ອຍມີ 1 ຫ້ອງນອນ, 1 ຫ້ອງນໍ້າ, ຫ້ອງຄົວ ແລະ  ຫ້ອງຮັບແຂກ. ໃຊ້ຈຸດ ຂັ້ນປະໂຫຍກ ເພື່ອແຍກໃຈ ຄວາມຍ່ອຍຕ່າງໆ; ໃຊ້ແຍກວະລີ ຫລື ອະນຸປະໂຫຍກ ເພື່ອປ້ອງກັນ ຄວາມເຂົ້າໃຈສັບສົນ; ໃຊ້ ເລກເສດສ່ວນ ແລະ ໃຊ້ໃນການຂຽນ ວັດຈະນານຸກົມ ເພື່ອຂັ້ນຄວາມໝາຍ ຫລື ຄໍານິຍາມຂອງຄໍາ ທີ່ມີຫລາຍຄວາມໝາຍ.

          “; ຈໍ້າຈຸດ” ໃຊ້ຂັ້ນປະໂຫຍກ ລະຫວ່າງປະໂຫຍກທີ່ມີຮູບ ແລະ ໃຈຄວາມສົມບູນຢູ່ແລ້ວ ຢູ່ໃນເນື້ອຄວາມຍາວໆ ເພື່ອສະແດງ ຄວາມຕໍ່ເນື່ອງ ໃກ້ຊິດຂອງປະໂຫຍດນັ້ນ ໂຮມເຂົ້າກັນ ເປັນປະໂຫຍກ ຍາວໆປະໂຫຍກດຽວ. ນອກນັ້ນ ຍັງເຮັດໜ້າທີ່ ໃຊ້ແບ່ງປະໂຫຍກ, ກຸ່ມຄໍາ ຫລື  ກຸ່ມຕົວເລກ ທີ່ມີເຄື່ອງໝາຍ ຈຸດຢູ່ແລ້ວ ອອກເປັນກຸ່ມ ເປັນສ່ວນ ເພື່ອໃຫ້ເຫັນໄດ້ຈະແຈ້ງ. ຈໍ້າຈຸດ ຍັງໃຊ້ຂັ້ນຄໍາລາຍງານ ທີ່ມີເນື້ອໃນ ຫລາຍລາຍການ ເພື່ອຈໍາແນກລາຍການ ອອກເປັນກຸ່ມ ແລະ ໃຊ້ໃນການຂຽນ ວັດຈະນານຸກົມ ເພື່ອແຍກ ຄວາມໝາຍຂອງຄໍາ.

          ເຄື່ອງໝາຍວັກ ຍັງມີອີກຫລາຍ, ບົດນີ້ນໍາເອົາແຕ່ບາງໝາຍ ທີ່ໃຊ້ຫລາຍກວ່າໝູ່ (ກໍ່ວ່າໄດ້) ເພື່ອສຶກສາທົບທວນນໍາກັນ ຊຶ່ງທັງໝົດແມ່ນຮິບໂຮມ ຈາກຫລັກໄວຍາກອນລາວ ປັດຈຸບັນ, ອັນເປັນ ຄູ່ມື ການຮຽນການສອນ ພາສາລາວ ພາກອັກຂະຫລະວີທີ ພິມປີ 2022 ໂດຍກະຊວງສຶກສາທິການ ແລະ ກິລາ.

          ດັ່ງນັ້ນ ຈຶ່ງນໍາມາສຶກສານໍາກັນຄືດັ່ງຂ້າງເທິງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ.

* ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

    • ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກບົດ-ສາລະຄະດີ

      ໄຊຊະນະດຽນບຽນຟູ ຊຸກຍູ້ຂະບວນການປົດປອຍຊາດທົ່ວໂລກ

      5/7/2025 9:55:02 AM

      ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫລ່ງລະດົມກຳລັງໃຈຢ່າງໃຫຍ່ຫລວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ.

    • 9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປບົດ-ສາລະຄະດີ

      9 ເດືອນທ້າຍປີ 2025 ແຂວງສາລະວັນສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວໃນລະດັບ 6,5% ຂຶ້ນໄປ

      5/7/2025 9:50:15 AM

      ເພື່ອສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ; ຍົກສູງຄຸນນະພາບຂອງກຳລັງປະກອບອາວຸດ, ທັບມ້າງກົນອຸບາຍຍຸດທະສາດການຫັນປ່ຽນໂດຍສັນຕິຂອງສັດຕູ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນທົ່ວແຂວງ, ຕ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມເປັນຕົ້ນ: ຂີ້ລັກງັດແງະ, ຢາເສບຕິດ, ອຸບັດເຫດ ແລະ ອື່ນໆ ໃຫ້ຫລຸດລົງ.

    • ວິທີປ້ອງກັນພະຍາດໄຂ້ເລືອດດຳບົດ-ສາລະຄະດີ

      ວິທີປ້ອງກັນພະຍາດໄຂ້ເລືອດດຳ

      5/7/2025 9:43:13 AM

      ພະຍາດໄຂ້ເລືອດດຳ ເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ໂດຍການສຳຜັດ ແລະ ການບໍລິໂພກຊີ້ນສັດທີ່ຕິດພະຍາດ ແລະ ເຮັດໃຫ້ເສຍຊີວິດໄດ້.

    • ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວບົດ-ສາລະຄະດີ

      ບົດສຳພາດທ່ານທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ

      5/6/2025 9:45:37 AM

      ເນື່ອງໃນໂອກາດວັນສ້າງຕັ້ງທາງການທູດລາວ-ຈີນ ຄົບຮອບ 64 ປີ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວ ກໍ່ໄດ້ຖືໂອກາດວັນດັ່ງກ່າວ ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້.

    • ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບບົດ-ສາລະຄະດີ

      ພະຍາດໄຂ້ງົວດຳອັນຕະລາຍ ທີ່ມາກັບອາຫານດິບ

      5/6/2025 9:39:45 AM

      ອາທິດຜ່ານມາ ຫລາຍຄົນອາດຈະໄດ້ເຫັນຂ່າວຈາກປະເພດ ເພື່ອນບ້ານແລ້ວວ່າມີການລະບາດຂອງພະຍາດໄຂ້ງົວດໍາ ຈົນເຮັດໃຫມີຄົນເສຍຊີວິດແລ້ວສອງຄົນ ເຊ່ິງພະຍາດດັ່ງກ່າວ ເປັນພະຍາດຕິດແປດຮ້າຍແຮງຊະນິດໜຶ່ງ ທີ່ເກີດກັບສັດລ້ຽງລູກດ້ວຍນໍ້ານົມເຊັ່ນ: ງົວ, ຄວາຍ, ແກະ, ແບ້, ໝູ, ມ້າ ແລະ ອື່ນໆ.

ads
ads

Top